ອັງກິດ ແລະ EEA EFTA ບັນລຸໄດ້ຂໍ້ຕົກລົງກ່ຽວກັບສິດທິມະນຸດ ຖ້າຫາກ Brexit ບໍ່ມີຂໍ້ຕົກລົງ

(VOVWORLD) - ລັດຖະບານ ນອກແວ ໃຫ້ຮູ້ວ່າ: ໄດ້ສະເໜີຂໍ້ກຳນົດຮັບປະກັນບັນດາສິດຜົນປະໂຫຍດຂອງພົນລະເມືອງປະເທດນີ້ ດຳລົງຊີວິດຢູ່ ອັງກິດ ກໍ່ຄືພົນລະເມືອງ ອັງກິດ ດຳລົງຊີວິດຢູ່ ນອກແວ
ອັງກິດ ແລະ EEA EFTA ບັນລຸໄດ້ຂໍ້ຕົກລົງກ່ຽວກັບສິດທິມະນຸດ ຖ້າຫາກ Brexit ບໍ່ມີຂໍ້ຕົກລົງ - ảnh 1ທ່ານນາງນາຍົກລັດຖະມົນຕີ ອັງກິດ Theresa May. (ພາບ: THX/TTXVN) 

ອັງກິດ ແລະ 3 ປະເທດລວມມີ: ອຽກລັງ, ເລກເຕນສະເຕນ ແລະ ນອກແວ ເອີ້ນຫຍໍ້ແມ່ນ EEA EFTA (ບັນດາປະເທດສະມາຊິກສະຫະສະມາຄົມການຄ້າເສລີ ເອີຣົບ ຂຶ້ນກັບພາກພື້ນເສດຖະກິດ ເອີຣົບ) ບັນລຸໄດ້ຂໍ້ຕົກລົງກ່ຽວກັບສິດທິມະນຸດໃນກໍລະນີ ອັງກິດ ຖອນຕົວອອກຈາກສະຫະພາບ ເອີຣົບ (ອີຢູ), ຫຼື ເອີ້ນວ່າ Brexit, ຫາກບໍໍ່ບັນລຸໄດ້ຂໍ້ຕົກລົງ. ໃນແຈ້ງການໜຶ່ງອອກວັນທີ 08 ກຸມພາ, ລັດຖະບານ ອຽກລັງ ໃຫ້ຮູ້ວ່າ: ຂໍ້ຕົກລົງດັ່ງກ່າວ ຮັບປະກັນບັນດາສິດຜົນປະໂຫຍດຂອງບັນດາພົນລະເມືອງ EEA EFTA ດຳລົງຊີວິດຢູ່ ອັງກິດ ກໍ່ຄືບັນດາພົນລະເມືອງ ອັງກິດ ດຳລົງຊີວິດຢູ່ບັນດາປະເທດ EEA EFTA ຖ້າຫາກເກີດກໍລະນີ Brexit ບໍ່ບັນລຸໄດ້ຂໍ້ຕົກລົງ.

        ກ່ອນໜ້ານັ້ນ, ລັດຖະບານ ນອກແວ ໃຫ້ຮູ້ວ່າ: ໄດ້ສະເໜີຂໍ້ກຳນົດຮັບປະກັນບັນດາສິດຜົນປະໂຫຍດຂອງພົນລະເມືອງປະເທດນີ້ ດຳລົງຊີວິດຢູ່ ອັງກິດ ກໍ່ຄືພົນລະເມືອງ ອັງກິດ ດຳລົງຊີວິດຢູ່ ນອກແວ ຖ້າຫາກ ອັງກິດ ຖອນຕົວອອກຈາກ ອີຢູ ເຊິ່ງບໍ່ບັນລຸໄດ້ຂໍ້ຕົກລົງ.

ຕອບກັບ

ຂ່າວ/ບົດ​ອື່ນ