ອັງກິດ ປະກາດຈຸດເວລາຈົດທະບຽນເຂົ້າຮ່ວມ CPTPP ຢ່າງເປັນທາງການ

(VOVWORLD) -“ເລື່ອງຈົດທະບຽນກາຍເປັນປະເທດທຳອິດເຂົ້າຮ່ວມ CPTPP ເປັນການສະແດງໃຫ້ເຫັນຄວາມຕັດສິນໃຈຂອງ ອັງກິດ ປາດຖະຫນາຢາກຮ່ວມມືກັບເພື່ອນມິດສາກົນ ແລະ ຄູ່ຮ່ວມມືໃນທົ່ວໂລກ 
ອັງກິດ ປະກາດຈຸດເວລາຈົດທະບຽນເຂົ້າຮ່ວມ CPTPP ຢ່າງເປັນທາງການ - ảnh 1ທ່ານນາງ Liz Truss ລັດຖະມົນຕີກະຊວງການຄ້າ ອັງກິດ
ພາບ:AFP/TTXVN

ວັນທີ  1 ກຸມພາ ລັດຖະມົນຕີກະຊວງການຄ້າ ອັງກິດ ທ່ານນາງ Liz Truss  ຈະສະເຫນີກັບຄູ່ຕຳແຫນ່ງ ຍີ່ປຸ່ນ ແລະ ນິວເຊີແລນ ກ່ຽວກັບການເຂົ້າຮ່ວມສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວຫນ້າຂ້າມ ປາຊີຟິກ (CPTPP) ຢ່າງເປັນທາງການ. ນີ້ແມ່ນຄຳຖະແຫລງຂອງລັດຖະບານ ອັງກິດ ໃນວັນທີ 30 ມັງກອນ ພາຍຫລັງຫລາຍຄັ້ງໄດ້ສະແດງຄວາມປາດຖະຫນາຢາກເຂົ້າຮ່ວມ CPTPP ພາຍຫລັງຖອນອອກຈາກ ອີຢູ ມາເປັນເວລາ 1 ປີ.

        ທ່ານນາຍົກລັດຖະມົນຕີ ອັງກິດ Boris Johnson ໃຫ້ຮູ້ວ່າ: ພາຍຫລັງ ຖອນອອກຈາກ ອີຢູ ລອນດອນ ພວມສ້າງຕັ້ງບັນດາສາຍພົວພັນຄູ່ຮ່ວມມືໃຫມ່ ເພື່ອນຳມາເຊິ່ງຜົນປະໂຫຍດດ້ານເສດຖະກິດອັນໃຫຍ່ຫລວງໃຫ້ແກ່ປະຊາຊົນ ອັງກິດ. ທ່ານເນັ້ນຫນັກວ່າ: “ເລື່ອງຈົດທະບຽນກາຍເປັນປະເທດທຳອິດເຂົ້າຮ່ວມ CPTPP ເປັນການສະແດງໃຫ້ເຫັນຄວາມຕັດສິນໃຈຂອງ ອັງກິດ ປາດຖະຫນາຢາກຮ່ວມມືກັບເພື່ອນມິດສາກົນ ແລະ ຄູ່ຮ່ວມມືໃນທົ່ວໂລກ ໃນເງື່ອນໄຂດີສຸດ ພ້ອມທັງປະກອບສ່ວນ ແລະ ສະຫນັບສະຫນູນພື້ນຖານການຄ້າເສລີທົ່ວໂລກຢ່າງຕັ້ງຫນ້າ.”

ຕອບກັບ

ຂ່າວ/ບົດ​ອື່ນ