ຫົວໂປ່ອົງ​ການ Al Qaeda ຢູ່​ແຫຼມ​ ອາ​ຣັບ ເສຍ​ຊີ​ວິດ

(VOVWORLD) - AQAP ແມ່ນກຸ່ມທຳສົງຄາມສັກສິດອິດສະລາມ, ສ່ວນຫຼາຍເຄື່ອນໄຫວຢູ່ເຢແມນ ແລະ ອາຣັບບິ ຊາອຸດິ. 
ຫົວໂປ່ອົງ​ການ  Al Qaeda ຢູ່​ແຫຼມ​ ອາ​ຣັບ ເສຍ​ຊີ​ວິດ - ảnh 1ມືປຶນ ອົງການ Al Qaeda (ພາບ: AFP/TTXVN)

ວັນທີ 10 ມີນາ, ອົງການ Al Qaeda ຢູ່ແຫຼມ ອາຣັບ (AQAP) ໄດ້ມີຖະແຫຼງການກ່ຽວກັບການເສຍຊີວິດຂອງ Khalid bin Umar Batarfi  ເຊິ່ງເປັນຫົວໂປກຸ່ມນີ້. AQAP ບໍ່ກ່ວເຖິງສາຍເຫດຂອງການເສຍຊີວິດດັ່ງກ່າວ, ແຕ່ໃຫ້ຮູ້ວ່າໄດ້ບົ່ງຕົວ Sad bin Atef al-Awlaki ເປັນຫົວໂປ່ ຄົນສືບທອດຂອງອົງການ.

AQAP ແມ່ນກຸ່ມທຳສົງຄາມສັກສິດອິດສະລາມ, ສ່ວນຫຼາຍເຄື່ອນໄຫວຢູ່ເຢແມນ ແລະ ອາຣັບບິ ຊາອຸດິ. ອົງການນີ້ໄດ້ຮັບຖືວ່າແມ່ນເຄື່ອນໄຫວຢ່າງແຮງທີ່ສຸດໃນບັນດາສາຂາຂອງ Al-Qaeda ແລະ ຕາມອາເມລິກາແລ້ວ ນີ້ແມ່ນສາຂາອັນຕະລາຍທີ່ສຸດຂອງ ກຸ່ມ Al-Qaeda. ກຸ່ມນີ້ຖືກສປຊ ແລະ ບາງປະເທດ ກໍ່ຄືບັນດາອົງການຈັດຕັ້ງສາກົນ ກຳນົດວ່າແມ່ນກຸ່ມກໍ່ການຮ້າຍ.

ຕອບກັບ

ຂ່າວ/ບົດ​ອື່ນ