ຫວຽດນາມແມ່ນສະມາຊິກຕັ້ງໜ້າຂອງອົງການCITES

ຫວຽດນາມແມ່ນສະມາຊິກຕັ້ງໜ້າຂອງອົງການCITES - ảnh 1
ຊ້າງ​ຖືກ​ເຂັ່ນ​ຂ້າ​ເພື່ອ​ເອົາ​ງາ
(ພາບ: ສຳ​ນັກ​ຂ່າວ​ສານ​ຊິນ​ຮ​ວາ/TTXVN)

(vovworld) - ກອງ​ປະ​ຊຸມ​ສົນ​ທິ​ສັນ​ຍາ​ກ່ຽວ​ກັບ​ການ​ຄ້າ​​ຂາຍ​ສັດ, ພືືດ​ປ່າ​ທີ່​ອາດ​ຈະ​ສູນ​ພັນສາ​ກົນ (CITES) ຄັ້ງ​ທີ 17 (CoP -17) ໄດ້​ໄຂ​ຂຶ້ນ​ໃນ​ວັນ​ທີ 24/9, ຢູ່ Johannesburg (ປະ​ເທດ ອາບ​ຟ​ຣີ​ກາ​ໃຕ້), ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ຕາງ​ໜ້າ 182 ປະ​ເທດ​ສະ​ມາ​ຊິກ​ຂອງ​ສົນ​ທິ​ສັນ​ຍາ ແລະ ບັນ​ດາ​ອົງ​ການ​ປ້ອງ​ກັນ​ສັດ, ພືດ​ປ່າ​ສາ​ກົນ,

        ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ, ທ່ານ ຮ່າ​ກົງ​ຕ໋ວນ, ຫົວ​ໜ້າ​ຄະ​ນະ​ຜູ້​ແທນ ຫວຽດ​ນາມ, ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ກະ​ສິ​ກຳ ແລະ​ ພັດ​ທະ​ນາ​ຊົນ​ນະ​ບົດ ໄດ້​ຊ​ີ້​ແຈ້ງວ່າ ພາຍຫຼັງ 22 ປີ​ເປັນ​ສະ​ມາ​ຊິ​ກ​ຂອງ CITES, ຫວຽດ​ນາມໄດ້ ແລະ ພວມ​ມີ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຕັ້ງ​ໜ​້າ​ໃຫ​້​ແກ່​ອົງ​ການ​ສາ​ກົນ​ນີ້. ທ່ານ ຮອງ​ລັດ​ຖະ​ມົນ​ຕີ ຮ່າ​ກົງ​ຕ໋ວນ ເນັ້ນ​ໜັກ​ວ່າ: ລັດ​ຖະ​ບານ ຫວຽດ​ນາມ ໄດ້​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ລົບ​ລ້າງ​ເຄືອ​ຂ່າຍ​ຄ້າ​ຂາຍ​ບັນ​ດາ​ຜະ​ລິດ​ຕ​ະ​ພັນ​ຈາກ​ສັດ​ປ່າ​ຢ່າງ​ຜິດ​ກົດ​ໝາຍ, ພ້ອມ​ທັງ​ເດັດ​ດຽ​ວ​ຕ້ານ​ບັນ​ດາ​ປະ​ເພດ​ອາດ​ຊະ​ຍາ​ກຳ​ກ່ຽວ​ຂ້ອງ​ເຖິງ​ການ​ຄ້າ, ການ​ຄ້າ​ຂາຍ​ບັນ​ດາ​ຜະ​ລິດ​ຕະ​ພັນ​ຈາກ​ສັດ​ປ່າ. ທ່ານ ຮ່າ​ກົງ​ຕ໋ວນ ໄດ້​ປະ​ກາດ​ວ່າ ຫວຽດ​ນາມ ຈະ​ຈັດ​ຕັ້ງ​ກອງ​ປະ​ຊຸມ​ຕ້ານ​ການ​ຄ້າ​ຂາຍ​ສັດ, ພືດ​ປ່າ​ສາ​ກົນ (TWT) ຄັ້ງ​ທີ 17 ແລະ 18 ຢູ່​ນະ​ຄອນຫຼວງ​ຮ່າ​ໂນ້ຍ​ໃນ​ເດືອນ 11 ຈະ​ມາ​ເຖິງ.


ຂ່າວ/ບົດ​ອື່ນ