ອັດກອງປະຊຸມShangri–Laຄັ້ງທີ13

ອັດກອງປະຊຸມShangri–Laຄັ້ງທີ13 - ảnh 1
ພົນເອກ ຟູ່ງກວາງແທງ ແລະ ຄູ່ຕຳແໜ່ງ ຍີ່ປຸ່ນ ທ່ານ Itsunori Onodera
(ພາບ: Kyodo/TTXVN)

(vovworld) - ກອງ​ປະຊຸມ Shangri – La ຄັ້ງ​ທີ 13 ຖືກ​ອັດ​ລົງ​ໃນ​ຕອນ​ບ່າຍ​ວັນ​ທີ 1/6, ພາຍຫຼັງ​ຈັດ​ກອງ​ປະຊຸມ​ມາ​ເປັນ​ເວລາ 3 ວັນດ້ວຍວາລະ​ປຶກສາ​ຫາລື​ລວມ 5 ຄັ້ງ​ກ່ຽວ​ກັບ​ບັນດາ​ຫົວ​ຂໍ້​ກ່ຽວ​ຂ້ອງ​ເຖິງ​ຄວາມ​ສະຫງົບ​ໃນ​ພາກ​ພື້ນ ອາຊີ - ປາຊີ​ຟິກ. ​ຫົວ​ຂໍ້​ທີ່​ໄດ້​ຮັບ​ຄວາ​ມ​ເອົາ​​ໃຈ​ໃສ່​ທີ່​ສຸດ​ນັ້ນ​ແມ່ນ​ການ​ຜັນ​​ແປ​ໃນ​ມໍ່​ໆ​ມານີ້, ຈີນ ​ໄດ້​ຕັ້ງ​ຮ້ານ​ເຈາະ​ນ້ຳ​ມັນ ​ໄຮ​ຢາງ - 981 ຢູ່​ເຂດ​ເສດຖະກິດ​ຈຳ​ເພາະ ​ແລະ ​ເຂດ​ໄຫຼ່​ທະ​ວີບຂອງ ຫວຽດນາມ. ​ຜູ້​ແທນ​ເຂົ້າ​ຮ່ວມ​ສ່ວນ​ຫຼາຍລ້ວນ​ແຕ່​ສະ​ແດງ​ຄວາມ​ວິຕົກ​ວັງ​ວົນ, ຢືນຢັນ​ນີ້​ແມ່ນບັນດາ​ການ​ກະທຳ​ກໍ່​ຄວາມ​ເຄັ່ງ​ຕຶງ​ໃນ​ພາກ​ພື້ນ.

    ທີ່​ວາລະ​ປຶກສາ​ຫາລື​ຄັ້ງ​ທີ 4, ​ເຊິ່ງຈັດ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 1/6 ດ້ວຍ​ຫົວ​ຂໍ້​ວ່າ “ທັດສະນະ​ຂອງ​ບັນດາ​ປະ​ເທດ​ມະຫາ​ອຳນາດ ກ່ຽວ​ກັບ​ສັນຕິພາບ ​ແລະ ຄວາມ​ສະຫງົບ​ຢູ່ ອາຊີ - ປາຊີ​ຟິກ”, ຮອງ​ເສນາ​ທິການ​ໃຫຍ່​ກອງທັບ​ປົດ​ປ່ອຍປະ​ຊາ​ຊົນ ຈີນ ​ຫວາງ​​ແຈ໋ວນຈູງ​, ຫົວໜ້າ​ຄະນະ​ຜູ້​ແທນ ຈີນ ຢືນຢັນ​ວ່າ: ຈີນ ສະໜັບສະໜູນ​ການ​ຮ່ວມ​ມື, ​ໂອ້​ລົມ​ສົນ​ທະນາ, ​ເພີ່ມ​ທະວີ​ຄວາມ​ໄວ້​ເນຶ້ອ​​ເຊື່ອ​ໃຈ​ຍຸດ​ທະ​ສາດ​ລະ​ຫວ່າງ​ບັນດາ​ປະ​ເທດ, ​ໃຫ້​ຄຳ​ໝັ້ນ​ສັນຍາ​ແກ້​ໄຂ​ບັນດາ​ກາ​ນຂັດ​​ແຍ້​ງກ່ຽວ​ກັບອະ​ທິປະ​ໄຕຜືນ​ແຜ່ນດິນ, ​​ດ້ວຍ​ບັນດາ​ສິດ​ກ່ຽວ​ຂ້ອງ​ເຖິງ​ທະ​ເລ. ຈີນ ຈະ​ສືບ​ຕໍ່​ຮ່ວມ​ມື​ກັບ ອາ​ເມ​ລິ​ກາ, ລັດ​ເຊຍ, ອິນ​ເດຍ ​ແລະ ບັນດາ​ປະ​ເທດ​​ໃຫຍ່​ໃນ​ພາກ​ພື້ນ ອາຊີ - ປາຊິ​ຟິກ ​ເພື່ອ​​ແນ​ໃສ່​ຮັກສາ​ຄວາມ​ສະຫງົບ ​ແລະ ຊຸກຍູ້​ຄວາມ​ວັດທະນາ​ຖາ​ວອນ​ໃນ​ພາກ​ພື້ນ. ກໍ່​ຢູ່​ວາລະ​ປຶກ​ສາ​ຫາລື, ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ລັດ​ເຊຍ Anatoly Antonov ຢືນຢັນ​ຈຸດ​ໝາຍ​ຕົ້ນ​ຕໍ່​ຂອງ​ ລັດ​ເຊຍ ​ແມ່ນ​ຮັບ​ປະກັນສັນຕິພາບ ​ແລະ ຄວາມ​ສະຫງົບ​ໃນ​ພາກ​ພື້ນ ອາຊີ - ປາຊີ​ຟິກ, ທີ່​ເຄີຍ​ມີ​ຄວາມ​ໝາຍ​ເປັນຕາ​ຍ​ໃຫ້​ແກ່​ການ​ພັດທະນາ​ເສດຖະກິດ​ແບບ​ຍືນ​ຍົງ ​ແລະ ຄວາມ​ວັດທະນາ​ຖາວອນ​ຂອງ​ບັນດາ​ປະ​ເທດ. ທີ່​ວາລະ​ປະຊຸມ​ຄັ້ງ​ນີ້, ບັນດາ​ນັກຮຽນ​ຮູ້​ທີ່​ມາ​ຈາກ​ຫຼາຍ​ປະ​ເທດ​ໃນ​ໂລກ ກໍ່​ສຸມ​ໃສ່​ຮຽກຮ້ອງ​ໃຫ້​ທ່ານ ຫວາງ​​ແຈ໋ວນຈູງ​​ ອະທິ​ບາຍ ກ່ຽວ​ກັບ​ອັນ​ທີ່​ເອີ້ນ​ວ່າ “​ເສັ້ນລີ້ນ​ງົວ 9 ຕອນ” ຂອງ ຈີນ ຢູ່​ທະ​ເລ​ຕາ​ເວັນ​ອອກ. ທ່ານ ຫວາງ​​ແຈ໋ວນຈູງ ​ໃຫ້​ຮູ້​ວ່າ: ຈີນ ກະກຽ​ມ “​ເຈລະຈາ​ໂດຍ​ກົງ” ກັບ​ແຕ່ລະ​ປະ​ເທດ​ກ່ຽວຂ້ອງ.


ຂ່າວ/ບົດ​ອື່ນ