ຫົວໜ້າຄະນະຈັດຕັ້ງສູນກາງພັກ ເຈືອງທິມາຍ ຢ້ຽມຢາມ ແລະ ເຮັດວຽກຢູ່ ແຟງລັງ

(VOVWORLD) -  ທີ່ການເຮັດວຽກ, ທ່ານນາງ ເຈືອງທິມາຍ ສະເໜີໃຫ້ສອງຝ່າຍສືບຕໍ່ຍູ້ແຮງການແລກປ່ຽນຄະນະຜູ້ແທນຂັ້ນສູງ, ຊຸກຍູ້ການຮ່ວມມືເສດຖະກິດ, ການຄ້າ, ການລົງທຶນ, ການເພີ່ມທະວີການຮ່ວມມືໃນບັນດາຂົງເຂດວິທະຍາສາດເຕັກໂນໂລຊີ, ນະວັດຕະກຳ, ເຄື່ອງປ່າຂອງດົງ, ໂທລະຄົມ
ຫົວໜ້າຄະນະຈັດຕັ້ງສູນກາງພັກ ເຈືອງທິມາຍ ຢ້ຽມຢາມ ແລະ ເຮັດວຽກຢູ່ ແຟງລັງ - ảnh 1ທ່ານນາງ ເຈືອງທິມາຍ, ຫົວໜ້າຄະນະຈັດຕັ້ງສູນກາງພັກ, ນຳໜ້າຄະນະຜູ້ແທນພັກກອມມູນິດ ຫວຽດນາມ
 ແລະ ທ່ານປະທານສະພາແຫ່ງຊາດ Jussi Halla-Aho(ພາບ:Mạnh Hùng/TTXVN)

ໃນລະຫວ່າງວັນທີ 2 4 ພະຈິກ, ທ່ານນາງ ເຈືອງທິມາຍ, ຫົວໜ້າຄະນະຈັດຕັ້ງສູນກາງພັກ, ນຳໜ້າຄະນະຜູ້ແທນພັກກອມມູນິດ ຫວຽດນາມ, ຢ້ຽມຢາມ ແລະ ເຮັດວຽກຢູ່ ແຟງລັງ. ນະທີ່ນີ້,ຄະນະໄດ້ເຂົ້າຢ້ຽມຂ່ຳນັບ, ເຮັດວຽກກັບທ່ານປະທານສະພາແຫ່ງຊາດ Jussi Halla-Aho, ທ່ານລັດຖະມົນຕີການຕ່າງປະເທດ ແຟງລັງ Elina Valtonen, ທ່ານປະທານພັກກອມມູນິດ ແຟງລັງ Liisa Taskinen, ປະທານສະມາຄົມມິດຕະພາບ ແຟງລັງ - ຫວຽດນາມ Mauri Raveala, ຢ້ຽມຢາມສະຖານທູດ ຫວຽດນາມ ແລະ ພົບປະກັບຜູ້ຕາງນ້າປະຊາຄົມຊາວ ຫວຽດນາມ ປະຈຳ ແຟງລັງ.

  ທີ່ການເຮັດວຽກ, ທ່ານນາງ ເຈືອງທິມາຍ ສະເໜີໃຫ້ສອງຝ່າຍສືບຕໍ່ຍູ້ແຮງການແລກປ່ຽນຄະນະຜູ້ແທນຂັ້ນສູງ, ຊຸກຍູ້ການຮ່ວມມືເສດຖະກິດ, ການຄ້າ, ການລົງທຶນ, ການເພີ່ມທະວີການຮ່ວມມືໃນບັນດາຂົງເຂດວິທະຍາສາດເຕັກໂນໂລຊີ, ນະວັດຕະກຳ, ເຄື່ອງປ່າຂອງດົງ, ໂທລະຄົມ, ພົວພັນແລກປ່ຽນປະຊາຊົນ… ເພື່ອແນໃສ່ເສີມຂະຫຍາຍບັນດາຄວາມສາມາດບົ່ມຊ້ອນໃນການຮ່ວມມື, ນຳການພົວພັນສອງຝ່າຍໃຫ້ນັບມື້ນັບພັດທະນາແທດຈິງ ແລະ ກ້າວເຂົ້າສູ່ລວງເລິກ.

  ການນຳສະພາແຫ່ງຊາດ, ລັດຖະບານ ແລະ ບັນດາພັກການເມືອງຂອງແຟງລັງ ສະເໜີໃຫ້ສອງຝ່າຍຍາດແຍ່ງບັນດາກາລະໂອກາດເຊິ່ງສັນຍາການຄ້າເສລີ ສະຫະພາບເອີລົບ (ອີຢູ) - ຫວຽດນາມ ນຳມາໃຫ້ດີກ່ວາອີກ. ສອງຝ່າຍຢັ້ງຢືນຫຼັກການເຄົາລົບກົດໝາຍສາກົນ, ກົດບັດ ສປຊ ໃນການແກ້ໄຂຄວາມບໍ່ລົງລອຍກັນ, ການແກ່ງແຍ້ງສາກົນ; ປາດຖະໜາຢາກຊຸກຍູ້ການພົວພັນ ອີຢູ - ອາຊຽນ ເວົ້າລວມ ແລະ ແຟງລັງ - ອາຊຽນ ເວົ້າສະເພາະ ເພື່ອສັນຕິພາບ, ການຮ່ວມມື ແລະ ການພັດທະນາຢູ່ແຕ່ລະພາກພື້ນ ແລະ ໃນໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ