ຫາງ​ສຽງ​ໂລກກ່ຽວ​ກັບ​ການ​ກໍ່​ລັດ​ຖະ​ປະ​ຫານ​ຢູ່ ບວກ​ກິ​ນາ​ຟາ​ໂຊ

(VOVWORLD) -ວັນທີ 25 ມັງກອນ, ທ່ານເລຂາທິການໃຫຍ່ ສປຊ ໄດ້ຕຳໜິຕິຕຽນກ່ຽວກັບເລື່ອງກອງທັບ ບວກກີນາຟາໂຊ ດຳເນີນການກໍ່ລັດຖະປະຫານ, ໂຄ່ນລົ້ມອຳນາດການປົກຄອງຂອງທ່ານປະທານາທິບໍດີ Roch Kabore  ວ່າ ແມ່ນການກະທຳທີ່ “ຍອມຮັບບໍ່ໄດ້”, ພ້ອມທັງຮຽກຮ້ອງໃຫ້ກຳລັງນີ້ຢູ່ບັນດາປະເທດ ອາຟະລິກາ ຕາເວັນຕົກ ຕ້ອງປົກປ້ອງສາມັນຊົນແທນທີ່ຈະຍາດຊີງສິດອຳນາດ.
ຫາງ​ສຽງ​ໂລກກ່ຽວ​ກັບ​ການ​ກໍ່​ລັດ​ຖະ​ປະ​ຫານ​ຢູ່ ບວກ​ກິ​ນາ​ຟາ​ໂຊ - ảnh 1ກຸ່ມນາຍທະຫານ ປະກາດປົດຕຳແໜ່ງປະທານາທິບໍດີ (ພາບ: AFP/TTXVN)

ກ່ຽວຂ້ອງເຖິງບັນຫານີ້, ວັນທີ 25 ມັງກອນ, ທ່ານປະທານາທິບໍດີ ຝລັ່ງ Emmanuel Macron  ໄດ້ກ່າວປະນາມການກໍ່ລັດຖະປະຫານຂອງກອງທັບຢູ່ ບວກກີນາຟາໂຊ, ພ້ອມທັງໃຫ້ຮູ້ວ່າ ສະພາບການຢູ່ປະເທດ ອາຟະລິກາຕາເວັນຕົກນີ້ ໃນປັດຈຸບັນໄດ້ສະຫງົບລົງແລ້ວ.  ທ່ານປະທານາທິບໍດີ ຝລັ່ງ ກໍໃຫ້ຮູ້ວ່າ ທ່ານມີແຜນຈະປຶກສາຫາລືກັບການນຳພາກພື້ນກ່ຽວກັບສະພາບການຢູ່ ບວກກີນາ ຟາໂຊ.

        ໃນວັນດຽວກັນ, ທ່ານ Ravina Shamdsasan ໂຄສົກຫ້ອງວ່າການມະນຸດສະທຳ ສປຊ ໄດ້ຮຽກຮ້ອງໃຫ້ພົນທະຫານທີ່ຢຶດສິດອຳນາດຢູ່ ບວກກີນາຟາໂຊ ປ່ອຍຕົວທ່ານປະທານາທິບໍດີ  Roch Kabore   ພ້ອມດ້ວຍເຈົ້າໜ້າທີ່ຂັ້ນສູງອື່ນໆໃຫ້ເປັນອິດສະຫຼະໃນທັນທີ.

        ກ່ອນໜ້ານັ້ນ, ໃນວັນດຽວກັນ, ກອງທັບ ບວກກີນາຟາໂຊ ປະກາດວ່າໄດ້ໂຄ່ນລົ້ມທ່ານປະທານາທິບໍດີ Roch Kabore, ຢຸດຕິການນຳໃຊ້ລັດຖະທຳມະນູນ, ຍົກເລີກລັດຖະບານ ແລະ ສະພາແຫ່ງຊາດ ແລະ ປິດປະຕູຊາຍແດນ. ປັດຈຸບັນ, ຂະບວນການຮັກຊາດແມ່ນ ແນໃສ່ປົກປ້ອງ ແລະ ຟື້ນຟູ (MPSR) ເຊິ່ງເປັນຊື່ຂອງກຸ່ມນາຍທະຫານກໍ່ລັດຖະປະທານ, ໂດຍ ພົນຕີ Paul – Henri Sandaogo Damiba ນຳໜ້າ, ປະຈຸບັນພວມກຳສິດບໍລິຫານປະເທດຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ