ຫວຽດນາມແລະອຽກລັງເພີ່ມທະວີການຮ່ວມມືໃນຫຼາຍຂົງເຂດ

ຫວຽດນາມແລະອຽກລັງເພີ່ມທະວີການຮ່ວມມືໃນຫຼາຍຂົງເຂດ - ảnh 1
ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ໋​ຈ້ອງ ຕ້ອນ​ຮັບທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອຽກ​ລັງ Michael D. Higgins

(vovworld) –  ​ຕອ​ນ​ບ່າຍ​ວັນ​ທີ 8/11, ຢູ່​ຮ່າ​ໂນ້ຍ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ຫງວຽນ​ຟູ່​ຈ້ອງ ໄດ້​ໃຫ້​ການ​ຕ້ອນ​ຮັບ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອຽກ​ລັງ Michael D. Higgins, ພວມ​ມີ​ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ ຫວຽດ​ນາມ. ທີ່​ການ​ຕ້ອນ​ຮັບ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ໋​ຈ້ອງ ຫວັງ​ວ່າ 2 ປະ​ເທດຄວນ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ, ຊຸກ​ຍູ້​ການ​ຮ່ວມ​ມື​ໃນ​ບັນ​ດາ​ຂົງ​ເຂດ​ກະ​ສິ​ກຳ, ພະ​ລັງ​ງານສະ​ອາດ, ເຕັກ​ໂນ​ໂລ​ຢີ​ສູງ, ການ​ສຶກ​ສາ… ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Michael D. Higgins ຢັ້ງ​ຢືນ​ວ່າ, ລັດ​ຖະ​ບານ ອຽກ​ລັງ ຖື ຫວຽດ​ນາມ ແມ່ນ​ຄູ່​ຮ່ວມ​ມື​ສຳ​ຄັນ​ໃນ​ພາກ​ພື້ນ ແລະ ປາດ​ຖະ​ໜາ​ຢາກ​ເພີ່ມ​ທະ​ວີ​ການ​ຮ່ວມ​ມືຫຼາຍ​ດ້ານ​ກັບ ຫວຽດ​ນາມ, ພິ​ເສດ​ແມ່ນ​ໃນ​ບັນ​ດາ​ຂົ​ງ​ເຂດ​​ ​​ຊຶ່ງ ອຽກ​ລັງ​ ມີທ່າ​ແຮງຄື: ການ​ຄ້າ, ການ​ລົງ​ທຶນ, ການ​ຮ່ວມ​ມື​ພັດ​ທະ​ນາ, ການ​ສຶກ​ສາ - ບຳ​ລຸງ​ສ້າງ, ພະ​ລ​ັງ​ງານ​ຜະ​ລິດ​ຄືນ​ໃໝ່…

        ກໍ່​ໃນ​ຕອນ​ບ່າຍ​ວັນ​ດຽວ​ກັນ, ກ່າ​ວ​ຄຳ​ຫັນ​ໃນ​ການ​ຕ້ອນ​ຮັບ​ທ່ານ ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອຽກ​ລັງ Michael D. Higgins, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ຢັ້ງ​ຢືນ​ວ່າ: ຫວຽດ​ນາມ ປາດ​ຖະ​ໜາ​ຢາກ​ຊຸກ​ຍູ້​ການ​ພົວ​ພັນ​ມິດ​ຕະ​ພາບ ແລະ ​ການຮ່ວມ​ມືຫຼາຍ​ດ້ານ​ກັບ ອຽກ​ລັງ ແລະ ຊົມ​ເຊີຍ​ແຜນ​ນະ​ໂຍ​ບາຍ​ຂອງ ອຽກ​ລັງ ເພີ່ມ​ທະ​ວີ​ການ​ພົວ​ພັນ​ຮ່ວມ​ມື​ກັບ ພາກ​ພື້ນ ອາ​ຊີ - ປາ​ຊີ​ຟິກ, ໃນ​ນັ້ນ​ມີ ຫວຽດ​ນາມ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສະ​ເໜີ​ໃຫ້ 2 ຝ່າຍ​ຮັກ​ສາ​ການ​ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ​​ທຸກ​ຂັ້ນ, ພິ​ເສດ​ແມ່ນ​ຂັ້ນສູງ, ສ້າງ​ພື້ນ​ຖານ​ຊ​ຸກ​ຍູ້​ການ​ຮ່ວມ​ມື​ລະ​ຫວ່າງ 2 ປະ​ເທດ ແລະ ອຽກ​ລັງ​ ສ້າງ​ເງື່ອນ​ໄຂ​ສະ​ດວກ​ເພື່ອ​ໃຫ້ ຫວຽດ​ນາມ ສົ່ງ​ອອກ​ບັນ​ດາ​ຜະ​ລິດ​ຕະ​ພ​ັນ​ກະ​ເສດໄປ​ຂາຍ​ໃຫ້ ອຽກ​ລັງ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ປ​າດ​ຖະ​ໜາ​ວ່າ ອຽກ​ລັງ ສະ​ເໜີ​ໃຫ້ ອີ​ຢູ ລົງ​ນາມ ແລະ ໃຫ້​ສັດ​ຕະ​ຍາ​ບັນ​ສັນ​ຍາ​ການ​ຄ້າ​ເສ​ລີ​ກັບ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ.


ຂ່າວ/ບົດ​ອື່ນ