ຫາງສຽງສາກົນຕີລາຄາສູງ ບົດກ່າວປາໄສຂອງທ່ານ ນາຍົກລັດຖະມົນຕີຫວຽດນາມ ທີ່ກອງປະຊຸມ Shangri – La 12

ຫາງສຽງສາກົນຕີລາຄາສູງ ບົດກ່າວປາໄສຂອງທ່ານ ນາຍົກລັດຖະມົນຕີຫວຽດນາມ ທີ່ກອງປະຊຸມ Shangri – La 12 - ảnh 1
ກອງ​ປະຊຸມ Shangri – La 12
(ພາບ: vtc.vn)


(vovworld) - ບົດ​ກ່າວ​ປາ​ໄສ​ຂອງ​ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕີນ​ຢຸງ ທີ່​ກອງ​ປະຊຸມ Shangri – La 12 ດ້ວຍ​ສານ​ກ່ຽວ​ກັບ​ການ​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຍຸດ​ທະ​ສາດ​ເພື່ອ​ສັນຕິພາບ, ວັດ​ຖະນາ​ຖາວອນ​ຂອງ​ພາກ​ພື້ນອາຊີ - ປາຊີ​ຝີ​ກ ສືບ​ຕໍ່​ໄດ້​ຮັບ​ການຕີລາຄາຢ່າ​ງຕັ້ງໜ້າຈາກ​ຫາງ​ສຽງ​ສາກົນ. ຄຳ​ຄິດ​ຄຳ​ເຫັນສ່ວນ​ຫຼາຍ​ຖື​ວ່າ, ບົດ​ກ່າວ​ປາ​ໄສ​ຂອງ​ທ່ານ​ນາຍົກລັດຖະມົນຕີຫວຽດນາມ ​ແມ່ນ​ການ​ຕີ​ລາຄາ​ມາດ​ຕະການ​ຕ່າງໆ​ເພື່ອ​ແກ້​ໄຂ​ບັນດາບັນຫາຂອງ​ໂລກ ກໍ​ຄື​ໃນ​ພາກ​ພື້ນ​ອາຊີ - ປາຊີຝີ​ກ ຢ່າງ​ທັນ​ການ, ຖືກຕ້ອງ ​ແລະ ຍຸດຕິທຳ. ສາດສະດາຈານ Kanti Bajpai ມາ​ຈາກ​ໂຮ​ງຮຽນ​ນະ​ໂຍບາຍ​ຂ​ອງລັດ ຫຼີກວາງ​ເຢົາ ປະ​ເທດ​ສິງ​ກະ​​ໂປ, ຖື​ວ່າ ບົດ​ກ່າວ​ປາ​ໄສ​​ໄດ້​ຍົກ​ອອກ​ທັດສະນະ ​ແລະ ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຍຸດ​ທະ​ສາດ ​ແລະ ຊີ້ອອກ​ທາດ​​ແທ້ຂອງ​ການ​ປະ​ທະ​ກັນ, ຄວາມ​ບໍ່​ລົງ​ລອຍ​ກັນ​ໃນ​ພາກ​ພື້ນຢ່າງ​ຕັ້ງໜ້າ. ພົນ​ຈັດຕະວາ Saiful Anwar ສັງກັດ​ກະ​ຊອງ​ປ້ອງ​ກັນ​ປະ​ເທດ​ອິນ​ໂດ​ເນ​ເຊຍ ​ເນັ້ນ​ໜັກ​ວ່າ ​ຜູ້​ແທນ​ເຂົ້າຮ່ວມສ່ວນ​ຫຼາຍ​ລ້ວນ​ແຕ່​ມີ​ຄວາມ​ເ​ພິ​ງພໍ​ໃຈ​ຕໍ່ບົດ​ກ່າວ​ປາ​ໄສ​ຂອງ​ທ່ານ​ນາຍ​ຍົກ​ລັດຖະມົນ​ຕີ​ຫວຽດນາມ. ທ່ານ​ນາຍົກລັດຖະມົນຕີຫວຽດນາມ ​ໄດ້​ອະທິບາຍ​ບາງ​ຄຸນຄ່າ​ຄືການ​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຍຸດ​ທະ​ສາດ, ກ່ຽວ​ກັບ​ການ​ຮ່ວມ​ມື, ບົດບາດ​ຂອງ​ອາ​ຊຽນ​ ໃນ​ເລື່ອງ​ຮັກສາ​ສັນຕິພາບ ​ແລະ ຄວາ​ມໝັ້ນຄົງ​ໃນ​ພາກ​ພື້ນເປັນ​ຢ່າງ​ດີ. ທ່ານ​ນາຍົກລັດຖະມົນ​ຕີ ຫວຽດນາມ ​ໄດ້​ເຕື້ອງ​ເຖິງບົດບາດ​ຂອງ 2 ປະ​ເທດ​ມະຫາ​ອຳນາດ​ແມ່ນ​ຈີນ ​ແລະ ອາ​ເມ​ລິ​ກາ, ຖື​ວ່າ ​ເລື່ອງ​ປະຕິບັດ​ບົດບາດຂອງ 2 ປະ​ເທດ​ທະຫາ​ອຳນາດຢ່າງ​ມີ​ຄວາມຮັບຜິດຊອບຈະ​ມີ​ປະ​ໂຫຍດ​ໃຫ້​ທັງ 2 ປະ​ເທດ​ນີ້ ​ແລະ ທົ່ວ​ພາກ​ພື້ນ.

        ​ໃນ​ຂະນະ​ນັ້ນ, ໜັງສືພິມ Jakarta Post ຂອງ​ອິນ​ໂດ​ເນ​​ເຊຍ ​ໄດ້​ລົງ​ພິມ​ສານ​ຂອງ​ທ່ານ​ນາຍົກລັດຖະມົນ​ຕີ​ຫວຽດນາມ ທີ່ວ່າ, ອາ​ຊຽນ ຕ້ອງ​ສ້າງ ​ແລະ ປັບປຸງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຍຸດ​ທະ​ສາດ​ຢ່າງ​ວ່ອງ​ໄວເພື່ອ​ສັນຕິພາບ, ວັດທະນາ​ຖາວອນ ​ແລະ ການ​ຮ່ວມ​ມື​ໃນ​ພາກ​ພື້ນ​.

ຂ່າວ/ບົດ​ອື່ນ