ຫາງສຽງກ່ຽວກັບເນື້ອໃນທີ່ກອງປະຊຸມສູນກາງພັກຄັ້ງທີ 6 ຊຸດທີ 12

(VOVWORLD) - ກອງປະຊຸມສູນກາງພັກຄັ້ງທີ 6, ຊຸດທີ 12, ໄຂຂຶ້ນໃນວັນທີ 4 ຕຸລາ, ໄດ້ດຶງດູດຄວາມສົນໃຈຂອງປະຊາຊົນເປັນຈຳນວນຫຼວງຫຼາຍ ຍ້ອນບັນດາບັນຫາຈະໄດ້ນຳມາປຶກສາຫາລື ກ່ຽວຂ້ອງເຖິງຊີວິດຂອງປະຊາຊົນ, ພະນັກງານ, ສະມາຊິກພັກ. 
 
ຫາງສຽງກ່ຽວກັບເນື້ອໃນທີ່ກອງປະຊຸມສູນກາງພັກຄັ້ງທີ 6 ຊຸດທີ 12 - ảnh 1 ກອງປະຊຸມສູນກາງພັກຄັັ້ງທີ 6, ຊຸດທີ 12

ພາຍຫຼັງບົດປາໄສຂອງທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ທີ່ວາລະໄຂ, ປະຊາຊົນຫຼາຍຄົນໄດ້ສະແດງຄວາມເຫັນດີເຫັນພ້ອມສູງກັບບັນດາຄວາມເຫັນຊີ້ນຳຂອງທ່ານເລຂາທິການໃຫຍ່.  ບັນຫາທ່ານ ຫງວຽນກວກຢູ້ງ, ຜູ້ອຳນວຍການສະຖາບັນການເມືອງເຂດ 4, ສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ, ສົນໃຈທີ່ສຸດນັ້ນແມ່ນ “ສືບຕໍ່ປ່ຽນໃໝ່ວິທີການນຳພາຂອງພັກ, ສ້າງກົງຈັກການຈັດຕັ້ງຂອງລະບົບການເມືອງກະທັດລັດ, ເຄື່ອນໄຫວຢ່າງມີປະສິດທິພາບ, ປະສິດທິຜົນ”:

        “ສູນກາງໄດ້ຍົກອອກຫົວຂໍ້ເພື່ອພິຈາລະນາກ່ຽວກັບວິທີການນຳພາຂອງພັກ ກໍ່ຄືກ່ຽວກັບກົງຈັກລະບົບການເມືອງກະທັດລັດ, ເຄື່ອນໄຫວຢ່າງມີປະສິດທິພາບ, ປະສິດທິຜົນ  ໃນສະພາບການປະຈຸບັນແມ່ນຈຳເປັນ. ຕ້ອງສ້າງກົງຈັກກະທັດລັດຍ້ອນວ່າ ປະຈຸບັນ, ກົງຈັກພວມນັບມື້ນັບມີພະນັກງານຫຼາຍ, ກໍ່ຄວາມກົດດັນຕໍ່ງົບປະມານ. ດັ່ງນັ້ນ, ບັນຫາວາງອອກແມ່ນເຮັດແນວໃດເພື່ອໃຫ້ກົງຈັກກະທັດລັດ, ຫລຸດຜ່ອນຜູ້ເຮັດວຽກໃນກົງຈັກນີ້ລົງ. ເຮັດໄດ້ຄືແນວນີ້ພວກເຮົາຈຶ່ງຄິດໄລ່ເຖິງການເພີ່ມເງິນເດືອນໄດ້.”

        ສ່ວນທ່ານ ມົ່ວອາຫວາງ, ສະມາຊິກສະພາແຫ່ງຊາດ ແຂວງ ດ້ຽນບຽນ, ຖືວ່າ:

        “ຕາມຂ້າພະເຈົ້າແລ້ວ, ໄລຍະຜ່ານມາ, ບັນດາຫົວໜ່ວຍພາລະກິດແຫ່ງລັດ ບໍ່ມີການແກ່ງແຍ້ງ, ກະໂດດຂັ້ນ. ຖ້າພວກເຮົາປະຕິບັດການເປັນເຈົ້າຕົນເອງ, ຮັບຜິດຊອບເອງໃຫ້ບັນດາຫົວໜ່ວຍພາກລັດ ຈະທຳລາຍຮົ້ວກີດຂວາງຈາກບັນດາແນວຄວາມຄິດລໍຄອຍຂອງບັນດາຫົວໜ່ວຍນີ້. ປະຕິບັດໄດ້ຄືແນວນັ້ນ, ຫົວໜ່ວຍໃດເຂັ້ມແຂງ ຈຶ່ງສາມາດຄົງຕົວ ແລະ ພັດທະນາ. ສ່ວນຫົວໜ່ວຍໃດບໍ່ປ່ຽນໃໝ່, ບໍ່ປັບສະພາບເຂົ້າກັບຕົວຈິງຈະຖືກລົບລ້າງ.”

ຕອບກັບ

ຂ່າວ/ບົດ​ອື່ນ