ອັດກອງປະຊຸມລັດຖະມົນ ຕີການຄ້າອາເປັກຄັ້ງທີ 20


ອັດກອງປະຊຸມລັດຖະມົນ ຕີການຄ້າອາເປັກຄັ້ງທີ 20 - ảnh 1

 (ພາບ: baomoi.com)

(vovworld)- ​ ພາຍ​ລັງ​ດຳ​ເນີນ​ການ​ເຮັດ​ວຽກ​ມາເປັນ​ເວລາ 2 ມື້, ກອງ​ປະຊຸມ​ລັດຖະມົນຕີ​ຮັບຜິດຊອບ​ດ້ານການ​ຄ້າ​ອາ​ເປ​ັກ ຄັ້ງທີ 20 ຊື່​ງຈັດ​ຂຶ້ນ​ຢູ່​ນະຄອນຈິງ​ຕາວ ປະ​ເທດ​ຈີນ ​ໄດ້​ອັດ​ລົງ. ກອງ​ປະຊຸມ​ໄດ້​ຮັບຮອງ​ເອົາ​ຖະ​ແຫຼ​ງການ​ຂອງ​ລັດຖະມົນຕີ​ການ​ຄ້າ​ອາ​ເປ​ັກ, ສະໜັບສະໜູນ​ວິວັດ​ທະນາການ​ເຈ​ລະ​ຈາ​ການ​ຄ້າ​ຫຼາຍ​ຝ່າຍ; ​​ເປັນເອກະ​ພາບ​ກ່ຽວ​ກັບ​ການ​ສ້າງ​ຂັ້ນຕອນ​ກ້າວ​ໄປ​ເຖິງ​ການ​ສ້າງ​ເຂດ​ການ​ຄ້າ​ເສລີ​ອາຊີ-​ປາຊີ​ຟິກ….ຄະນະ​ຜູ້​ແທນ​ຫວຽດນາມ ​ໂດຍ​ທ່ານ​ຫວູ້ຮຸຍ​ຮ່ວາງ, ​ລັດຖະມົນຕີ​ກະຊວງການ​ຄ້າຫວຽດນາມ ນຳ​ໜ້າ​ໄດ້​ປະກອບສ່ວນ​ຢ່າ​ງຕັ້ງໜ້າ​ເຂົ້າ​ໃນ​ຜົນສຳ​ເລັດ​ລວມ​ຂອງ​ກອງ​ປະຊຸມ, ທ່ານ​ລັດຖະມົນຕີ ຫວູ້ຮຸຍ​ຮ່ວາງ ​ໃຫ້​ຮູ້​ວ່າ:

     “ຄະນະ​ຜູ້​ແທນ​ຫວຽດນາມ ​ໄດ້​ເຂົ້າຮ່ວມ​ຢ່າງ​ຕັ້ງໜ້າ ​ແລະ ​ເປັນ​ເຈົ້າການ​ຢ່າງ​ສູງສຸດ, ​ໄດ້​ປະກອບ​ຫຼາຍ​ຄຳ​ເຫັນ​ເຂົ້າ​ໃນ​ໂຄງການ​ດຳ​ເນີນ​ງານ​ຂອງ​ກອງ​ປະຊຸມ, ພິ​ເສດ, ຫວຽດນາມ ​ໄດ້​ເຂົ້າຮ່ວມ​ຢ່າງ​ຕັ້ງໜ້າ ​ໃນ​ການ​ອອກ​ຖະ​ແຫຼ​ງການ​ຮ່ວມ​ຂອງ​ກອງ​ປະຊຸມ. ​ໃນ​ຖະ​ແຫຼ​ງການ​ຮ່ວມ, ຫວຽດນາມ ​ໄດ້​ປະກອບສ່ວນ​ບັນດາ​ມາດ​ຕະການ​ເພື່ອ​ປະຕິບັດການລົບ​ລ້າງ​ຮົ້ວກີດຂວາງ​ດ້ານ​ການ​ຄ້າ​ທີ່​ບໍ່​ເໝາະ​ສົມ ​ໂດຍ​ສະມາຊິກ​ອາ​ເປັກ​ ຈຳນວນ​ໜຶ່ງ​ຍົກ​ອອກ​ມາ, ປະກອບສ່ວນ​ສ້າງ​ເງື່ອນ​ໄຂ​ໃຫ້​ສິນຄ້າ​ຖຶກຈໍລະ​ຈອນຢ່າງ​ສະດວກສະບາຍ​ລະຫວ່າງ​ບັນດາ​ສະມາຊິກ​ຂອງ​ອາ​ເປັກ​ “./.

 

ຂ່າວ/ບົດ​ອື່ນ