ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ເຮັດວຽກກັບບັນດາຫົວໜ້າອົງການຜູ້ຕາງໜ້າ ຫວຽດນາມ ປະຈຳຕ່າງປະເທດ ອາຍຸການ 2024 – 2027

(VOVWORLD) - ທ່ານ ເລຮ່ວາຍຈູງ ເນັ້ນໜັກວ່າ, ບັນດາຫົວໜ້າອົງການຜູ້ຕາງໜ້າ ຫວຽດນາມ ປະຈຳຕ່າງປະເທດ, ໃນຖານະຕຳແໜ່ງໃໝ່ຂອງຕົນ, ຕ້ອງກຳແໜ້ນ ແລະ ຜັນຂະຫຍາຍແນວທາງ, ແຜນນນະໂຍບາຍຂອງພັກ ກ່ຽວກັບການພົວພັນຕ່າງປະເທດ
ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ເຮັດວຽກກັບບັນດາຫົວໜ້າອົງການຜູ້ຕາງໜ້າ ຫວຽດນາມ ປະຈຳຕ່າງປະເທດ ອາຍຸການ 2024 – 2027 - ảnh 1ທີ່ການເຮັດວຽກ
(ພາບ: TTXVN)

        ຕອນບ່າຍວັນທີ 27 ກຸມພາ, ຢູ່ສຳນັກງານຄະນະພົວພັນຕ່າງປະເທດສູນກາງພັກ, ທີ່ ຮ່າໂນ້ຍ, ທ່ານຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດ ຫວຽດນາມ ເລຮ່ວາຍຈູງ ໄດ້ຕ້ອນຮັບ ແລະ ເຮັດວຽກກັບບັນດາຫົວໜ້າອົງການຜູ້ຕາງໜ້າ ຫວຽດນາມ ປະຈຳຕ່າງປະເທດ ອາຍຸການ 2024 – 2027.

        ຢູ່ທີ່ນີ້, ທ່ານ ເລຮ່ວາຍຈູງ ເນັ້ນໜັກວ່າ, ບັນດາຫົວໜ້າອົງການຜູ້ຕາງໜ້າ ຫວຽດນາມ ປະຈຳຕ່າງປະເທດ, ໃນຖານະຕຳແໜ່ງໃໝ່ຂອງຕົນ, ຕ້ອງກຳແໜ້ນ ແລະ ຜັນຂະຫຍາຍແນວທາງ, ແຜນນນະໂຍບາຍຂອງພັກ ກ່ຽວກັບການພົວພັນຕ່າງປະເທດ ແລະ ບັນດາໜ້າທີ່ຈຸດສູມຂອງການພົວພັນຕ່າງປະເທດໃຫ້ບັນລຸປະສິດທິຜົນ ເພື່ອແນໃສ່ປັບປຸງ ແລະ ເຮັດໃຫ້ການພົວພັນລະຫວ່າງ ຫວຽດນາມ ກັບບັນດາປະເທດຖານບ້ານໃກ້ເຮືອນຄຽງ, ບັນດາປະເທດໃນພາກພື້ນ, ປະເທດໃຫຍ່, ຄູ່ຮ່ວມມືທີ່ສຳຄັນ ແລະ ເພື່ອມິດທີ່ເປັນມູນເຊື້ອໃຫ້ເລິກເຊິ່ງຂຶ້ນຕື່ມ. ອາຍຸການ 2024 – 2027 ດຳເນີນໄປໃນສະພາບມີຍັງມີສິ່ງທ້າທາຍ ແລະ ໂອກາດ, ທ່ານ ເລຮ່ວາຍຈູງ ສະເໜີວ່າ, ບັນດາຫົວໜ້າອົງການຜູ້ຕາງໜ້າ ຫວຽດນາມ ປະຈຳຕ່າງປະເທດ ຕ້ອງຍູ້ແຮງວຽກງານຖະແຫຼງຂ່າວ, ໂຄສະນາໃຫ້ຕ່າງປະເທດ ເພື່ອໃຫ້ໂລກມີຄວາມເຂົ້າໃຈແຈ້ງກວ່າ, ຄົບຖ້ວນກວ່າກ່ຽວກັບບົດບາດ, ທີ່ຕັ້ງ ແລະ ອິດທິພົນຊື່ສຽງຂອງ ຫວຽດນາມ ຢູ່ພາກພື້ນ ແລະ ໃນໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ