ຫວຽດນາມໃຫ້ຄຳໝັ້ນສັນຍາປັບປຸງສະພາບແວດລ້ອມແຫ່ງການລົງທຶນຢ່າງແຮງ

ຫວຽດນາມໃຫ້ຄຳໝັ້ນສັນຍາປັບປຸງສະພາບແວດລ້ອມແຫ່ງການລົງທຶນຢ່າງແຮງ - ảnh 1
ນາຍົກລັດຖະມົນຕີ ຫງວຽນເຕີນຢູ້ງ ແລະ ປະທານເວທີປາໄສເສດຖະກິດໂລກ Klaus Schwab
(ພາບ:TTXVN)

(​vovworld) – ດຶງ​ດູດການ​ລົງທຶນ​ໂດຍ​ກົງ​ຈາກ​ຕ່າງປະ​ເທດ (FDI) ​​ແມ່ນ​ການ​ເຄື່ອນ​ໄຫວ​ເສດຖະກິດ​ກັບ​ຕ່າງປະ​ເທດ​ທີ່ສຳຄັນ​ຂອງ​ຫວຽດນາມ. ບໍ່ພຽງ​ແຕ່​ມີ​ຄວາມ​ສະດວກ​ຫຼາຍ​ຢ່າງ ​ແລະ ສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ​​ດູດ​ດື່ມ​ເທົ່າ​ນັ້ນ, ຫວຽດນາມ ຍັງພວມ​ມານະ​ພະຍາຍາມ​ສືບຕໍ່​​ໄດ້​ຮັບ​ຜົນ​ສຳ​ເລັດ​ໃນການ​ດຶງ​ດູດ FDI ດ້ວຍ​ຄຳ​ໝັ້ນ​ສັນຍາ​ປັບປຸງ​ສະພາບ​​ແວ​ດລ້ອມ​​ແຫ່ງ​ການລົງ​ທຶນ, ດຳ​ເນີນ​ທຸລະ​ກິດ. ຫວຽດນາມ ຖື​ພາກສ່ວນ​ວິ​ສາ​ຫະກິດ​ທີ່ມີ​​ເງິນ​ລົງທຶນຂອງ​ຕ່າງປະ​ເທດ​ແມ່ນ​ພາກສ່ວນ​ສຳຄັນ​​​ໃນ​ພື້ນຖານ​ເສດຖະກິດ, ພ້ອມ​ທັງ​ຖື FDI ​ແມ່ນ​ປັດ​ໄຈ​ຕັດສິນ​ເພື່ອ​ສ້າງ​ໂຄງ​ປະກອບ​ພື້ນຖານ​ເສດຖະກິດ ​ແລະ ​ເພີ່ມ​ກຳລັງ​ແກງ​ແຍ້​ງ​ແຫ່ງ​ຊາດ. ດ້ວຍຫົວ​ຂໍ້​ວ່າ “ຫວຽດນາມ - ຈຸດ​ນັດ​ພົບ​ຂອງ​ບັນດາ​ນັກ​ລົງ​ທຶນ”, ບົດ​ຂຽນ​ຂອງ​ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູ້ງ ​ໃນ​ແວບ​ໄຊ​ຂອງ​ເວທີ​ປາ​ໄສ​ເສດຖະກິດ​ໂລກ, ​ໃຫ້​ຮູ້​ວ່າ: ຮອດ​ເດືອນ 4/2014, ຍອດ​ໂຄງການ FDI ຍັງ​ມີ​ຜົນ​ສັດ​ສິດ​ຢູ່​ຫວຽດນາມ​ແມ່ນ 16.300 ​ໂຄງການ, ດ້ວຍ​ຍອດ​ເງິນ​ລົງທຶນ​ປະມານ 238 ຕື້ USD. ມີ​ປະມານ 100 ປະ​ເທດ ​ແລະ ​ເຂດ​ແຄ້ວ​ນມີ​ບັນດາ​ໂຄງການ​ລົງທຶນຢູ່ ຫວຽດນາມ, ​ແລະ ກ່ວາ 100 ກຸ່ມ​ບໍລິສັດ​ນາໆ​ຊາດ​ອັນ​ດັບ​ໜຶ່ງ​ຂອງ​ໂລກ​ມີໜ້າ​ຢູ່ ຫວຽດນາມ. ບັນດາ​ຕົວ​ເລກ​ດັ່ງກ່າວ​ໄດ້​ພິສູດ​ໃຫ້​ເຫັນວ່າ ຫວຽດນາມ ​ໄດ້ ​ແລະ ພວມ​ກາຍ​ເປັນ​ຈຸດ​ນັດ​ພົບ​ທີ່ດູດ​ດື່ມ​ສຳລັບ​ບັນດາ​ນັກ​ລົງທຶນ​ຕ່າງປະ​ເທດ. ​ເພື່ອ​ອະທິບາຍ​ກ່ຽວ​ກັບ​ຜົນສຳ​ເລັດ​ໃນ​ການ​ດຶງ​ດູດ FDI, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູ້ງ ​ເນັ້ນ​ໜັກ​ວ່າ: ທີ​ໜຶ່ງ​ແມ່ນ, ຍາມ​ໃດ ຫວຽດນາມ ກໍ່​ແມ່ນ​ປະ​ເທດທີ່​ມີສະຖຽນ​ລະ​ພາບ​ດ້ານ​ການ​ເມືອງ - ສັງຄົມ ​ທັງ​ແມ່ນ​ໜຶ່ງ​ມນບັນດາ​ພື້ນຖານ​ເສດຖະກິດ​ເຕີບ​ໂຕ​ທີ່ຂະຫຍັນ​ຂັນ​ເຄື່ອນ.​​.​. ທີ 2 ​ແມ່ນ ຫວຽດນາມ ມີ​ກຳລັງ​ຄົນ​ງານ​ອຸດົມສົມບູນ, ມີ​ທີ່​ຕັ້ງ​ພູມ​ສາດ​ສະດວກ.​.​. ທີ 3 ​ແມ່ນ, ລັດຖະບານ ຫວຽດນາມ ຍາມ​ໃດ​ກໍ່​ໃຫ້ຄຳ​ໝັ້ນ​ສັນ​ຍາ ​ສ້າງ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງ​ທຶນ​ສະດວກສະບາຍ ​ແລະ ສ​ະ​ເໜີ​ພາບ​ໃຫ້​ບັນດາ​ນັກ​ລົງທຶນ​ຕ່າງປະ​ເທດ ກໍ່​ຄື​ປັບປຸງ​ກອບ​ກົດໝາຍ ​ແລະ ລະບອບ​ຮັບ​​ໃຊ້​ບັນດາ​ການ​ເຄື່ອນ​ໄຫວ​ດຳ​ເນີນ​ທຸລະ​ກິດ ​ແລະ ລົງທຶນ​ຢ່າງ​ບໍ່​ຢຸດ​ຢັ້ງ.


ຂ່າວ/ບົດ​ອື່ນ