ຫວຽດນາມເພີ່ມທະວີການສົ່ງເສີມການທ່ອງທ່ຽວຢູ່ອົດສະຕາລີ

ຫວຽດນາມເພີ່ມທະວີການສົ່ງເສີມການທ່ອງທ່ຽວຢູ່ອົດສະຕາລີ - ảnh 1
ລາຍ​ການ​ສົ່ງ​ເສີມ​ການ​ທ່ອງ​ທ່ຽວ​ຈຸດ​ນັດ​ພົບ​ນະ​ຄອນ ໂຮ່​ຈີ​ມິນ ຢູ່​ນະ​ຄ​ອນ Melbourne ແລະ Sydney
(ພາບ: Quang Minh/Vietnam+)

(vovworld) – ແຕ່​ວັນ​ທີ 22/2 ຫາ​ວັນ​ທີ 1/3, ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ ໂຮ່​ຈີ​ມິນ ສົມ​ທົບ​ກັ​ບຫ້ອງ​ການ​ຕາງ​ໜ້າ​ບໍ​ລິ​ສັດ​ການ​ບິນ​ແຫ່ງ​ຊາດ ຫວຽດ​ນາມ (Vietnam Airlines) ຢູ່ ອົດ​ສະ​ຕາ​ລີ ຈັດ​ຕັ້ງ​ລາຍ​ການ​ສົ່ງ​ເສີມ​ການ​ທ່ອງ​ທ່ຽວ​ຈຸດ​ນັດ​ພົບ​ນະ​ຄອນ ໂຮ່​ຈີ​ມິນ ຢູ່​ນະ​ຄ​ອນ Melbourne ແລະ Sydney. ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ອົດ​ສະ​ຕາ​ລີ ເລື່ອງ​ແທງງີ້ ສະ​ເໜີ​ໃຫ້​ບັນ​ດາ​ວິ​ສາ​ຫະ​ກິດ​ທ່ອງ​ທ່ຽວ ຫວຽດ​ນາມ ກໍ່​ຄື​ອົດ​ສະ​ຕາ​ລີ ເພີ່ມ​ທະ​ວີ​ການ​ພົບ​ປະ, ແລກ​ປ່ຽນເພື່ອ​ແນ​ໃສ່​ຊຸກ​ຍູ້​ການ​ພົວ​ພັນ 2 ຝ່າຍ, ພ້ອມ​ທັງ​ຍູ້​ແຮ​ງ​ຂຸດ​ຄົ້​ນ​ຕະຫຼ​າດ​ແຂກ​ທ່ອງ​ທ່ຽວ ອົດ​ສາ​ຕາ​ລີ ມາ ຫວຽດ​ນາມ ແລະ ກົງ​ກັນ​ຂ້າມ​ໃນ​ໄລ​ຍະ​ຈະ​ມາ​ເຖິງ. ຜູ້​ຕາງ​ໜ້າ​ຄະ​ນະ​ຜູ້​ແທນ ນ​ະ​ຄອນ ໂຮ່​ຈີ​ມິນ ໄດ້​ແນະ​ນ​ຳ​ບາງ​ຈຸດ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ກ່ຽວ​ກັບ​ປະ​ເທດ​ຊາດ, ປະ​ຊາ​ຊົນ ແລະ ວັດ​ທະ​ນະ​ທຳ ຂອງ ຫວຽດ​ນາມ ເວົ້າ​ລວມ ແລະ ຂອງ​ນະ​ຄອນ ໂຮ່​ຈີ​ມິນ ເວົ້າ​ສະ​ເພາະ ກັບ​ເພ​ື່ອນ​ມິດ​ສາ​ກົນ​ຢູ່ ອົດ​ສະ​ຕາ​ລີ. ຜູ້​ຕາງ​ໜ້າ Vietnam Airlines ປະ​ຈຳ ອົດ​ສະ​ຕາ​ລີ ກໍ່​ແນະ​ນຳ​ບໍ​ລິ​ການ​ການ​ບິນ​ລະ​ຫວ່າງ ຫວຽດ​ນາມ ແລະ ອົດ​ສະ​ຕາ​ລີ. ປະ​ຈຸ​ບັນ, Vietnam Airlines ມີ 2 ສາຍ​ການ​ບິນ​ໂດຍ​ກົງ​ລະ​ຫວ່າງ​ນະ​ຄອນ ໂຮ່​ຈີ​ມິນ - Melbourne ແລະ ນະ​ຄອນ ໂຮ່​ຈີ​ມິນ - Sydney.

 


ຂ່າວ/ບົດ​ອື່ນ