ຫວຽດນາມໄດ້ປະຕິບັດສຳເລັດ90%ວຽກງານກະກຽມເນື້ອໃນໃຫ້ປີAPEC2017

ຫວຽດນາມໄດ້ປະຕິບັດສຳເລັດ90%ວຽກງານກະກຽມເນື້ອໃນໃຫ້ປີAPEC2017 - ảnh 1
​ກອງ​ປະຊຸມ​ການ​ທູດ​ຄັ້ງ​ທີ 29 ທີ່​ພວມ​ດຳ​ເນີນ​ຢູ່ ຮ່າ​ໂນ້ຍ
(ພາບ: ຫງວຽນຄາງ)

(vovworld) - ຫວຽດນາມ​ໄດ້​ປະຕິບັດ​ສຳ​ເລັດ 90% ວຽກ​ງານ​ກະກຽມ​ເນື້ອ​ໃນ​ໃຫ້​ປີ APEC 2017. ນີ້​ແມ່ນ​ຄຳ​ຢືນຢັນ​ຂອງ​ທ່ານ​ນາງ ຫງວຽນ​ຫງວຽດງາ, ຫົວໜ້າ​ກົມ​ຮັບຜິດຊອບ​ພາກສ່ວນ​ປະຈຳການ​ຄະນະ​ເລຂາ APEC ຫວຽດນາມ 2017, ຢູ່​ນອກ​ກອງ​ປະຊຸມ​ການ​ທູດ​ຄັ້ງ​ທີ 29 ທີ່​ພວມ​ດຳ​ເນີນ​ຢູ່ ຮ່າ​ໂນ້ຍ.

ດ້ວຍ​ກອງ​ປະຊຸມ​ໃຫຍ່, ນ້ອຍ 200 ຄັ້ງ, ​ໃນ​ນັ້ນ​ມີ​ກອງ​ປະຊຸມ​ຂັ້ນ​ລັດຖະມົນຕີ​ຂຶ້ນ​ໄປ​ແມ່ນ 20 ຄັ້ງ ​ແລະ ໜຶ່ງ​ສັບປະດາ​ຂັ້ນ​ສູງ, APEC 2017 ​ແມ່ນ​ການ​ເຄື່ອນ​ໄຫວ​ການ​ຕ່າງປະ​ເທດ​ຈຸດ​ສຸມ​ຂອງ ຫວຽດນາມ​ໃນ​ໄລຍະ​ພັດທະນາ​ໃໝ່. ນັບ​ແຕ່​ຮັບ​ໜ້າ​ທີ່​ເປັນ​ເຈົ້າພາບ​ຈັດ​ຕັ້ງ​ກອງ​ປະຊຸມ​ເມື່ອ​ປີ 2013, ຫວຽດນາມ​ໄດ້​ຜັນ​ຂະຫຍາຍ​ວຽກ​ງານ​ກະກຽມ​ຢ່າງ​ໄວ, ດ້ວຍ​ການ​ສ້າງ​ຕັ້ງ​ກຸ່ມ​ປະຕິບັດ​ງານ​ລະຫວ່າງ​ຂະ​ແໜງ ​​ແລະ​ ຄະນະ​ກຳມະການ​ແຫ່ງ​ຊາດ​ຊີ້​ນຳ​ວຽກ​ງານ​ກະກຽມ​ໃຫ້​ປີ APEC 2017 ​ໂດຍ​ກົງ. ທ່ານ​ນາງ ຫງວຽນ​ຫງວຽດງາ, ​ໃຫ້​ຮູ້​ວ່າ:

“ປະຈຸ​ບັນ​ພວກ​ເຮົາໄດ້​ປະຕິບັດ​ສຳ​ເລັດ 90% ວຽກ​ງານ​ກະກຽມ​ເນື້ອ​ໃນ​ໃຫ້​ປີ APEC 2017 ​ແລະ ປະຈຸ​ບັນ​ພວກ​ເຮົາ​ສືບ​ຕໍ່​ທາ​ບທາມ​ຄວາມ​ເຫັນ​ເພື່ອ​ປະຕິບັດ​ໃຫ້​ສຳ​ເລັດ ​ແລະ ຈະ​ແຈ້ງ​ຢ່າງ​ເປັນ​ທາງ​ການ​ຢູ່​ກອງ​ປະຊຸມ​ຂັ້ນ​ສູງ​ທີ່ ​ເປຣູ ​ໃນ​ເດືອນ 11 ປີ​ນີ້. ກ່ຽວ​ກັບ​ວຽກ​ງານ​ວັດຖຸ ພາລະ​ກອນ, ກໍ່​ຕ້ອງ​ສຳ​ເລັດ​ປະມານ 70% ​ໃນ​ປີ​ນີ້. ປີ 2017 ຈະ​ແມ່ນ​ປີ​ຮັບຜິດຊອບໜ້າ​ທີ່​ພິ​ເສດ, ທັງ​ແມ່ນ​ກາລະ​ໂອກາດ​ໃຫຍ່​ໃຫ້​ແກ່​ການ​ເຊື່ອມ​ໂຍງ​ຂອງ​ ຫວຽດນາມ. ​ແລະ ພວກ​ເຮົາ​ຫວັງ​ວ່າ, ດ້ວຍ​ວຽກ​ງານ​ກະກຽມ APEC 2017 ຢ່າງ​ລອບ​ຄອບ​ຖີ່​ຖ້ວນ, ຈະ​ສ້າງ​ການ​ກະທົບ​ໃຫ້ ຫວຽດນາມ​ໃນ​ບັນຫາ​ພັດທະນາ, ​ເພີ່ມ​ການ​ພົວພັນ​ຄູ່​ຮ່ວມ​ມື, ດຶງ​ດູດ​ກຳລັງ​ໜູນ​,, ພ້ອມ​ທັງ​ໂຄສະນາ​ກຳລັງ​ແຮງ​ຂອງ ຫວຽດນາມ ຕື່ມ​ອີກ“

 

 

ຂ່າວ/ບົດ​ອື່ນ