ຫວຽດນາມແລະອີຕາລີເພີ່ມທະວີການສົມທົບພັດທະນາຮູບແບບສະຫະກອນ

ຫວຽດນາມແລະອີຕາລີເພີ່ມທະວີການສົມທົບພັດທະນາຮູບແບບສະຫະກອນ - ảnh 1
ບັນ​ດາ​ຜູ້​ແທນ​ເຂົ້າ​ຮ່ວມກອງ​ປະ​ຊຸ​ມ​ສຳ​ມະ​ນາ
ພາບ:daidoanket.vn

(vovworld)- ວັນ​ທີ 2/7, ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາມ ອີ​ຕາ​ລີ, ທ່ານ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ຫງວຽນ​ທ້ຽນ​ເຍີນ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຳ​ມະ​ນາ​ບົດ​ຮຽນ​ພັດ​ທະ​ນາ​ສະ​ຫະ​ກອນ​ເຂດ Emilia Romagna. ກ່າ​ວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ​ສຳ​ມະ​ນາ, ທ່ານ​ນາງ Palma Costi, ປະ​ທານ​ສະ​ຫະ​ພັນ​ບັນ​ດາ​ຫ້ອງ​ການ​ການ​ຄ້າ​ເຂດ​ໃຫ້​ຮູ້​ວ່າ: Emila- Romagna ແມ່ນ​ເຂດ​ຮັ່ງ​ມີ ແລະ ຂະ​ຫຍັນ​ຂັນ​ເຄື່ອນ​ທີ່​ສຸດ​ຂອງ ອີ​ຕາ​ລີ ພວມ​ຊຸກ​ຍູ້​ການ​ຮ່ວມ​ມື​ກັບ​ຫວຽດ​ນາມ, ເປັນ​ຕົ້ນ​ ກັບ​ແຂວງ ບີງ​ເຢືອງ. ເຂົ້າ​ຮ່ວ​ມກອງ​ປະ​ຊຸມ​ສຳ​ມະ​ນາ, ບັນ​ດາ​ສ​ະ​ຫະ​ກອນ​ທີ່​ມີ​ຊື່​ສຽງ​ຂອງ​ເຂດ Emila- Romagna ໄດ​້​ແລກ​ປ່ຽນ​ກັບ​ຄະ​ນະ​ຜູ້​ແທນ​ຫວຽດ​ນາມ​ບັນ​ດາ​ບົດ​ຮຽນ​ໃນ​ການ​ເຄື່ອນ​ໄຫວ​ຄຸ້ມ​ຄອງ, ພັດ​ທະ​ນາ, ພ້ອມ​ທັງ​ສະ​ແດງ​ຄວາມ​ປາດ​ຖະ​ຫນາ​ຢາກ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ທຸ​ລະ​ກິດ​ກັບ​ຫວຽດ​ນາມ.

        ໃນ​ຂອບ​ເຂດກອງ​ປະ​ຊຸມ​ສຳ​ມະ​ນາ, ທ່ານ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ຫງວຽນ​ທ້ຽນ​ເຍີນ ໄດ້​ເປັນ​ສັກ​​ຂິ​ພິ​ຍານພິ​ທີ​ລົງ​ນາມ​ບົດ​ບັນ​ທຶກ​ຊ່ວຍ​ຈຳ​ການ​ຮ່ວມ​ມື 3 ຝ່າຍ ລະ​ຫວ່າງ​ສະ​ຫະ​ພັນ​ສ​ະ​ຫະ​ກອນ ຫວຽດ​ນາມ ກັບ​​ສະ​ຫະ​ພັນ ສະ​ຫະ​ກອນ ແລະ ສ​ະ​ຫະ​ພັນ​ບັນ​ດ​າ​ຫ້ອງ​ການ​ການ​ຄ້າ ເຂດ Emilia –Romagna.

ຂ່າວ/ບົດ​ອື່ນ