ອົງ​ກ​ານ​ພະ​ລັງ​ງານ​ປະ​ລະ​ມາ​ນູ​ສາ​ກົນ (IAEA) ຕີ​ລາ​ຄາ​ການ​ເຈ​ລະ​ຈາ​ນິ​ວ​ເຄຼຍ ກັບ ອີ​ຣານ ພວມ​ຢູ່​ໃນ​ໄລ​ຍະ​ຫຍຸ້ງ​ຍາກ

(VOVWORLD) -ການເຈລະຈາລະຫວ່າງອົງການພະລັງງານປະລະມານູສາກົນ (IAEA) ກັບ ອີຣານ ແມ່ນກ່ຽວຂ້ອງເຖິງຕົວຢ່າງ ຢູລານຽມ ຜ່ານກຳມະວິທີທີ່ໄດ້ຊອກເຫັນຢູ່ຮາກຖານຜະລິດນິວເຄຼຍແຫ່ງຕ່າງໆ ເຊິ່ງບໍ່ນອນໃນບັນຊີລາຍຊື່ທີ່ ເຕເຮຣານ ໄດ້ລາຍງານມາ, ປັດຈຸບັນພວມຢູ່ໃນໄລຍະ “ຫຍຸ້ງຍາກທີ່ສຸດ”.
ອົງ​ກ​ານ​ພະ​ລັງ​ງານ​ປະ​ລະ​ມາ​ນູ​ສາ​ກົນ (IAEA) ຕີ​ລາ​ຄາ​ການ​ເຈ​ລະ​ຈາ​ນິ​ວ​ເຄຼຍ ກັບ ອີ​ຣານ ພວມ​ຢູ່​ໃນ​ໄລ​ຍະ​ຫຍຸ້ງ​ຍາກ - ảnh 1ທ່ານ Rafael Grossi ຜູ້ອຳນວຍການໃຫຍ່ອົງການພະລັງງານປະລະມານູສາກົນ (ພາບ: AFP/TTXVN)

ນີ້ແມ່ນຂໍ້ສັງເກດໂດຍທ່ານ Rafael Grossi ຜູ້ອຳນວຍການໃຫຍ່ອົງການພະລັງງານປະລະມານູສາກົນ (IAEA) ຍົກອອກມາໃນວັນທີ 25 ພຶດສະພາ ກ່ຽວກັບບັນຫາທີ່ອຸດຕັນມາແຕ່ດົນນານ ແລະ ໄດ້ສົ່ງຜົນສະທ້ອນເຖິງວິວັດທະນາການເຈລະຈາຟື້ນຟູຂໍ້ຕົກລົງນິວເຄຼຍ ປີ 2015 ຫຼືເອີ້ນວ່າ ແຜນການເຄື່ອນໄຫວຮ່ວມຮອບດ້ານ (JCPOA).

        ຄາດວ່າ, ທ່ານ Rafael Grossi ຈະປະກາດບົດລາຍງານກ່ຽວກັບບັນຫາທີ່ຍັງຄົງຄ້າງໃນການພົວພັນກັບ ອີຣານ ຕໍ່ສະພາຜູ້ວ່າການອົງການ IAEA ກ່ອນທີ່ດຳເນີນກອງປະຊຸມປະຈຳໄຕມາດ ໃນວັນທີ 6 ມິຖຸນາ ຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ