ອັງກິດ ກ່າວເຕືອນອາດຈະບໍ່ນຳຂໍ້ຕົກລົງ Brexit ມາປ່ອນບັດຄັ້ງທີ 3

(VOVWORLD) - ວັນທີ 17 ມີນາ, ລັດຖະບານຂອງທ່ານນາງນາຍົກລັດຖະມົນຕີ ອັງກິດ Theresa May ໄດ້ກ່າວເຕືອນວ່າ 

ອາດຈະຍົກເລີກແຜນການທີ່ຈະນຳຂໍ້ຕົກລົງ Brexit ມາປ່ອນບັດຄັ້ງທີ 3 ໃນອາທິດໜ້າ, ເວັ້ນເສຍກໍລະນີ ຮູ້ສຶກວ່າ ອາດຈະໄດ້ຮັບໄຊຊະນະ ແລະ ຫຼີກລ້ຽງໄດ້ການໂຈະໄລຍະຍາວຂອງເລື່ອງປະເທດນີ້ຖອນຕົວອອກຈາກສະຫະພາບ ເອີຣົບ. ທ່ານລັດຖະມົນຕີກະຊວງການຄ້າສາກົນ ອັງກິດ Liam Fox ໃຫ້ຮູ້ວ່າ: ຍາກທີ່ຈະຊອກໄດ້ຂໍ້ອ້າງອີງເພື່ອດຳເນີນການປ່ອນບັດ ຖ້າຮູ້ວ່າຈະປະລາໄຊ.

ອັງກິດ ກ່າວເຕືອນອາດຈະບໍ່ນຳຂໍ້ຕົກລົງ Brexit ມາປ່ອນບັດຄັ້ງທີ 3 - ảnh 1ພາບປະກອບ/ THX/TTXVN

        ປະເທດ ອັງກິດ ຕົກເຂົ້າສູ່ສະພາບຢຸດສະງັກດ້ານການເມືອງ ຂະນະທີ່ ຍັງພຽງແຕ່ບໍ່ພໍເທົ່າໃດມື້ກໍ່ຈະຮອດຈຸດເວລາ Brexit (29/03), ຢຸດຕິໄລຍະ 46 ປີທີ່ເປັນສະມາຊິກຂອງສະຫະພາບ ເອີຣົບ (ອີຢູ). ສະພາຕ່ຳ ອັງກິດ ໄດ້ປະຕິເສດເນື້ອໃນຂໍ້ຕົກລົງ Brexit 2 ຄັ້ງ ເຊິ່ງເຮັດໃຫ້ທ່ານນາງນາຍົກລັດຖະມົນຕີ Theresa May ປະສົບກັບຄວາມຫຍຸ້ງຍາກທີ່ສຸດ ເພື່ອບັນລຸໄດ້ຂໍ້ຕົກລົງກັບການນຳ ອີຢູ ເມື່ອທ້າຍປີ 2018.

ຕອບກັບ

ຂ່າວ/ບົດ​ອື່ນ