ອັດກອງປະຊຸມCLMV-ອິນເດຍຄັ້ງທີ2

ອັດກອງປະຊຸມCLMV-ອິນເດຍຄັ້ງທີ2 - ảnh 1
ກອງ​ປະ​ຊຸມ​ວິ​ສາ​ຫະ​ກິດ​ບັນ​ດາ​ປະ​ເທດ ກຳ​ປູ​ເຈຍ, ລາວ, ມຽນ​ມາ, ຫວຽດ​ນາມ (CLMV) - ອິນ​ເດຍ ຄັ້ງ​ທີ 2
(ພາບ: vietnamplus)

(vovworld) – ກອງ​ປະ​ຊຸມ​ວິ​ສາ​ຫະ​ກິດ​ບັນ​ດາ​ປະ​ເທດ ກຳ​ປູ​ເຈຍ, ລາວ, ມຽນ​ມາ, ຫວຽດ​ນາມ (CLMV) - ອິນ​ເດຍ ຄັ້ງ​ທີ 2, ໄດ້ອັດ​ລົງ​ເມື່ອ​ວັນ​ທີ 12/12, ຢູ່​ນະ​ຄອນຫຼວງ ນິວ ເດ​ລີ, ອິນ​ເດຍ. ໃນ 2 ວັນ​ດຳ​ເນີນກອງ​ປະ​ຊຸມ, ກອງ​ປະ​ຊ​ຸມ​ໄດ້​ປຶກ​ສາ​ຫາ​ລື ແລະ ເຫັນ​ດີ​ເປັນ​ເອ​ກະ​ສັນ​ຮັບ​ຮອງ​ເອົາ​ບາງ​ຂໍ້​ສະ​ເໜີ​ຕົ້ນ​ຕໍ​ຄື​ໂຍະ​ຍານ​ລະ​ບຽບ​ການ​​ອອກ ວີ​ຊາ ໃຫ້​ພົນ​ລະ​ເມືອງ​ທີ່​ມາ​ຈາກ​ບັນ​ດາ​ປະ​ເທດ CLMV, ສົ່ງ​ເສີມ​ແຂກ​ທ່ອງ​ທ່ຽວ ອິນ​ເດຍ ​ມາ​ທ່ຽວ​ບັນ​ດາ​ປະ​ເທດ CLMV…ທ່ານ​ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ອິນ​ເດຍ ຮັບ​ຜິດ​ຊອບ​ກ່ຽວ​ກັບ​ພາກ​ຕາ​ເວັນ​ອອກ Anil Wadhwa ຢືນ​ຢັນ​ວ່າ: ບັນ​ດາ​ຝ່າຍ​ຄວນ​ມາ​ນະ​ພະ​ຍາ​ຍາມ​ນຳ​ການ​ພົວ​ພັນ ອິນ​ເດຍ ກັບ​ບັນ​ດາ​ປະ​ເທດ CLMV ພັດ​ທະ​ນາ​ຂຶ້ນ​ສູ່​ລະ​ດັບ​ສູງ​ໃໝ່. ທ່ານລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ອິນ​ເດຍ ຫວັງ​ວ່າ: ເສັ້ນ​ທາງ​ຄວາມ​ໄວ​ສູງ 3 ຝ່າຍ​ທີ່​ພວມ​ໄດ້​ຮັບ​ການກໍ່​ສ້າງ​ລະ​ຫວ່າງ ມຽນ​ມາ - ອິນ​ເດຍ - ໄທ ຍາວ​ຮອດ ຫວຽດ​ນາມ, ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ການ​ຂົນ​ສົ່ງ​ສິນ​ຄ້າ​ລຽບ​ຕາມ​ເສັ້ນ​ທາງ​ດັ່ງ​ກ່າວ.

        ໃນ​ບັນ​ດາ​ວາ​ລະ​ປະ​ຊຸມ​ກັບ ອິນ​ເດຍ, ທ່ານ​ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ອຸດ​ສາ​ຫະ​ກຳ - ການ​ຄ້າ ຫວຽດ​ນາມ ໂດ໋​ທັ໋ງ​ຫາຍ, ຫົວ​ໜ້າ​ຄະ​ນະ​ຜູ້​ແທນ ຫວຽ​ດ​ນາມ ເຂົ້າ​ຮ່ວມກອງ​ປະ​ຊຸມ ແລະ ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ອິນ​ເດຍ ໂຕນ​ຊິງ​ແທ່ງ, ຖື​ວ່າ: ບັນ​ດາ​ວິ​ສາ​ຫະ​ກິດ ອິນ​ເດຍ ແລະ ຫວຽດ​ນາມ ຈະ​ຊອກ​ຫາຫຼາຍ​ກາ​ລະ​ໂອ​ກາດ​ທຳ​ມາ​ຫາ​ກິນ​ນຳ​ກັນ​ຍ້ອນ​ວ່າ​ພື້ນ​ຖານ​ເສດ​ຖະ​ກິດ​ຂອງ 2 ປະ​ເທດ​ພວມ​ພັດ​ທະ​ນາ​ແຮງກໍ່​ຄື​ນະ​ໂຍ​ບາຍ​ດຶງ​ດູດ​ການ​ລົງ​ທຶນ​ສະ​ດວກ. ພ້ອມ​ກັບ​ວິ​ວັດ​ທະ​ນາ​ການ​ເປີດ​ປະ​ຕູ, ອິນ​ເດຍ ແລະ ຫວຽດ​ນາມ ພວມ​ກາຍ​ເປັນ​ຕະຫຼາ​ດ​ແລກ​ປ່ຽນ​ສິນ​ຄ້າ​ໃຫຍ່ຫຼວງ​ເຊິ່ງ​ບັນ​ດາ​ວິ​ສາ​ຫະ​ກິດ 2 ປະ​ເທດ​ຂຸດ​ຄົ້ນ.

 


ຂ່າວ/ບົດ​ອື່ນ