ຫວຽດນາມແລະເບລາຣຸດເພີ່ມທະວີການຮ່ວມມືກັບບັນດາອົງການກຳມະບານ

ຫວຽດນາມແລະເບລາຣຸດເພີ່ມທະວີການຮ່ວມມືກັບບັນດາອົງການກຳມະບານ - ảnh 1
ທ່ານ​ນາງຮອງປະທານ​ປະ​ເທດ ຫງວຽນ​ທິຢວານ ​
ຕ້ອນຮັບ​ຄະນະ​ຜູ້​ແທນ​ຂັ້ນ​ສູງ ສະຫະພັນ​ກຳມະບານ ​ເບ​ລາຣູດ
(ພາບ: TTXVN)

(vovworld) - ຕອນ​ເຊົ້າ​ວັນ​ທີ 24/11, ຢູ່​ສຳນັກງານ​ປະທານ​ປະ​ເທດ, ທ່ານ​ນາງຮອງປະທານ​ປະ​ເທດ​ຫວຽດນາມ ຫງວຽນ​ທິຢວານ ​ໄດ້​ໃຫ້ການ​ຕ້ອນຮັບ​ຄະນະ​ຜູ້​ແທນ​ຂັ້ນ​ສູງ ສະຫະພັນ​ກຳມະບານ ​ເບ​ລາຣູດ ​ໂດຍ​ທ່ານ ປະທານ Mikhail Orda ນຳ​ໜ້າ, ພວມ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ. ທ່ານ​ນາງຮອງປະທານ​ປະ​ເທດ ຫງວຽນ​ທິຢວານ ​ເນັ້ນ​ໜັກ​ວ່າ, ພັກ, ລັດ ​ແລະ ປະຊາຊົນ​ຫວຽດນາມ ຍາມ​ໃດ​ກໍ່​ເຄົາລົບ​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ​ສອງ​ປະ​ເທດ, ນີ້​ແມ່ນ​ພື້ນຖານ​ເພື່ອ​ຊຸກຍູ້​ການພົວພັນ​ຮ່ວມ​ມື​ສອງ​ຝ່າຍ. ທ່ານ​ນາງ​ຮອງ​ປະທານ​ປະ​ເທດ​ຫວັງ​ວ່າ ອົງການ​ກຳມະບານ​ສອງ​ປະ​ເທດ​ຈະ​ປະຕິບັດ​ບັນດາ​ເອກະສານ​ທີ່​ໄດ້​ຮັບ​ການ​ລົງ​ນາມ​ຢ່າງ​ມີ​ປະສິດທິ​ຜົນ, ກໍ່​ຄື​ສ້າງ​ເງື່ອນ​ໄຂ​ສະດວກ​ເພື່ອ​ແລກປ່ຽນ​ບົດຮຽນ, ໜູນ​ຊ່ວຍ​ເຊິ່ງກັນ ​ແລະ ກັນ ​ໃນ​ການ​ສ້າງ​ຕັ້ງ​ສາຍ​ພົວພັນ, ພັດທະນາ​ການ​ຮ່ວມ​ມື​ກັບ​ບັນດາ​ອົງການ​ກຳມະບານ​ຂະ​ແໜງ, ກຳມະບານ​ເຂດ; ປະກອບສ່ວນ​ຊຸກຍູ້​ການ​ຮ່ວມ​ມື​ທາງ​ດ້ານ​ເສດຖະກິດ, ການ​ຄ້າ, ການທ່ອງທ່ຽວ​ລະຫວ່າງ​ສອງ​ປະ​ເທດ.

ຂ່າວ/ບົດ​ອື່ນ