ຫວຽດນາມໃຫ້ຄຳໝັ້ນສັນຍາຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ-ຊາຍຕາມສົນທິສັນຍາ CEDAW

ຫວຽດນາມໃຫ້ຄຳໝັ້ນສັນຍາຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ-ຊາຍຕາມສົນທິສັນຍາ CEDAW - ảnh 1
(ຫວຽດນາມ ປະຕິບັດບັນດາການເຄື່ອນໄຫວເພື່ອໃຫ້​
ຄວາມ​ສະ​ເໝີ​ພາບ​ລະຫວ່າງ​ຍິງ-ຊາຍ)

(vovworld) -ວັນ​ທີ 19/4 ຢູ່​ຮ່າ​ໂນ້ຍ, ກະຊວງ​ແຮງ​ງານ​ທະຫານ​ເສຍອົງຄະ ​ແລະ ສັງຄົມ ​ສົມທົບ​ກັບ​ອົງການ​ສະຫະ​ປະຊາ​ຊາດ​ ກ່ຽວ​ກັບ​ຄວາມ​ສະ​ເໝີ​ພາບ​ລະຫວ່າງ​ຍິງ-ຊາຍ ​ແລະ ມອບ​ສິດ​ໃຫ້​ແມ່ຍິງ​ປະຈຳ​ຫວຽດນາມ​​ໄດ້ຈັດ​ຕັ້ງ​ເວທີ​ປາ​ໄສ​ລະດັບ​ຊາດ, ​ເພື່ອ​ແນ​ໃສ່​ຫວນ​ຄືນ​ວິວັດການ​ປະຕິບັດ​ຄວາມ​ສະ​ເໝີ​ພາບ​ລະຫວ່າງ​ຍິງ-ຊາຍ ​ແລະ ມອບ​ສິດ​ໃຫ້​ແມ່ຍິງ​ຜ່ານ​ສົນທິສັນຍາ​ກ່ຽວ​ກັບ​ການ​ລົບ​ລ້າງ​ທຸກ​ຮູ​ບການ​ຈຳ​ແນ​ກ ການປະພຶດ​ຕໍ່​ແມ່ຍິງ (CEDAW). ຜ່ານ 10 ປີ​ແຫ່ງ​ການ​ປະຕິບັດ CEDAW, ຫວຽດນາມ​ບັນລຸ​ໄດ້​ຫຼາຍ​ຜົນງານ​ພໍ​ສົມຄວນ ​ໃນ​ວຽກ​ງານລົບ​ລ້າງ​ທຸກ​ຮູ​ບການ​ຈຳ​ແນ​ກການປະພຶດ​ຕໍ່​ແມ່ຍິງ. ​ເປັນ​ຄັ້ງ​ທຳ​ອິດ​ທີ່​ຫວຽດນາມ​ມີ​ປະທານ​ສະພາ​ແຫ່ງ​ຊາດ​ເປັນ​ແມ່ຍິງ, 50% ບັນ​ດາ​ກະຊວງ, ຂະ​ແໜງ​ການ, ອົງການ​ສູນ​ກາງ​ມີ​ແມ່ຍິງ​ເປັນ​ການ​ນຳຫຼັກ​ແຫຼ​່ງ,. ອັດຕາ​ສ່ວນ​ແຮງ​ງານ​ຍິງ​ຮັກສາ​ຢູ່​ໃນ​ລະດັບ​ສູງ​ແມ່ນ 79%, ຖືກ​ຈັດ​ອັນ​ດັບ 21/145 ປະ​ເທດ ກ່ຽວ​ກັບ​ຊ່ອງ​ວ່າງລະຫວ່າງ​ຍິງ - ຊາຍ​ໃນ​ການ​ອອກ​ແຮງ​ງານ. ກ່າວ​ຄວາມ​ເຫັນ​ທີ່​ເວທີ​ປາ​ໄສ, ທ່ານ ຫງວຽນ​ຈ້ອງ​ດ່າ​ມ, ລັດຖະມົນຕີ​ຊ່ວຍ​ວ່າການ ກະຊວງ​ແຮງ​ງານ​ທະຫານ​ເສຍອົງຄະ ​ແລະ ສັງຄົມ, ​ໃຫ້​ຮູ້​ວ່າ: ລັດ ຫວຽດນາມ​ຍາມ​ໃດ​ກໍ່​ໃຫ້​ຄຳ​ໝັ້ນ​ສັນຍາ ​ແລະ ຕັດສິນ​ໃຈ​ຍູ້​ແຮງ​ການ​ປະຕິບັດ​ວຽກ​ງານຮັກສາ​ຄວາມ​ສະ​ເໝີ​ພາບ​ລະຫວ່າງ​ຍິງ -ຊາຍ ​ແລະ ຮັບປະກັນ​ສິດ​ຂອງ​ແມ່ຍິງ ​ແລະ ​ເດັກນ້ອຍ.

        “ດ້ວຍ​ໜ້າ​ທີ່​ຮັບຜິດຊອບ ​ແມ່ນ​ອົງການ​ເສນາ​ທິການ​ໃຫ້​ລັດຖະບານ​ກ່ຽວ​ກັບ​ຄວາມ​ສະ​ເໝີ​ພາບລະຫວ່າງ​ຍິງ ຊາຍ, ພວກ​ຂ້າພະ​ເຈົ້າ​ໃຫ້​ຄຳ​ໝັ້ນ​ສັນຍາ​ສືບ​ຕໍ່​ຍູ້​ແຮງ​ການ​ປະຕິບັດ​ສົນທິສັນຍາ​ CEDAW ຢູ່​ຫວຽດນາມກວ່າ​ອີກ, ຜ່ານ​ການສະ​ເໜີ​ລັດຖະບານ, ສະພາ​ແຫ່ງ​ຊາດພິຈາລະນາ ​ແລະ ​ເຊັນ​ອະນຸມັດ​ບັນດາ​ໂຄງການ, ​ແຜນການ​ດຳ​ເນີນ​ງານ​ແຫ່ງ​ຊາດ​ຕາມ​ຂໍ້​ສະ​ເໜີ​ຂອງ CEDAW ສຳລັບ​ຫວຽດນາມ. ພ້ອມ​ທັງ​ຊຸກຍູ້​ນຳ​ບຸລິມະສິດຍົກ​ສູງ​ສິດ​ຂອງ​ແມ່ຍິງ ​ແລະ ​ເດັກ​ຍິງ​ເຂົ້າ​ໃນ​ລາຍການ​ດຳ​ເນີນ​ງານ​ແຫ່ງ​ຊາດ, ຊ່ວຍ​ຮັບປະກັນສິດ ຂອງ​ແມ່ຍິງ ​ແລະ ​ເດັກ​ຍິງ​ໃຫ້​ດີກ​ວ່າ​ອີກ

ຂ່າວ/ບົດ​ອື່ນ