ຫົວໜ້າຄະນະໂຄສະນາສຶກສາສູນກາງດິງເທ໋ຮິງເຮັດວຽກກັບຄະນະປະຈຳພັກແຂວງເຊີນລາ

ຫົວໜ້າຄະນະໂຄສະນາສຶກສາສູນກາງດິງເທ໋ຮິງເຮັດວຽກກັບຄະນະປະຈຳພັກແຂວງເຊີນລາ - ảnh 1

ທ່ານດິງ​ເທ໋​ຮິງ​ເຮັດ​ວຽກ​ກັບ​ຄະ​ນະ​ປະ​ຈຳ​ພັກ​ແຂວງ​ເຊີນ​ລ​າ

(vovworld) – ​ວັນ​ທີ 13/11, ຄະ​ນະ​ປະ​ຕິ​ບັດ​ງານ​ຂອງ​ອະ​ນຸ​ກຳ​ມະ​ການ​ເອ​ກະ​ສານກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກໂດຍ​ທ່ານ ດິງ​ເທ໋​ຮິງ, ຫົວ​ໜ້າ​ຄະ​ນະ​ໂຄ​ສະ​ນາ​ສຶກ​ສາ​ສູນ​ກາງພັກ, ຮອງ​ຫົວ​ໜ້າ​ອະ​ນຸ​ກຳ​ມະ​ການ​ຜູ້​ປະ​ຈຳ​ການ​ອະ​ນຸ​ກຳ​ມະ​ການ​ເອ​ກະ​ສານ​ນຳ​ໜ້າ, ເຮັດ​ວຽກ​ກັບ​ຄະ​ນະ​ປະ​ຈຳ​ພັກ​ແຂວງ ເຊີນ​ລາ ກ່ຽວ​ກັບ​ສະ​ພາບ​ການ​ປະ​ຕິ​ບັດ​ໜ້າ​ທີ່​ພັດ​ທະ​ນາ​ເສດ​ຖະ​ກິດ​ - ສັງ​ຄົມ, ວັດ​ທະ​ນະ​ທຳ​, ປ້ອງ​ກັນ​ຊາດ, ປ້ອງ​ກັນ​ຄວາມ​ສະ​ຫງົບ ແລະ ວຽກ​ງານກໍ່​ສ້າງ​ພັກ, ສ້າງ​ລະ​ບົບ​ການ​ເມື​ອງ​ຂອງ​ອົງ​ຄະ​ນະ​ພັກ​ໃນ​ອາ​ຍຸ​ການ 2010 – 2015.

        ເມື່ອ​ສະ​ຫລຸບກອງ​ປະ​ຊຸມ, ທ່ານ ດິງ​ເທ໋​ຮິງ ຍ້ອງ​ຍໍ​ຊົມ​ເຊີຍ​ບັນ​ດາ​ຜົນ​ງານ​ແຫ່ງ​ການ​ພັດ​ທະ​ນາ​ກ່ຽວ​ກັບ​ເສດ​ຖະ​ກິດ - ສັງ​ຄົມ, ວັດ​ທະ​ນະ​ທຳ, ປ້ອງ​ກັນ​ຊາດ, ປ້ອງ​ກັນ​ຄວາມ​ສະ​ຫງົບ, ເປີດ​ກ້​ວາງ​ກາ​ນ​ເຄື່ອນ​ໄຫວ​ຕ່າງ​ປະ​ເທດ, ບັນ​ດາ​ໝາກ​ຜົນ​ຂອງວຽກ​ງານກໍ່​ສ້າງ​ພັກ, ສ້າງ​ລະ​ບົບ​ການ​ເມືອງ​ເຊິ່ງ​ອົງ​ຄະ​ນະ​ພັກ, ອຳ​ນາ​ດ​ການ​ປົກ​ຄອງ ແລະ ປະ​ຊາ​ຊົນ​ແຂວງ ເຊີນ​ລາ ບັນ​ລຸ​ໄດ້​ໃນ​ຊຸມ​ປີ​ຜ່ານ​ມາ. ທ່ານ ດິງ​ເທ໋​ຮິງ ສະ​ເໜີ​ໃຫ້​ຄະ​ນະ​ພັກ​ແຂວງ ເຊີ​ລາ ສຸ​ມ​ໃສ່​ຊີ້​ນຳ​, ນຳ​ພາ​ປະ​ຕິ​ບັດ​ສຳ​ເລັດ​ໜ້າ​ທີ່​ພັດ​ທະ​ນາເສດ​ຖະ​ກ​ິດ - ສັງ​ຄົມ​ໃນ​ໄລ​ຍະ​ຍັງ​ເຫຼືອ​ຂອງ​ອາ​ຍຸ​ການ, ປະ​ຕິ​ບັດ​ບັນ​ດາ​ຈຸດ​ໝາຍ, ໜ້າ​ທີ່​ເຊິ່ງກອງ​ປະ​ຊຸມ​ໃຫຍ່​ອົງ​ຄະ​ນະ​ພັກ​ແຂວງຄັ້ງ​ທີ 13 ໄດ້​ວາງ​ອອກ, ເສີມ​ຂະ​ຫຍາຍ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ, ທ່າ​ແຮງ​ຂອງ​ທ້ອງ​ຖີ່ນ, ຫັນ​ປ່ຽນ​ໂຄງ​ປະ​ກອບ​ເສດ​ຖະ​ກິດ, ໂຄງ​ປະ​ກອບ​ການ​ຜະ​ລິດ​ກະ​ສິ​ກຳ​ຢ່າງ​ແຮງ, ປະ​ກອບ​ສ່ວນ​ປ​ະ​ຕິ​ບັດ​ມະ​ຕິ​ຂອງກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 11 ຂອງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ຢ່າງ​ມີ​ໄຊ.

 

 

 



ຂ່າວ/ບົດ​ອື່ນ