ຫວຽດນາມແລະAzerbaijanເພີ່ມທະວີການຮ່ວມມືໃນຂົງເຂດຍຸຕິທຳ

ຫວຽດນາມແລະAzerbaijanເພີ່ມທະວີການຮ່ວມມືໃນຂົງເຂດຍຸຕິທຳ - ảnh 1
ພາບປະກອບ

(vovworld) – ​ ຕອນ​ບ່າ​ຍວັນ​ທີ 7/3, ຢູ່​ຮ່າ​ໂນ້ຍ, ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ອວງຈູ​ລື​ວ ​ໄດ້​ຕ້ອນຮັບ​ຄະນະ​ຜູ້​ແທນ​ກະຊວງ​ຍຸຕິ​ທຳ Azerbaijan ​ໂດຍ​ທ່ານ Fikrat F. Mammadov, ລັດຖະມົນຕີ​ວ່າການ​ກະຊວງ​ຍຸຕິ​ທຳ Azerbaijan  ​ເປັນ​ຫົວຫ​ນ້າ​ຄະນະ​ພວມ​ຢ້ຽມຢາມ ​ແລ​ະ ​ເຮັດ​ວຽກ​ຢູ່ ຫວຽດນາມ. ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ອວງຈູ​ລື​ວ ຕີ​ລາຄາ​ສູງ​ການ​ມາຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ຫວຽດນາມ ຄັ້ງ​ນີ້ຂອງ​ຄະນະ​ຜູ້​ແທນ​ກະຊວງ​ຍຸຕິ​ທຳ Azerbaijan ​ອັນໄດ້​ປະກອບສ່ວນ​ປັບ​ປຸງ ​ແລະ ຊຸກຍູ້​ການ​ພົວພັນທີ່​ເປັນ​ມູນ​ເຊື້​ອອັນ​ດີ​ງາມ​ລະຫວ່າງ ຫວຽດນາມ ​ແລະ Azerbaijan. ທ່ານ ອວງຈູ​ລື​ວ ຖື​ວ່າ: ​ໃນ​ໄລຍະ​ຈະ​ມາ​ເຖິງ, 2 ຝ່າຍ​ຄວນ​ສືບ​ຕໍ່​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື​ໃນ​ຂົງ​ເຂດ​ຍຸຕິ​ທຳ, ​ແລກ​ປ່ຽນ​ບົດຮຽນ​ປັບ​ປຸງ​ລະບົບ​ກົດໝາຍ ​ແລະ ວິວັດທະນາ​ການ​ປະກາດ​ໃຊ້​ກ​​ົດໝາຍ, ການກໍ່​ສ້າງ ​ແລະ ການສຶກສາດ້ານ​ກົດໝາຍ.

        ສ່ວນ​ທ່ານ Fikrat F. Mammadov, ລັດຖະມົນຕີ​ວ່າການ​ກະຊວງ​ຍຸຕິ​ທຳ Azerbaijan  ​ໄດ້​ເນັ້ນ​ໜັກ​ເຖິງ​ການ​ພົວພັນ​ທີ່​ເປັນ​ມູນ​ເຊື້ອ​ອັນ​ດີງາມ​ລະຫວ່າງ Azerbaijan ​ແລະ ຫວຽດນາມ. ທ່ານ Fikrat F. Mammadov ​ໃຫ້​ຮູ້​ວ່າ: ການ​ມາຢ້ຽມຢາມ ​ແລ​ະ ​ເຮັດ​ວຽກ​ຢູ່ ຫວຽດນາມ ຄັ້ງ​ນີ້​ຂອງ​ຄະນະ​​ແມ່ນເພື່ອ​ແນ​ໃສ່​ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ​ກະຊວງ​ຍຸຕິ​ທຳ 2 ປະ​ເທດ, ​ແລກປ່ຽນ​ຂໍ້​ມູນ​ຂ່າວສານ​ໃນ​ການ​ປະຕິຮູບດ້ານ​ຍຸຕິ​ທຳ. 2 ຝ່າຍ​ຈະ​ລົງ​ນາມ​ໃນ​ຂໍ້​ຕົກລົງ​ເພີ່ມ​ທະວີ​ວຽກ​ງານ​ກໍ່ສ້າງ​ດ້ານ​ຍຸຕິ​ທຳ.


ຂ່າວ/ບົດ​ອື່ນ