ຫາງສຽງລັດເຊຍ: ສານຂອງ ຫວຽດນາມ ມີຄວາມຍຸຕິທຳທີ່ສຸດ

ຫາງສຽງລັດເຊຍ: ສານຂອງ ຫວຽດນາມ ມີຄວາມຍຸຕິທຳທີ່ສຸດ - ảnh 1
ທ່ານ​ຮອງ​ສາດສະດາຈານ, ດຣ ວິທະຍາສາດ Vladimir Mazyrin, ຜູ້ອຳ​ນວຍ​ການ​ສູນ​ຄົ້ນຄ້ວາ ຫວຽດນາມ ​ແລະ ອາ​ຊຽນ

(vovworld) - ​ໃນ​ບົດ​ກ່າວ​ປາ​ໄສ​ຂອງ​ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ເຕີນ​ຢູງ ທີ່​ວາລະ​ໄຂ​ປຶກສາ​ຫາລື​ຂັ້ນ​ສູງ​ຂອງ​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ ຊຸດ​ທີ 68 ​ໄດ້​ດຶງ​ດູດ​ຄວາມ​ສົນ​ໃຈ​ທີ່​ເວທີ​ປາ​ໄສ​ສະຫະ​ປະຊາ​ຊາດ, ສືບ​ຕໍ່​ໄດ້​ຮັບ​ການ​ຕີ​ລາຄາ​ສູງ​ຈາກ​ຫາງ​ສຽງ​ສາກົນ, ​ໃນ​ນັ້ນ​ມີ​ບັນດາ​ນັກຮຽນ​ຮູ້ ລັດ​ເຊຍ. ​ເມື່ອ​ຕອບ​ສຳພາດ​ຕໍ່​ນັກ​ຂ່າວ​ວິທະຍຸ​ກະຈາຍສຽງ ຫວຽດນາມ ປະຈຳ​ສະຫະພັນ ລັດ​ເຊຍ, ທ່ານ​ຮອງ​ສາດສະດາຈານ, ດຣ ວິທະຍາສາດ Vladimir Mazyrin, ຜູ້ອຳ​ນວຍ​ການ​ສູນ​ຄົ້ນຄ້ວາ ຫວຽດນາມ ​ແລະ ອາ​ຊຽນ, ນັກ​ຊ່ຽວຊານ​ຂອງ​ສະ​ຖາ​ບັນ​ຕາ​ເວັນ​ອອກ​ໄກ - ສະ​ຖາ​ບັນ​ມະຫາບັນ​ດິບ​ວິທະຍາສາດ ລັດ​ເຊຍ ​ໃຫ້​ຮູ້​ວ່າ:

    “​ໃນ​ບົດ​ກ່າວ​ປາ​ໄສ​ຂອງ​ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ເຕີນ​ຢູງ ​ໄດ້​ເຕື້ອງ​ເຖິງ​ບັນຫາ​ສັນຕິພາບ, ຄວາມ​ໝັ້ນຄົງ​ພາກ​ພື້ນ ​ແລະ ສາກົນ. ຂ້າພະ​ເຈົ້າ​ຖື​ວ່າ: ບັນດາ​ທັດສະນະ ​ແລະ ສານ​ຂອງ ຫວຽດນາມ ມີ​ຄວາມ​ຍຸຕິ​ທຳ​ທີ່​ສຸດ. ຂ້າພະ​ເຈົ້າ​ຢາກ​ແໜ້ນ​ໜັກ​ວ່າ: ບັນດາ​ຫຼັກການ, ທັດສະນະສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຍຸດ​ທະ​ສາດ, ວັດທະນະທຳ​ໃນ​ການ​ພົວພັນ​ສາກົນ, ການ​​ເຈລະຈາລະ​ຫວ່າງ​ບັນດາ​ປະ​ເທດ​ມະຫາ​ອຳນາດ ​ແລະ ບັນ​ດາ​ປະ​ເທດ​ນ້​ອຍທີ່ ຫວຽດນາມ ​ໄດ້​ຍົກ​ອອກ​ມາ​ແມ່ນ​ຖືກຕ້ອງ​. ທັດສະນະ​ນີ້​ເຄີຍ​ໄດ້​ຍົກ​ອອກ​ມາ​ທີ່​​ເວທີ​ປາ​ໄສ Shangri – La ຜ່ານ​ມາ ​ແລະ ຫວຽດນາມ ພວມ​ສືບ​ຕໍ່​ພັດທະນາ​ຂຶ້ນ​ຕື່ມ. ຂ້າພະ​ເຈົ້າ​ຄິດ​ວ່າ​: ຫວຽດນາມ ​ແມ່ນ​ແບບຢ່າງ​​ໃນ​ການ​ປະຕິບັດ​ທັດສະນະ​ນີ້​ໃນ​ການ​ພົວພັນ​ກັບສາກົນ.”

ຂ່າວ/ບົດ​ອື່ນ