ຫຼາຍປະເທດຢາກຊຸກຍູ້ການພົວພັນກັບກະຊວງປ້ອງກັນປະເທດຫວຽດນາມ

ຫຼາຍປະເທດຢາກຊຸກຍູ້ການພົວພັນກັບກະຊວງປ້ອງກັນປະເທດຫວຽດນາມ - ảnh 1
ພົນເອກ ຟູ່ງກວາງແທງ ແລະ ຄູ່ຕຳແໜ່ງ ອາເມລິກາ Chuck Hagel
(ພາບ: TTXVN)

(vovworld) - ທີ່​ການ​ພົບ​ປະ 2 ຝ່າຍ​ຖືກ​ຈັດ​ຂຶ້ນ​ຢູ່​ນອກ​ກອງ​ປະຊຸມ Shangri – La ຄັ້ງ​ທີ 13 ​ໂດຍ​ສະຖນ​ບັນ​ຄົ້ນ​ຄ້ວາຍຸ​ດທະ​ສາດ​ສາກົນ (IISS) ຈັດ​ຕັ້ງ​ຢູ່​ສິງ​ກາ​ໂປ ​ແຕ່​ວັນ​ທີ 30/5 – 1/6, ທ່າ​ນພົນ​ເອກ ຟູ່ງກວາງ​ແທງ, ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ຫວຽດນາມ, ​ໃຫ້​ຮູ້​ວ່າ: ​ໃນ​ການ​ພົບ​ປະ 2 ຝ່າຍ​ກັບ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຂອງ​ບາງ​ປະ​ເທດ​ເຂົ້າ​ຮ່ວມ​ກອງ​ປະຊຸມ Shangri – La, ຫຼາຍ​ປະ​ເທດສະ​ແດງ​ຄວາມ​ປາດ​ຖະໜາ​ຢາກ​ຊຸກ​ຍູ້​ການ​ພົວພັນ​ກັບ​ກະຊວງ​ປ້ອງ​ກັນ​ປະ​ເທດ ຫວຽດນາມ​. ທ່ານ​ພົນ​ເອກ ຟູ່ງກວາງ​ແທງ ​ມີ​ການ​ພົບ​ປະ 2 ຝ່າຍ​ກັບ ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ນິວຢີ​ແລນ, ສິງ​ກາ​ໂປ, ອາ​ເມ​ລິ​ກາ, ຝຣັ່ງ, ອັງກິດ, ຍີ່ປຸ່ນ ​ແລະ ອົດ​ສະ​ຕາ​ລີ.

    ພົນ​ໂທ ຫງວຽນ​ຈີ໋ວີ້ງ, ກຳມະການ​ສູນ​ກາງ​ພັກ, ຮອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ, ກໍ່​ມີ​ການ​ພົບ​ປະ​ສະ​ເພາະ​ກັບ​ຮອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ລັດ​ເຊຍ, ຮອງ​ເສນາ​ທິການ​ໃຫຍ່​ກອງທັບ​ປົດ​ປ່ອຍປະ​ຊາ​ຊົນ ຈີນ, ປະທານ​ສະພາ​ເສນາ​ທິການ​​ໃຫຍ່​ກຳລັງທະຫານ​ປະສົມ ​ອາ​ເມ​ລິ​ກາ.

    ທ່ານ​ລັດຖະມົນຕີ ຟູ່ງກວາງ​ແທງ ​ໃຫ້​ຮູ້​ວ່າ: ທີ່ການ​ພົບ​ປະ​ຄັ້ງ​ຕ່າງໆ, ບັນດາ​ປະ​ເທດ​ລ້ວນ​ແຕ່​ຢາກ​ຮູ້​ສະພາບ​ການ​ເກີດ​ຂຶ້ນ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ໃນ​ປະຈຸ​ບັນ ​ແລະ ຜູ້ນຳ​ກະຊວງ​ປ້ອງ​ກັນ​ປະ​ເທດ ​ໄດ້​​ແບ່ງ​ປັນ​ຂໍ້​ມູນ​ຂ່າວສານ​ຢ່າງ​ພາວະ​ວິ​ໄສ, ບົນ​ຈິດ​ໃຈ​ສ້າງສັນ. ບັນດາ​ບັນຫາ​ກ່ຽວ​ກັບ​ການ​ພົວພັນ 2 ຝ່າຍ​ກໍ່​ໄດ້​ຮັບ​ການ​ປຶກສາ​ຫາລື​ຄື: ​ແລກປ່ຽນ​ຄະນະ​ຜູ້​ແທນ​ທຸກ​ຂັ້ນ, ​ແບ່ງປັນ​ຂໍ້​ມູນ​ຂ່າວສານ, ສ້າງ​ໂທລະ​ສັບ​ສາຍ​ດ່ວນ. ລັດຖະມົນຕີ ຟູ່ງກວາງ​ແທງ ​ໃຫ້​ຮູ້​ວ່າ: ບາງ​ປະ​ເທດ​ສົນໃຈ​​ເຖິງ​ເລື່ອງ​ໜູນ​ຊ່ວຍ ຫວຽດນາມ ກ່ຽວ​ກັບ​ບົດຮຽນ, ​ແຫຼ່ງກຳລັງ​ໃນ​ການ​ເຂົ້າ​ຮ່ວມ​ຮັກສາ​ສັນຕິພາບ. ຫຼາຍ​ປະ​ເທດ​ຊົມ​ເຊີຍ​ເລື່ອງ ຫວຽດນາມ ຈັດສົ່ງ​ນາຍ​ທະຫານ​ເຂົ້າ​ຮ່ວມ​ການ​ຮັກສາ​ສັນຕິພາບ ສັງກັດ​ຄະນະ​ປະຕິບັດ​ງານ ສປຊ ຢູ່ ຊູ​ດັງ ຢ່າງ​ເປັນ​ທາງ​ການ. ຍີ່ປຸ່ນ, ອາ​ເມ​ລິ​ກາ ​ສົນໃຈ​​ເຖິງ​ເລື່ອງ​ກຽມພ້ອມ​ໜູນ​ຊ່ວຍ​ກຳລັງ​ຕຳຫຼວດ​ທະ​ເລ ຫວຽດນາມ ຍົກ​ສູງ​ກຳລັງ​ຄວາມ​ສາມາດ​ຄຸ້ມ​ຄອງ​ເຂດ​ທະ​ເລ….


ຂ່າວ/ບົດ​ອື່ນ