ຫວຽດນາມເຂົ້າຮ່ວມເວທີປາໄສFullertonຄັ້ງທີ4

ຫວຽດນາມເຂົ້າຮ່ວມເວທີປາໄສFullertonຄັ້ງທີ4 - ảnh 1
(ພາບ​ປະ​ກອບ: AFP/TTXVN)

(vovworld) –​ ເວ​ທີ​ປາ​ໄສ Fullerton ຄັ້ງ​ທີ 4, ຖືກ​ດຳ​ເນີນ​ໃນ​ລະ​ຫວ່າງວັນ​ທີ 24 – 26/01, ຢູ່​ສິງ​ກະ​ໂປ, ໂດຍ​ສະ​ຖາ​ບັນ​ຄົ້ນ​ຄວ້າ​ຍຸດ​ທະ​ສາດ​ສາ​ກົນ (IISS) ຈັດ​ຕັ້ງ, ແມ່ນ​ການ​ເພີ່ມ​ເຕີມ ແລະ ກະ​ກຽມ​ໃຫ້​ເວ​ທີ​ປາ​ໄສ​ເຈ​ລະ​ຈາ Shangri – La ຖ​ືກ​ຈັດ​ຂຶ້ນປະ​ຈຳ​ປີ. ປີນີ້, ເວ​ທີ​ປາ​ໄສ​ໄດ້​ສຸມ​ໃສ່​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ວິ​ວັດ​ການ​ຮັບ​ປະ​ກັນ​ຄວາມ​ໝັ້​ນ​ຄົງ​ໃນການ​ພົວ​ພັນ​ລະ​ຫວ່າງ​​ບັນ​ດາ​ປະ​ເທດ​ໃຫຍ່​ຢູ່​ອາ​ຊ​ີ - ປາ​ຊີ​ຟິກ, ບັນ​ດາ​ໄພ​ນາບ​ຂູ່​ດ້ານ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ຫາກໍ່​ພົ້ນ​ເດ​ັ່ນຂຶ້ນ​ຄື: ​ການປ້ອງ​ກັນ​ຄວາມ​​ປອດ​ໄພ​ດ້ານ​ເຄືອ​ຂ່າຍ​ອີນ​ເຕີ​ແນດ ແລະ ກໍ່​ການ​ຮ້າຍ, ກໍ​ຄື​ຄວບ​ຄຸມ​ການ​ປະ​ທະ​ກັນ​ໃນ​ພາກ​ພື້​ນ.

      ຄະ​ນະ​ຜູ້​ແທນ​ຫວຽດ​ນາມ ໂດຍ​ພົນ​ຕີ, ປະ​ລິ​ຍາ​ເອກ ຫງວຽນ​ດຶກ​ຫາຍ, ຫົວ​ໜ້າ​ສະ​ຖາ​ບັນ​ຍຸດ​ທະ​ສາດ​ປ້ອງ​ກັນ​ຊາດ ນຳ​ໜ້າ​ເຂົ້າ​ຮ່ວມກອງ​ປະ​ຊຸມ.

ຂ່າວ/ບົດ​ອື່ນ