ຫາງສຽງສາກົນສືບຕໍ່ຄັດຄ້ານຄຳຕັດສິນຂອງ ອາເມລິກາ ກ່ຽວກັບ Jerusalem

(VOVWORLD) -  ເລື່ອງ ອາເມລິກາ ຮັບຮອງ Jerusalemແມ່ນນະຄອນຫຼວງຂອງ ອິດສະຣາແອນ ນັ້ນແມ່ນການກະທຳ “ລະເມີດກົດໝາຍສາກົນ ແລະ ບັນດາມະຕິສາກົນຖືກຕ້ອງຕາມກົດໝາຍ”.
ຫາງສຽງສາກົນສືບຕໍ່ຄັດຄ້ານຄຳຕັດສິນຂອງ ອາເມລິກາ ກ່ຽວກັບ Jerusalem - ảnh 1 ຄູ່ຕຳແໜ່ງ ຕວກກີ Tayyip Erdogan ແລະ ທ່ານປະທານາທິບໍດີ ລັດເຊຍ Vladimir Putin 

ວັນທີ 7 ທັນວາ, ຫຼາຍປະເທດໃນໂລກສືບຕໍ່ອອກສຽງຄັດຄ້ານຄຳຕັດສິນຂອງທ່ານປະທານາທິບໍດີ ອາເມລິກາ Donald Trump ທີ່ຮັບຮອງ Jerusalem  ແມ່ນນະຄອນຫຼວງ ຂອງອິດສະຣາແອນ.

        ສະພາແຫ່ງຊາດ ອີຢິບ ໄດ້ຕຳໜິຕິຕຽນຄຳຕັດສິນຂອງທ່ານປະທານາທິບໍດີ ອາເມລິກາ Donald Trump, ພ້ອມທັງຮຽກຮ້ອງໃຫ້ປະຊາຄົມໂລກຕ້ານຄືນຄຳຕັດສິນນີ້.

        ທີ່ ຈໍແດນ,  ໃນການພົບປະເມື່ອວັນທີ 7 ທັນວາ ກັບທ່ານປະທານາທິບໍດີ ປາແລດສະຕີນ Mahmoud Abbas ຢູ່ນະຄອນຫຼວງ Amman, ມະຫາກະສັດ Abdullah II ຖືວ່າ: ເລື່ອງ ອາເມລິກາ ຮັບຮອງ Jerusalem ແມ່ນນະຄອນຫຼວງຂອງ ອິດສະຣາແອນ ນັ້ນແມ່ນການກະທຳ “ລະເມີດກົດໝາຍສາກົນ ແລະ ບັນດາມະຕິສາກົນຖືກຕ້ອງຕາມກົດໝາຍ”.

        ໃນວັນດຽວກັນ, ສະພາແຫ່ງລັດ ລີບີ (ອົງການຮັກສາພາລະບົດບາດຂອງສະພາສູງ) ໄດ້ຮຽກຮ້ອງປະຊາຊົນລີບີ ແລະ ຊາວ ອິດສະລາມ ໃນໂລກຄັດຄ້ານຄຳຕັດສິນຂອງ ອາເມລິກາ ຍົກຍ້າຍສະຖານທູດຈາກ Tel Aviv ໄປຕັ້ງຢູ່ Jerusalem.

        ກະຊວງການຕ່າງປະເທດ ມາເລເຊຍ ໄດ້ສະແດງຄວາມຜິດຫວັງຕໍ່ຄຳຕັດສິນດັ່ງກ່າວຂອງ ອາເມລິກາ, ພ້ອມທັງກະຕຸກຊຸກຍູ້ ວໍຊິງຕັນ ພິຈາລະນາຄືນຄຳຕັດສິນ.

        ໃນສະພາບການກ່ຽວຂ້ອງ, ວັນທີ 7 ທັນວາ, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ແລະ ຄູ່ຕຳແໜ່ງ ຕວກກີ Tayyip Erdogan ມີການໂອ້ລົມທາງໂທລະສັບປຶກສາຫາລືຄຳຕັດສິນຂອງທ່ານປະທານາທິບໍດີ ອາເມລິກາ ທີ່ຮັບຮອງ Jerusalem ແມ່ນນະຄອນຫຼວງຂອງ ອິດສະຣາແອນ.

ຕອບກັບ

ຂ່າວ/ບົດ​ອື່ນ