ຫາງສຽງສາກົນສືບຕໍ່ກ່າວປະນາມການກະທໍາຂອງ ຈີນ ລະເມີດເຂດເສດຖະກິດຈໍາເພາະ ແລະ ໄຫຼ່ທະວີບຂອງຫວຽດນາມ ຢ່າງຜິດກົດໝາຍ

(VOVWORLD) -     ການກະທໍາຂອງຈີນ ແມ່ນອັນຕະລາຍ ແລະ ອາດຈະສ້າງ “ທໍານຽມ” ໃໝ່ກໍ່ຜົນສະທ້ອນຕໍ່ບັນດາປະເທດທີ່ມີອະທິປະໄຕຢູ່ທະເລຕາເວັນອອກ. ນັ້ນແມ່ນຄໍາຢັ້ງຢືນຂອງທ່ານປະລິນຍາເອກ ຕັງຊີວໝິນ (Tang Siew Mun) ຫົວໜ້າສູນກາງຄົ້ນຄວ້າ ອາຊຽນ, ສະຖາບັນ ISEAS-Yusof Ishak, ສິງກະໂປ ໃນການຕອບສໍາພາດຕໍ່ນັກຂ່າວ VOV ຫວ່າງມໍ່ໆມານີ້.
ຫາງສຽງສາກົນສືບຕໍ່ກ່າວປະນາມການກະທໍາຂອງ ຈີນ ລະເມີດເຂດເສດຖະກິດຈໍາເພາະ ແລະ ໄຫຼ່ທະວີບຂອງຫວຽດນາມ ຢ່າງຜິດກົດໝາຍ - ảnh 1 ທ່ານປະລິນຍາເອກ ຕັງຊີວໝິນ (Tang Siew Mun) ຫົວໜ້າສູນກາງຄົ້ນຄວ້າ ອາຊຽນ, ສະຖາບັນ ISEAS-Yusof Ishak, ສິງກະໂປ (ພາບ: ສະມາຄົມນັກຂ່າວຫວຽດນາມ)

ຕາມທ່ານ ຕັງຊີວໝິນ (Tang Siew Mun) ແລ້ວ, ບັນດາການຜັນແປຫວ່າງມໍ່ໆມານີ້ຢູ່ທະເລຕາເວັນອອກ ບໍ່ພຽງແຕ່ແມ່ນເລື່ອງຂອງຫວຽດນາມ ກັບ ຈີນ ແລະ ອາຊຽນ ເທົ່ານັ້ນ. ຫາກຍັງສົ່ງຜົນສະທ້ອນເຖິງບັນດາປະເທດອື່ນຄື ຍີ່ປຸ່່ນ, ອາເມລິກາ, ສະຫະພາບເອີຣົບ, ອົດສະຕາລີ, ນິວຊີແລນ... ອີກດ້ວຍ. ປັກກິ່ງ ພວມຕັ້ງໃຈເມີນເສີຍຕໍ່ບັນດາປະຕິກິລິຍາຂອງປະຊາຄົມສາກົນ ເພື່ອປັບປຸງຫຼັກໝັ້ນຂອງເຂົາເຈົ້າຢູ່ເຂດຂັດແຍ່ງກັນນີ້. ຫວ່າງມໍ່ໆມານີ້, ເຈົ້າໜ້າທີ່ຂັ້ນສູງຫຼາຍທ່ານຂອງ ອາເມລິກາ ລ້ວນແຕ່ໄດ້ອອກຖະແຫຼງການຄັດຄ້ານການກະທໍາຂອງ ຈີນ ຢ່າງແຮງ, ພ້ອມທັງຮຽກຮ້ອງ ຈີນ ຢຸດຕິບັນດາການກະທໍາ “ຂົ່ມເຫັງ” ອັນໄດ້ກໍ່ຄວາມສ່ຽງຕໍ່ສະຖຽນລະພາບຂອງພາກພື້ນ. ເມື່ອຕີລາຄາກ່ຽວກັບບັນດາຄໍາຖະແຫຼງດັ່ງກ່າວ, ທ່ານ ຕັງຊີວໝິນ (Tang Siew Mun) ຖືວ່າ:

“ນີ້ເບິ່ງຄືວ່າ ແມ່ນຄໍາຖະແຫຼງທີ່ເໝາະສົມ ເພາະວ່າ ຖ້າປະໃຫ້ທຸກຢ່າງດໍາເນີນໄປຄືແນວນັ້ນ ແມ່ນຈະຕົກເຂົ້າສູ່ສະພາບປິນຂັ້ນໄດ. ບັນດາຝ່າຍຕ້ອງຫຼຸດຜ່ອນການກະທໍາ, ນໍາ ທະເລຕາເວັນອອກ ກັບຄືນສູ່ເປັນປົກກະຕິ, ສ້າງເງື່ອນໄຫວສະດວກໃຫ້ບັນດາການເຄື່ອນໄຫວທາງການທູດ. ຈີນ ອາດຈະຮັກສາບັນດາການກະທໍາຄືແນວນັ້ນ. ເຂົາເຈົ້າຈະເຮັດສິ່ງທີ່ເຂົາຖືວ່າ ເພື່ອປົກປ້ອງຜົນປະໂຫຍດແຫ່ງຊາດ. ສິ່ງດັ່ງກ່າວອັນຕະລາຍຢູ່ບ່ອນວ່າ, ຖ້າຫາກປ່ອຍໃຫ້ດໍາເນີນໄປຄືແນວນັ້ນ ມັນຈະກາຍເປັນທໍານຽມໃໝ່, ປະກົດການໃໝ່ ອັນໄດ້ກໍ່ຜົນສະທ້ອນຕໍ່ບັນດາປະເທດທີ່ມີສິດອໍານາດຢູ່ທະເລຕາເວັນອອກ”.

        ທ່ານ ຕັງຊີວໝິນ (Tang Siew Mun) ເນັ້ັນໜັກວ່າ ປະຊາຄົມສາກົນ ຄວນມີສຽງເວົ້າລວມຢ່າງແຮງກວ່າອີກ ຮຽກຮ້ອງໃຫ້ຈີນ ຢຸດຕິບັນດາການກະທໍາທີ່ລະເມີດກົດໝາຍສາກົນ.

  ກໍ່ກ່ຽວຂ້ອງເຖິງບັນຫາດັ່ງກ່າວ, ວັນທີ 27 ສິງຫາ, ທ່ານລັດຖະມົນຕີການຕ່າງປະເທດ ຍີ່ປຸ່ນ Taro Kono ໄດ້ຢືນຢັນວ່າ ປະເທດນີ້ ຄັດຄ້ານບໍ່ວ່າການກະທຳໃດໆ ເຮັດໃຫ້ຄວາມເຄັ່ງຕຶງຢູ່ທະເລຕາເວັນອອກເພີ່ມຂຶ້ນ. ເມື່ອຕອບຄຳຖາມຂອງນັກຂ່າວສຳນັກຂ່າວສານ ຫວຽດນາມ ປະຈຳ ໂຕກຽວ ກ່ຽວກັບເລື່ອງ ຫລາຍປະເທດໄດ້ສະແດງຄວາມວິຕົກກັງວົງຢ່າງເລິກເຊິ່ງ ກ່ຽວກັບທ່າອ່ຽງຄວາມເຄັ່ງຕຶງເພີ່ມຂຶ້ນຢູ່ທະເລຕາເວັນອອກ ໂດຍ ຈີນ ມີບັນດາການກະທຳຕາມພຽງລຳພັງຝ່າຍດຽວ ທີ່ລະເມີດກົດໝາຍສາກົນ ແລະ ອະທິປະໄຕ, ສິດອະທິປະໄຕ, ສິດພິພາກສາ, ກີດຂວາງການເຄື່ອນໄຫວນ້ຳມັນອາຍແກັດທີ່ຖືກຕ້ອງຕາມກົດໝາຍ ແລະ ໄດ້ຮັບການຜັນຂະຫຍາຍແຕ່ດົນແລ້ວໃນເຂດເສດຖະກິດຈຳເພາະຂອງ ຫວຽດນາມ ແລະ ບາງປະເທດແຄມຝັ່ງທະເລອື່ນຢ່າງຮ້າຍແຮງ.

ຫາງສຽງສາກົນສືບຕໍ່ກ່າວປະນາມການກະທໍາຂອງ ຈີນ ລະເມີດເຂດເສດຖະກິດຈໍາເພາະ ແລະ ໄຫຼ່ທະວີບຂອງຫວຽດນາມ ຢ່າງຜິດກົດໝາຍ - ảnh 2 ທ່ານລັດຖະມົນຕີການຕ່າງປະເທດ ຍີ່ປຸ່ນ Taro Kono (ພາບ:TTXVN )

ທ່ານລັດຖະມົນຕີການຕ່າງປະເທດ ຍີ່ປຸ່ນ Taro Kono ໃຫ້ຮູ້ວ່າ: “ທະເລຕາເວັນອອກແມ່ນເສັ້ນທາງທະເລສຳຄັນສຳລັບ ຍີ່ປຸ່ນ ແລະ ຫລາຍປະເທດອື່ນ, ແລະ ມີການກ່ຽວຂ້ອງໂດຍກົງຕໍ່ສະຖຽນລະພາບ ແລະ ສັນຕິພາບຂອງພາກພື້ນ. ປະຊາຄົມສາກົນ, ໃນນັ້ນ ມີ ຍີ່ປຸ່ນ, ມີຄວາມສົນໃຈຢ່າງເລິກເຊິ່ງຕໍ່ສະພາບການຢູ່ທະເລຕາເວັນອອກ. ຍີ່ປຸ່ນ ຄັດຄ້ານບໍ່ວ່າການກະທຳຂອງປະເທດໃດໆ ທີ່ເຮັດໃຫ້ຄວາມເຄັ່ງຕຶງຢູ່ທະເລຕາເວັນອອກເພີ່ມຂຶ້ນ”.

 

ຕອບກັບ

ຂ່າວ/ບົດ​ອື່ນ