ຫົວໜ້າຄະນະຈັດຕັ້ງສູນກາງໂຕຮຸຍເຣື໋ອພົບປະກັບຜູ້ມີສິດເລືອກຕັ້ງນະຄອນບັກນິງ

 ຫົວໜ້າຄະນະຈັດຕັ້ງສູນກາງໂຕຮຸຍເຣື໋ອພົບປະກັບຜູ້ມີສິດເລືອກຕັ້ງນະຄອນບັກນິງ - ảnh 1
ທ່ານ ໂຕ​ຮຸຍ​ເຣື໋ອພົບ​ປະ​ກັບຜູ້​ມີ​ສິດ​ເລືອ​ກ
ຕັ້ງຕາ​ແສງ ຕ່ຽນອານ, ນະ​ຄອນ​ບັກ​ນິງ
(ພາບ: bacninh.gov.vn)

(vovworld) – ​ ກ່າວ​ຄຳ​ເຫັນ​ທີ່​ການ​ພົບ​ປະ​ກັບຜູ້​ມີ​ສິດ​ເລືອ​ກຕັ້ງຕາ​ແສງ ຕ່ຽນອານ, ນະ​ຄອນ​ບັກ​ນິງ (​ແຂວງ ບັກ​ນິງ) ​ໃນວັນ​ທີ 15/10, ທ່ານ ໂຕ​ຮຸຍ​ເຣື໋ອ ຫົວໜ້າ​ຄະນະ​ຈັດ​ຕັ້ງ​ສູນ​ກາງພັກ​ກອມ​ມູນິດ ຫວຽດນາມ ຂອບ​ໃຈ​ບັນດາ​ຄຳ​ເຫັນສຸດ​ຈິດ​ສຸດ​ໃຈ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ, ພ້ອມ​ທັງ ຮັບ​ຮູ້​ເພື່​ອສ່ອງ​ແສງ​ຕໍ່​ສະພາ​ແຫ່ງ​ຊາດ​ໃນ​ກອງ​ປະຊຸມ​ຈະ​ມາ​ເຖິງ. ທ່ານ ໂຕ​ຮຸຍ​ເຣື໋ອ ​ໃຫ້​ຮູ້​ວ່າ: ສະພາ​ແຫ່ງ​ຊາດ ພວມ​ມີ​ບັນດາ​ມາດ​ຕະການ​ຕັ້ງໜ້າ ​ເພື່ອ​ຍົກ​ຈຳນວນ​ຜູ້​ແທນ​ສະ​ເພາະ​ກິດ, ​​ແນ​ໃສ່​ຍົກ​ສູງ​ຄຸນ​ນະພາ​ບການ​ເຄື່ອນ​ໄຫວ​ເທື່ອ​ລະ​ກ້າວ, ຕອບ​ສະໜອງ​ຄວາມ​ຫວັງ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ທົ່ວ​ປະ​ເທດ. ທ່ານ ໂຕ​ຮຸຍ​ເຣື໋ອ ຢືນຢັນ​ວ່າ: ພັກ, ລັດ ​ໄດ້ ​ແລະ ພວມ​ສຸມ​ໃສ່​ຊີ້​ນຳ​ບັນດາ​ອົງການ​ກ່ຽວ​ຂ້ອງ​ພິຈາລະນາ, ດັດປັບ​ບັນດາ​ບັນຫາທີ່​ຍັງ​ບໍ່ໃກ້ຊິດ​ກັບ​ພຶດຕິ​ກຳ​ຕົວ​ຈິງ, ​ເພື່ອ​ ​ສ້າງ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ, ​​ເປັນເອກະ​ພາບສູງ​ໃນ​ໝູ່ປະຊາຊົນ, ປະກອບສ່ວນ​ພັດທະນາ​ເສດຖະກິດ - ສັງຄົມ​ໃຫ້​ໝັ້ນຄົງ, ຍົກ​ສູງ​ຊີວິດ​ການ​ເປັນ​ຢູ່​ໃຫ້​ປະຊາຊົນ.

ຂ່າວ/ບົດ​ອື່ນ