ຫວຽດນາມໃຫ້ຄໍາໝັ້້ນສັນຍາ ມຸ່ງໄປເຖິງການພັດທະນາອາຊີບຫາປາ ທີ່ມີຄວາມຮັບຜິດຊອບ ແລະຍືນຍົງ

(VOVWORLD) -ການນໍາຂອງ ຄະນະກໍາມະການອາຊີບຫາປາ ແລະ ບັນດາຄະນະຜູ້ແທນ ໄດ້ຕີລາຄາສູງການຕັດສິນດັ່ງກ່າວຂອງລັດຖະບານຫວຽດນາມ

ເລື່ອງລັດຖະບານຫວຽດນາມ, ໃນວັນທີ 9 ກໍລະກົດ ໄດ້ອອກຂໍ້ຕົກລົງເຂົ້າຮ່ວມສັນຍາ ກ່ຽວກັບມາດຕະການແກ້ໄຂຂອງປະເທດມີທ່າກໍ່າປັ່ນ (PSMA)  ເພື່ອແນໃສ່ສະກັດກັ້ນ, ຕ້ານການກະທໍາຂຸດຄ້ົນສິນໃນນໍ້າຢ່າງຜິດກົດໝາຍ, ບໍ່ແຈ້ງຂໍອະນຸຍາດ ແລະ ບໍ່ຖືກຕ້ອງຕາມຂໍ້ກໍານົດ (IUU) ຂອງອົງການສະບຽງອາຫານ ແລະ ການກະເສດສະຫະປະຊາຊາດ (FAO) ໄດ້ຮັບການສ່ອງແສງ, ສະແດງປະຕິກິລິຍາຕອບກັບຢ່າງຕັ້ງໜ້າຈາກຄະນະກໍາມະການອາຊີບຫາປາ (COFI) ໂດຍຂຶ້ນກັບ FAO ແລະ ຈາກຫາງສຽງສາກົນ.

        ການນໍາຂອງ ຄະນະກໍາມະການອາຊີບຫາປາ ແລະ ບັນດາຄະນະຜູ້ແທນ ໄດ້ຕີລາຄາສູງການຕັດສິນດັ່ງກ່າວຂອງລັດຖະບານຫວຽດນາມ,ຖືນີ້ແມ່ນການກະທໍາສະແດງໃຫ້ເຫັນການໃຫ້ຄໍາໝັ້ນສັນຍາທີ່ມີຄວາມຮັບຜິດຊອບຕໍ່ບັນດາບັນຫາສາກົນ, ມຸ່ງໄປເຖິງຮູບແບບອາຊີບຫາປາ ພັດທະນາແບບຍືນຍົງຂອງຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ