ຫວຽດນາມໄດ້ຮັບເລືອກຕັ້ງເປັນກຳມະການສະພາບໍລິຫານUNESCOອາຍຸການ2015-2019ດ້ວຍບັດສະໜັບສະໜູນສູງ

ຫວຽດນາມໄດ້ຮັບເລືອກຕັ້ງເປັນກຳມະການສະພາບໍລິຫານUNESCOອາຍຸການ2015-2019ດ້ວຍບັດສະໜັບສະໜູນສູງ - ảnh 1
(ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ​ເລ​ຫາຍ​ບິງ)

(vovworld) – ວັນ​ທີ 12/11, ທີ່​ກອງ​ປະຊຸມ​ຂ່າວ​ນັດ​ສາມັນ​ຂອງ​ກະຊວງ​ການ​ຕ່າງປະ​ເທດ​, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ​ເລ​ຫາຍ​ບິງ ​ໃຫ້​ຮູ້​ວ່າ, ທີ່​ກອງປະຊຸ​ມຄັ້ງ​ທີ 38 ຂອງ​ອົງການ UNESCO, ສະມັດຊາ​ໃຫຍ່​ໄດ​້ດຳ​ເນີນ​ການ​ເລືອກ​ຕັ້ງ​ຢູ່ 30 ປະ​ເທດ​ສະມາຊິກ​ສະພາ​ບໍລິຫານ. ຫວຽດນາມ ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ກຳ​ມະການ​ສະພາ​ບໍລິຫານ UNESCO ອາຍຸ​ການ 2015-2019 ດ້ວຍ​ບັດ​ສະ​ໜັບ​ສະ​ໜູນສູງ 156 ບັດ. ​ເຫດການ​ນີ້​ໄດ້​ສະ​ແດງ​ໃຫ້​ເຫ​ັນທີ່​ຕັ້ງ ​ແລະ ອິດ​ທິພົນ​ຊື່​ສຽງ​ທີ່​ນັບ​ມື້​ນັບ​ສູງ​ຂອງ​ຫວຽດນາມ ບົນ​ເວທີ​ສາກົນ, ພ້ອມ​ທັງ​ແມ່ນ​ການ​ຮັບ​ຮູ້​ຂອງ​ປະຊາ​ຄົມ​ສາກົນ ຕໍ່​ບັນດາ​ການ​ປະກອບສ່ວນ​ຂອງ​ຫວຽດນາມ ສຳ​ລັບ UNESCO. ນີ້​ແມ່ນ​ຄັ້ງ​ທີ 4 ທີ່ຫວຽດນາມ ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ກຳ​ມະການ​ສະພາ​ບໍລິຫານ UNESCO. ​​ໂດຍ​​ແມ​່ນສະມາຊິກ​ຂອງ​ສະພາ​ບໍລິຫານ UNESCO, ອີ​ກ​ເທື່ອ​ໜຶ່ງ ຫວຽດນາມ ຈະ​ມານະ​ພະຍາຍາ​ມພ້ອມ​ກັບ​ບັນດາ​ປະ​ເທດ​ສະມາຊິກ​ອື່ນໆ ​ເຂ​ົ້າຮ່ວມ​ຢ່າງ​​ເປັນ​ເຈົ້າ​ການ​ໃນນະ​ໂຍບາຍ​ຕ່າງໆ​ຂອງ UNESCO.

ຂ່າວ/ບົດ​ອື່ນ