ຫຼາຍ​ທ້ອງ​ຖິ່​ນ​ຈັດ​ພິ​ທີ​ຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ໃນ​ມື້​ທຳ​ອິດ​ຂອງ​ປີໃໝ່ 2023

(VOVWORLD) -ຕອນເຊົ້າວັນທີ 1 ມັງກອນ, ຢູ່ສະໜາມບິນສາກົນ ເຕີນເຊີນເຍີດ, ພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ສົມທົບກັບບໍລິສັດການບິນແຫ່ງຊາດ ຫວຽດນາມ ແລະ ທ່າອາກາດສະຍານສາກົນ ເຕິນເຊີນເຍິດ ຈັດພິທີ “ຕ້ອນຮັບແຂກທ່ອງທ່ຽວມາ ນະຄອນ ໂຮ່ຈີມິນ ໃນມື້ທຳອິດຂອງປີ 2023”. 
ຫຼາຍ​ທ້ອງ​ຖິ່​ນ​ຈັດ​ພິ​ທີ​ຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ໃນ​ມື້​ທຳ​ອິດ​ຂອງ​ປີໃໝ່ 2023 - ảnh 1ພິທີ “ຕ້ອນຮັບແຂກທ່ອງທ່ຽວມາ ນະຄອນ ໂຮ່ຈີມິນ ໃນມື້ທຳອິດຂອງປີ 2023 (ພາບ: VOV)

ຄະນະແຂກທ່ອງທ່ຽວສາກົນຕ່າງໆ ມີຄວາມພາກພູມໃຈ ແລະ ປະຫຼາດໃຈເມື່ອໄດ້ເຫັນປະຈັກຕາບັນດາກິດຈະກຳສະແດງສິລະປະທີ່ເປັນເອກະລັກສະເພາະຂອງ ຫວຽດນາມ. ຄະນະຈັດຕັ້ງກໍມອບໂປຼໂມຊັນໃຫ້ແຂກທ່ອງທ່ຽວພິເສດ 11 ຄົນໃນຖ້ຽວບິນສາກົນຈາກ Frankfurt, ເຢຍລະມັນ ແລະ ໄຕ້ຫວັນ ມາ ນະຄອນ ໂຮ່ຈີມິນ ລາຍການສຳຜັດກັບຜະລິດຕະພັນທ່ອງທ່ຽວໃໝ່ໃນບໍລິເວນນະຄອນ ຖູດຶກ.

ກໍໃນຕອນເຊົ້າວັນທີ 1 ມັງກອນ, ຢູ່ ສະຖານີລົດໄຟ ລາວກາຍ, ແຂວງ ລາວກາຍ, ລົດໄຟໝາຍເລກ SP3 ຮ່າໂນ້ຍ - ລາວກາຍ ໄດ້ສົ່ງແຂກໂດຍສານ 400 ຄົນ, ໃນນັ້ນ ມີແຂກທ່ອງທ່ຽວສາກົນກວ່າ 250 ຄົນ ເດີນທາງມາຮອດສະຖານີລົດໄຟແຫ່ງນີ້. ຕາງໜ້າໃຫ້ຂະແໜງທ່ອງທ່ຽວແຂວງ ລາວກາຍ ພ້ອມດ້ວຍບັນຫາຫົວໜ່ວຍທີ່ກ່ຽວຂ້ອງ ໄດ້ສົມທົບກັນຈັດພິທີຕ້ອນຮັບແຂກທ່ອງທ່ຽວທຳອິດໃນປີໃໝ່ 2023 ດ້ວຍບັນດາຊໍ່ດອກໄມ້ທີ່ສວຍງາມ.

ຕອບກັບ

ຂ່າວ/ບົດ​ອື່ນ