ຫວຽດນາມແລະລາວເພີ່ມທະວີການຮ່ວມມືບຳລຸງສ້າງພະນັກງານຄົ້ນຄ້ວາທິດສະດີ

ຫວຽດນາມແລະລາວເພີ່ມທະວີການຮ່ວມມືບຳລຸງສ້າງພະນັກງານຄົ້ນຄ້ວາທິດສະດີ - ảnh 1
ສາດສະດາຈານ, ດຣ ຫງວຽນ​ຊວນ​ຖັ໋ງ ມອບຂອງຂວັນໃຫ້ແກ່ທ່ານ ກິແກ້ວ ໄຂຄຳພິທູນ
(ພາບ: Vietnam+)

(vovworld) –​​ ແຕ່​ວັນ​ທີ 9 – 12/5, ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຂອງ​ສະ​ຖາ​ບັນ​ການ​ເມືອງ​ແຫ່ງ​ຊາດ ​ໂຮ່ຈີ​ມິນ ​(ຫວຽດນາມ) ໂດຍ​ທ່ານ ສາດສະດາຈານ, ດຣ ຫງວຽນ​ຊວນ​ຖັ໋ງ, ຫົວໜ້າສະ​ຖາ​ບັນ ນຳ​ໜ້າ, ມີ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ລາວ ​ເນື່ອງ​ໃນ​ໂອກາດ​​ເຂົ້າ​ຮ່ວມ​ພິທີ​ຜັນ​ຂະຫຍາຍ​ໂຄງການ “​ແປ​ບົດປະພັນ​ໂຮ່ຈີ​ມິນ ຄົບ​ຊຸດຈາກ​ພາສາ ຫວຽດ ​ເປັນ​ພາສາ ລາວ”. ​ການ​ຢ້ຽມຢາມ​ນີ້​​ເພື່ອ​ແນ​ໃສ່​ເພີ່ມ​ທະວີ, ຮັດ​ແໜ​້ນການ​ພົວພັນ​ຮ່ວມ​ມື​ດ້ານບ​ຳລຸງ​ສ້າງ, ຝຶກ​ອົບຮົມ​ພະນັກງານ​ການ​ນຳ, ຄຸ້ມ​ຄອງ ​ແລະ ຄົ້ນ​ຄ້ວາ​ທິດ​ສະ​ດີ​ລະຫວ່າງ​ສະ​ຖາ​ບັນ​ການ​ເມືອງ​​ແຫ່ງ​ຊາດ ​ໂຮ່ຈີ​ມິນ ​ແລະ ສະ​ຖາ​ບັນ​ການ​ເມືອງ​ບໍລິຫານ​ແຫ່ງ​ຊາດ ລາວ.

        ​ໃນ​ໄລຍະ​​ເຮັດ​ວຽກ​ຢູ່​ລາວ, ຄະນະ​ໄດ້​ເຂົ້າ​ຢ້ຽມ​ຂຳ່ນັບ ​​ແລະ ​ເຈລະຈາ​ກັບ​ທ່ານ ພັນ​ຄຳ ວິ​ພາ​ວັນ, ກຳມະການ​ກົມ​ການ​ເມືອງ, ​ຜູ​ູູ້​ປະຈຳການຄະນະ​ເລຂາທິການ​ສູ​ນກາງ​ພັກ​ປະຊາຊົນ​ປະ​ຕິ​ວັດ ລາວ. ນະ​ທີ່​ນີ້, ທ່ານ ພັນ​ຄຳ ວິພາ​ວັນ ຕີ​ລາຄາ​ສູງ​ໂຄງການ “​ແປ​ປະພັນ ​ໂຮ່ຈີ​ມິນ ຄົບ​ຊຸດຈາກ​ພາສາ ຫວຽດ ​ເປັນ​ພາສາ ລາວ”. ທ່ານ ພັນ​ຄຳ ວິພາ​ວັນ ຊີ້​ນຳ ​ແລະ ສະ​ເໜີ​ໃຫ້​ 2 ສະຖາບັນ​ໜ້າ​ທີ່​ສຳຄັນ​ພິ​ເສດ​ແມ່ນ​ປະຕິບັດການບຳລຸງ​ສ້າງ, ຝຶກ​ອົບຮົມ​ພະນັກງານ, ​ເພີ່ມ​ທະວີ​ການ​ຮ່ວມ​ມືບຳລຸງ​ສ້າງ​ຕາມ​ທິດ​ສຸມ​ໃສ່​ຄວາມ​ສາມາດ​ຕົວ​ຈິງ​ຄຽງ​ຂ້າງ​ນັ້ນ​ແມ່ນປະກອບ​ຄວາມ​ຮູ້​ດ້ານທິດ​ສະ​ດີ…

        ສ່ວຍ​ທ່ານ ຫງວຽນ​ຊວນ​ຖັ໋ງ ​ໄດ້​ຂອບ​ອົກ​ຂອບ​ໃຈ, ຕໍ່​ການຊີ້​ນຳ​ນຳພາໂດ​ຍກົງ​ຂອງ​ທ່ານ ພັນ​ຄຳ ວິພາ​ວັນ, ​​ຜູ​້ປະຈຳການ​ຄະນະ​ເລຂາທິການສູນ​ກາງ​ພັກ​ປະຊາຊົນ​ປະ​ຕິ​ວັດ ລາວ ສຳລັບ​ບັນດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ບຳລຸງ​ສ້າງ, ຝຶກ​ອົບຮົມ​ພະນັກງານ​ກາ​ນນຳ, ຄຸ້ມ​ຄອງ​ລະຫວ່າງ ລາວ ​ແລະ ຫວຽດນາມ.


ຂ່າວ/ບົດ​ອື່ນ