ຫຼາຍ​ປະ​ເທດ ເອີ​ຣົບ ຮຽກ​ຮ້ອງ ອິດ​ສະ​ຣາ​ແອັນ ສະ​ກັດ​ກັ້ນ​ການ​ໃຊ້​ຄວາມ​ຮຸນ​ແຮງ​ແນ​ໃສ່​ຊາວ​ ປາ​ແລັດ​ສະ​ຕິນ​ຢູ່ເຂດ​ຝັ່ງ​ຕາ​ເວັນ​ຕົກ​ແມ່​ນ້ຳ​ຈໍ​ແດນ

(VOVWORLD) - ຖະແຫຼງການຮ່ວມຮຽກຮ້ອງໃຫ້ ອິດສະຣາແອັນ ປະຕິບັດບັນດາການກະທຳ ເພື່ອແກ້ໄຂສະພາບການໃຊ້ຄວາມຮຸນແຮງຂອງຜູ້ຕັ້ງຖິ່ນຖານຊາວ ອິດສະຣາແອັນ ແນໃສ່ຊາວ ປາແລັດສະຕິນ ຢູ່ຝັ່ງຕາເວັນຕົກແມ່ນ້ຳຈໍແດນໃນທັນທີ ແລະ ເປັນອັນລະອຽດ.
ຫຼາຍ​ປະ​ເທດ ເອີ​ຣົບ ຮຽກ​ຮ້ອງ ອິດ​ສະ​ຣາ​ແອັນ ສະ​ກັດ​ກັ້ນ​ການ​ໃຊ້​ຄວາມ​ຮຸນ​ແຮງ​ແນ​ໃສ່​ຊາວ​ ປາ​ແລັດ​ສະ​ຕິນ​ຢູ່ເຂດ​ຝັ່ງ​ຕາ​ເວັນ​ຕົກ​ແມ່​ນ້ຳ​ຈໍ​ແດນ - ảnh 1ສະພາບຢູ່ເຂດກາຊາ ພາຍຫຼັງບັັ້ນບຸກໂຈມຕີຂອງ ອິດສະຣາແອັນ ໃນວັນທີ 14 ທັນວາ (ພາບ: THX/TTXVN)

ວັນທີ 15 ທັນວາ, ລັດຖະບານກວ່າ 10 ປະເທດ ເອີຣົບ, ໃນນັ້ນ ມີ ອັງກິດ, ອົດສະຕາລີ, ການາດາ ແລະ ບາງປະເທດສະມາຊິກສະຫະພາບເອີຣົບ (ອີຢູ), ໄດ້ອອກຖະແຫຼງການຮ່ວມຮຽກຮ້ອງໃຫ້ ອິດສະຣາແອັນ ປະຕິບັດບັນດາການກະທຳ ເພື່ອແກ້ໄຂສະພາບການໃຊ້ຄວາມຮຸນແຮງຂອງຜູ້ຕັ້ງຖິ່ນຖານຊາວ ອິດສະຣາແອັນ ແນໃສ່ຊາວ ປາແລັດສະຕິນ ຢູ່ຝັ່ງຕາເວັນຕົກແມ່ນ້ຳຈໍແດນໃນທັນທີ ແລະ ເປັນອັນລະອຽດ. ຖະແຫຼງການຮ່ວມ, ໂດຍລັດຖະບານອັງກິດປະກາດນັ້ນ ໄດ້ເນັ້ນໜັກວ່າ ການໃຊ້ຄວາມຮຸນແຮງທີ່ນັບມື້ນັບເພີ່ມຂຶ້ນເພື່ອຕ້ານຄືນຊາວ ປາແລັດສະຕິນ ຢູ່ຝັ່ງຕາເວັນຕົກແມ່ນ້ຳຈໍແດນນັ້ນ ແມ່ນບໍ່ສາມາດຍອມຮັບໄດ້.

        ກໍ່ກ່ຽວຂ້ອງເຖິງການປະທະກັນຢູ່ເຂດ ກາຊາ, ວັນທີ 15 ທັນວາ, ພາຍຫຼັງການພົບປະກັບທ່ານ Jake Sullivan ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດ ອາເມລິກາ, ທ່ານປະທານາທິບໍດີ ປາແລັດສະຕິນ Mahmoud Abbas ກໍກະຕຸກຊຸກຍູ້ບັນດາປະເທດທີ່ກໍ່ກຳລັງກົດດັນເພື່ອຢຸດຕິສະພາບການໃຊ້ຄວາມຮຸນແຮງຢູ່ເຂດ ກາຊາ.  

        ກໍໃນຕອນຄ່ຳວັນທີ 15 ທັນວາ, ກຳລັງປ້ອງກັນຕົວ ອິດສະຣາແອັນ (IDF) ໄດ້ອອກແຈ້ງການໂດຍໃຫ້ຮູ້ວ່າ ທະຫານປະເທດນີ້ ຍິງຫຼົງເປົ້າໝາຍ ແລະ ເຮັດໃຫ້ຕົວປະກັນ ອິດສະຣາແອັນ 3 ຄົນ ເສຍຊີວິດ ໃນບັ້ນບຸກໂຈມຕີທາງບົກເຂົ້ານະຄອນ Shejeya, ພາກເໜືອ ກາຊາ ໃນຕອນເຊົ້າຂອງວັນດຽວກັນ.

ນັກຂ່າວ VOV ປະຈຳ ອີຢິບ

ຕອບກັບ

ຂ່າວ/ບົດ​ອື່ນ