ອັດFestivalດອກໄມ້ດາລາດຄັ້ງທີ6

ອັດFestivalດອກໄມ້ດາລາດຄັ້ງທີ6 - ảnh 1
ລາຍການ​ສະ​ແດງສິລະ​ປະ​ພິ​​ເສດ
Festival ດອກ​ໄມ້ ດາລາ​ດ ຄັ້ງ​ທີ 6 – 2015
(ພາບ: qdnd.vn)

(vovworld) – ​ ພາຍຫລັງ​ດຳ​ເນີນ​ມາເປັນ​ເວລາ 5 ວັນ ດ້ວຍຫລາຍລາຍການ​ທີ່ແຕກ​ຕ່າງ​ກັນ, ​ຕອນ​ຕ່ຳ​ວັນ​ທີ 02/01/2016, Festival ດອກ​ໄມ້ ດາລາ​ດ ຄັ້ງ​ທີ 6 – 2015 ​ໄດ້ອັດ​ລົງ​ດ້ວຍ​ລາຍການ​ສະ​ແດງສິລະ​ປະ​ພິ​​ເສດ ​ເຊິ່ງຈັດ​ຕັ້ງ​ຢູ່ສະໜາມ​ຫລວງ ​ເລີມ​ວຽນ, ນະຄອນ ດາລາ​ດ ດ້ວຍ​ຫົວ​ຂໍ້​ວ່າ  “ດາລາ​ດ ຍາມ​ດອກ​ໄ​ມ້ທີ່​ສວຍ​ງາມ”. ຕາມ​ຄະນະ​ຈັດ​ຕັ້ງ​ແລ້ວ, Festival ດອກ​ໄມ້ ດາລາ​ດ ຄັ້ງ​ທີ 6 ດຳ​ເນີນ​ໃນ 5 ວັນ ​ໄດ້​ດຶງດູດ​ແຂກ​ມາ​ຊົມ​ປະມານ 500.000 ​ເທື່ອ​. ນອກ​ຈາກ ການ​ໂຄສະນາພາບ​ພົດ ດາລາ​ດ - ​ເລີມ​ດົ່ງ, Festival ດອກ​​ໄມ້​ຄັ້ງ​ນີ້ ຍັງ​ສ້າງຄວາມ​ໃໝ່​ອຽມ, ຈຸດ​ທີ່​ເປັນ​ເອກະລັກ​ສະ​ເພາະ, ສືບ​ຕໍ່​ຢັ້ງຢືນ ​ແລະ ​ເຊີດ​ຊູຄຸນຄ່າ​ຂອງ​ດອກ​ໄມ້, ອາຊີບ​ປູກ​ດອກ​ໄມ້, ການດຳ​ເນີນ​ທຸລະ​ກິດ​ດອກ​ໄມ້ ​ແລະ ​ແນະນຳ, ​ໂຄສະນາ​ບັນດາຜະລິດ​ຕະພັນ​ທີ່​ມີ​ເອກະລັກ​ສະ​ເພາະຂອງ ດາລາ​ດ - ​ເລີ​ມດົ່ງ.

 

ຂ່າວ/ບົດ​ອື່ນ