ອົງການປະເມີນຄວາມ ເຊື່ອຖືFitchຍົກລະດັບຄວາມເຊື່ອຖືຫວຽດນາມຂື້ນລະດັບ“ຕັ້ງໜ້າ”

ອົງການປະເມີນຄວາມ ເຊື່ອຖືFitchຍົກລະດັບຄວາມເຊື່ອຖືຫວຽດນາມຂື້ນລະດັບ“ຕັ້ງໜ້າ” - ảnh 1
ສຳນັກງານ Fitch Ratings
(ພາບ: fica.vn)


(vovworld) – Fitch Ratings, ​ເຊິ່ງ​ແມ່ນ​ອົງການປະ​ເມີນ​ຄວາມ​ເຊື່ອ​ຖື, ຫາ​ກໍ່​ຍົກ​ລະດັບ​​ແງ່​ຫວັງ​ຄວາມ​​ເຊື່ອ​ຖື​ຂອງ ຫວຽດນາມ ​ຈາກລະດັບ “​ຄວາມ​ໝັ້ນຄົງ” ຂຶ້ນ​ເຖິງ ລະດັບ “ຕັ້ງໜ້າ” ຍ້​ອນ​ການ​ຫັນປ່ຽນດ້ານ​ເສດຖະກິດ​ໃນ​ໄລຍະ​ຜ່ານ​ມາ. ຕາມບົດ​ລາຍ​ງານ​ທີ່​ Fitch Ratings ຫາ​ກໍ່​ໄດ້ປະກາດ​ຢ່າງ​ເປັນ​ທາງ​ການ​ໃນ​ວັນ​ທີ 23/1, ໜຶ່ງ​ໃນບັນດາ​ສາຍ​ເຫດ​ພາ​ໃຫ້​ອົງການ​ດັ່ງ​ກ່າວ​ຍົກ​ລະດັບ ​ແງ່​ຫວັງ ຫວຽດນາມ ຂຶ້ນຍ້ອນ​ເສດຖະກິດ​ມາ​ຫາ​ພາກ​ພາຍ​ໃນ​ປະ​ເທດ​ພວມ​ມີ​ສັນຍານ​ຕັ້ງໜ້າ​ກ່ວາ. Fitch Ratings ກໍ່​​ໃຫ້​ຂໍ້​ສັງ​ເກດ​ວ່າ ຫວຽດນາມ ຈະ​ສືບ​ຕໍ່​ຢືດໝັ້ນ​​ບັນດາ​ນະ​ໂຍບາຍ​ເພື່ອ​ຮັບປະກັນ​ເສດຖະກິດ​ມະຫາ​ພາກ, ການ​ເຕີບ​ໂຕ GDP ໝັ້ນຄົງ ​ແລະ ຮັກສາ​ລະດັບ​​ເງິນ​ເຟີ້​​ໃນ​ລະດັບຕຳ່​ຄື​ປ​ະຈຸ​ບັນ. ນອກຈາກ​ນັ້ນ​ແລ້ວ, ອົງການ​ນີ້​ກໍ່​ຄາດ​ວ່າ, ​ແຫຼ່ງທຶນ​ສະຫງວນ​ໃຫ້ການ​ສ້າງ​ໂຄງ​ປະກອບ​ຂະ​ແໜງ​ທະນາຄານຄືນ​ໃໝ່​ຈະ​ໄດ້​ຮັບ​ການ​ເປີດ​ກ້ວາງ​ກ່ວາ​ໃນ​ໄລຍະ​ຈະ​ມາ​ເຖິງ ​ແລະ ຢູ່​ໃນ​ລະດັບປະມານ 10% GDP.


ຂ່າວ/ບົດ​ອື່ນ