ຫວຽດນາມແລະຮຸງກາຣີເພີ່ມທະວີການໜູນຊ່ວຍດ້ານຍຸດຕິທຳກ່ຽວກັບຄະດີອາຍາ

ຫວຽດນາມແລະຮຸງກາຣີເພີ່ມທະວີການໜູນຊ່ວຍດ້ານຍຸດຕິທຳກ່ຽວກັບຄະດີອາຍາ - ảnh 1
ຫວຽດນາມແລະຮຸງກາຣີເພີ່ມທະວີ
ການໜູນຊ່ວຍດ້ານຍຸດຕິທຳກ່ຽວກັບຄະດີອາຍາ
(ພາບ: TTXVN)

(vovworld) – ວັນ​ທີ 16 ມີ​ນາ, ທີ​່ສຳ​ນັກງານ​​ປະ​ທານປະ​ເທດ​ຫວຽດ​ນາມ, ທ່ານ ເຈືອງ​ເຕີນ​ຊາງ, ປະ​ທານ​ປະ​ເທດ ​ໄດ້ເປັນ​ສັກ​ຂີພິ​ຍານ ພິ​ທີ​ເຊັນ​ສັນ​ຍາ ​ໜູນ​ຊ່ວຍດ້ານ​​ຕຸ​ລາ​ການ ກ່ຽວ​ກັບ​ຄະ​ດີ​ອາ​ຍາ ລະ​ຫວ່າງ ຫວຽດ​ນາມ ແລະ ​ຮຸງ​ກາ​ຣີ, ໂດຍ​ທ່ານ ຫງວຽນ​ຮົ່ວ​ບີ່ງ ​ຫົວ​ໜ້າ, ​ອົງ​ການ​ໄອ​ຍະ​ການ​ປະ​ຊາ​ຊົນ​ສູງ​ສຸດຫວຽດ​ນາມ ແລະ ທ່ານ Laszlo Trochani ລັດ​ຖະ​ມົນ​ຕີ​ວ່າ​ການ​ ກະ​ຊວງ​ຍຸດ​ຕິ​ທຳ ຮຸງ​ກາ​ຣີ ລົງ​ນາມ. ໃນ​ພິ​ທີລົງ​ນາມ, ບັນ​ດາ​ຜູ້​ແທນ​ຕີ​ລາ​ຄາ​ສູງ ຄວາມ​ສຳ​ຄັນ​ ຂອງ​ສັນ​ຍາ​ໃນ​ການ​ສ້າງ​ຂອບ​ການ​ຮ່ວມ​ມືດ້ານ​ກົດ​ໝາຍ ລະ​ຫວ່າງ ສອງ​ປະ​ເທດໃຫ້​ສົມ​ບູນ​ແບບ, ພ້ອມ​ທັງ​ຖືນີ້​ແມ່ນພື້ນ​ຖານ ເ​ພື່ອໃຫ້​ບັນ​ດາອ​ົງ​ການ ປະ​ຕິ​ບັດ​ກົດ​​ໝາຍ ​ຂອງສອງ​ປະ​ເທດ​ເພີ່​ມ​ທະ​ວີ​ການຊ່ວຍ​ໜູນ​ເຊິ່ງ​ກັນ ແລະ ກັນ​ໃນ​ການ​ສືບ​ສວນສອບ​ສວນ, ດຳ​ເນີນ​ຄະ​ດີ ​ສຳ​ລັບບັນ​ດາຄະ​ດີ​ອາ​ຍາ ແນ​ໃສ່​ຕໍ່​ສູ້​ ​​ບັນ​ດາ​ການ​ເຄື່ອນ​ໄຫວ​ອາດ​ຊະ​ຍາ​ກຳ, ເປັນ​ຕົ້ນ​ແມ່ນ​ອາດ​​ຊະ​ຍາ​ກຳ​ຂ້າມ​ຊາດ ໂດຍ​ມີ​ການ​ຈັດ​ຕັ້ງ​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ປົກປ້ອງ ບັນ​ດາ​ສິດ​ ແລະ ຜົນ​ປະ​ໂຫຍດ​ທ​ີ່​ສອດ​ຄ່ອງ​ກັບ​ກົດ​ໝາຍ ຂອງ​ປະ​ຊາ​ຊົນ​ສອງ​ປະ​ເທດ ໃຫ້ດີ​ກ່​ວາ​ເກົ່າ. ​ການ​ລົງ​ນາມໃນ​ສັນ​ຍາໜູນຊ່ວຍ​ດ້ານ​ຕຸ​ລາ​ການ ກ່ຽວ​ກັບ​ຄະ​ດີ​ອາ​ຍາກໍ່​ຈະ​ປະ​ກອ​ບ​ສ່ວນ​ຊຸ​ກ​ຍູ້​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ອື່ນ​ ລະ​ຫວ່າງ ຫວຽດ​ນາມ ແລະ ຮຸງ​ກາ​ຣີ, ຜ່ານ​ສິ່ງ​ດັ່ງ​ກ່າວ ໄດ້​ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ ເຂົ້າ​ໃນ​ການ​ພົວ​ພັນ​ທີ່​ເປັນ​ມູນ​ເຊື້ອອັນ​ດີ​ງາມ ລະ​ຫວ່າງ​ສອງ​ປະ​ເທດ ໃຫ້ເລິກ​ເຊິ່ງ​ຍິ່ງໆ​ຂື້ນ.

ຂ່າວ/ບົດ​ອື່ນ