ອັດກອງປະຊຸມສະໄໝສາມັນເທື່ອທີ 6 ສະພາແຫ່ງຊາດຫວຽດນາມ ຊຸດທີ 13

    ອັດກອງປະຊຸມສະໄໝສາມັນເທື່ອທີ 6 ສະພາແຫ່ງຊາດຫວຽດນາມ ຊຸດທີ 13 - ảnh 1
ທ່ານປະທານສະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນ​ຊິງ​ຮຸ່ງກ່າວ​ຄຳ​ເຫັນ​ທີ່ພິທີ​ອັດກອງ​ປະຊຸມ​​ສະ​ໄໝ​ສາມັນ​ເທື່ອ​ທີ 6​ ສະພາ​ແຫ່ງ​ຊາດ​ຫວຽດນາມ ຊຸດ​ທີ 13      (ພາບ: na.gov.vn)

(vovworld)- ກ່າວ​ຄຳ​ເຫັນ​ທີ່ພິທີ​ອັດກອງ​ປະຊຸມ​​ສະ​ໄໝ​ສາມັນ​ເທື່ອ​ທີ 6​ ສະພາ​ແຫ່ງ​ຊາດ​ຫວຽດນາມ ຊຸດ​ທີ 13, ທ່ານປະທານສະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນ​ຊິງ​ຮຸ່ງ ​ໃຫ້​ຮູ້​ວ່າ ທີ່​ກອງ​ປະຊຸມ​ເທື່ອ​ນີ້, ສະພາ​ແຫ່ງ​ຊາດ​ຫວຽດນາມ​ໄດ້​ຮັບຮອງ​ເອົາລັດຖະທຳ​ມະນູນ​ສະບັບ​ປັບປຸງ, ຕົກລົງ​ໜ້າ​ທີ່ເສດຖະກິດ-ສັງ​ຄົມ, ງົບປະມານ​ແຫ່ງ​ລັດ​ປີ 2014, ຊຸມ​ປີ​ທີ່​ຍັງ​ເຫຼືອ​ຂອງ​ແຜນການ 5 ປີ,​ ບັນດາ​ເນື້ອ​ໃນ​ກ່ຽວ​ກັບ​ວຽກ​ງານ​ສ້າງ​ກົດໝາຍ, ຕິດຕາມກວດກາສູງສຸດ, ບັນດາບັນຫາ ທີ່ສຳຄັນຂອງປະເທດຊາດ. ທ່ານປະທານສະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນ​ຊິງ​ຮຸ່ງ ​ໃຫ້​ຮູ້​ວ່າ:

     “ ຕໍ່ໜ້າ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ການ​ດຳລົງ​ຊີວິດ ​ແລະ ການ​ພັດທະນາ​ຂອງ​ປະ​ເທດ​ຊາດ, ບັນດາ ສສຊ ​ໄດ້​ໄຈ້​ແຍກ, ຕີລາຄາຢ່າງພາວະວິໄສ, ຮອບດ້ານກ່ຽວກັບບັນດາດ້ານດີ ແລະ ຂໍ້ຈຳກັດ, ອ່ອນດ້ອຍໃນການ ປະຕິບັດແຕ່ລະຈຸດໝາຍ, ຄາດໝາຍ​ເສດຖະກິດ​ສັງຄົມ ​ເພື່ອ​ວາງ​ຈຸດໝາຍ, ໜ້າ​ທີ່ ​ແລະ ວິທີ​ການ​ແກ້​ໄຂ​ຕົ້ນຕໍ​ໃຫ້​ປີ 2014 ​ແລະ ຊຸມ​ປີ​ຕໍ່ໍ່ໆ​ໄປ ”

  ເມື່ອເຕື້ອງເຖິງ ລັດຖະທຳ​ມະນູນ​ສະບັບ​ປັບປຸງ, ທ່ານປະທານສະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນ​ຊິງ​ຮຸ່ງ ​ຢືນຢັນວ່າ ສສຊ ແຕ່ລະທ່ານໄດ້ເຮັດວຽກຈົນສຸດ ຄວາມສາມາດຂອງຕົນດ້ວຍ​ຈິດ​ໃຈ​ວິທະຍາສາດ, ຮັບ​ຟັງ​ຄຳ​ເຫັນ, ​ໂຮມ​ຍອດ​ຍິ່ງ​ສະຕິ​ປັນຍາ​ຂອງ​ທ່ົວ​ປວງ​ຊົນ. ທ່ານປະທານສະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນ​ຊິງ​ຮຸ່ງ ​ຢືນຢັນ​ວ່າ :

    “ລັດຖະທຳ​ມະນູນ​ຂ​ອງ​ປະ​ເທດ ສ.ສຫວຽດນາມ ສະບັບ​ປັບປຸງຄັ້ງນີ້ ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຈດ​ຈຳນົງ​ຂອງ​ພັກ ​ແລະ ຈິດ​ໃຈ​ຂອງ​ປະຊາຊົນ. ອາດ​ຈະ​ເວົ້າ​ວ່າ ນີ້​ແມ່ນລັດຖະທຳ​ມະນູນ​ຂຊອງ​ໄລຍະ​ປ່ຽນ​ໃໝ່​ຢ່າງຮອບດ້ານ, ຄົບ​ຊຸດ​ທາງ​ກ້ານ​ເສດຖະກິດ ​ແລະກາ​ນ​ເມືອງ, ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ພາລະກິດ​ສ້າງສາ, ປົກ​ປັກ​ຮັກສາ​ປະ​ເທດ​ຊາດ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ”    ພ້ອມ​ກັບ​ການ​ຮັບຮອງ​ເອົາ​ ລັດຖະທຳ​ມະນູນ​ສະບັບ​ປັບປຸງ, ທີ່​ກອງ​ປະຊຸມ​ເທື່ອ​ນີ້, ສະພາ​ແຫ່ງ​ຊາດ​ຫວຽດນາມ ​ໄດ້​ຮັບຮອງ​ເອົາ​ກົດໝາຍ 8 ສະບັບ ​ແລະ ​ໃຫ້​ຄຳເຫັນ​ໃສ່​ຮ່າງ​ກົດໝາຍ​ອື່ນ 10 ສະບັບ ພ້ອມ​ກັບມະຕິ​ສຳຄັນ​ຫຼາຍ​ສະບັບ. ທ່ານປະທານສະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນ​ຊິງ​ຮຸ່ງ ​​ເນັ້ນ​ໜັກ​ວ່າ : 

“ ພາຍຫຼັງ​ກອງ​ປະຊຸມ​ເທື່ອ​ນີ້, ລັດຖະບານ, ບັນດາ​ຂະ​ແໜງ​ການ​ຂັ້ນ​ຕ່າງໆ​ຈົ່ງ​ຮີບ​ເຮັ່ງ​ຈັດ​ຕັ້ງ​ຜັນ​ຂະຫຍາຍ​ປະຕິບັດ​ບັນດາ​ກົດໝາຍ, ມະຕິ​ທີ່​ສະພາ​ແຫ່ງ​ຊາດ​ຫາ​ກໍ​ຮັບຮອງ​ເອົາ, ປະກາດ​ໃຊ້​ເອກະສານ​ແນະນຳ​ການ​ປະຕິບັດ, ຍູ້​ແຮງ​ວຽກ​ງານ​ໂຄສະນາ, ​ເຜີຍ​ແຜ່, ສຶກສາ​ອົບຮົມ​ເພື່ອ​ໃຫ້​ກົດໝາຍ​ເຂົ້າ​ສູ່​ຊີວິດ​ຕົວ​ຈິງ​​ໂດຍ​ໄວ ”

    ສຳລັບ​ຮ່າງກົດໝາຍ​ວ່າ​ດ້ວຍ​ທີ່​ດິນ​ສະບັບ​ປັບປຸງ​ລວມມີ 14 ພາກ, 212 ມາດຕາ ​ໄດ້​ຮັບ​ການ​ຮັບຮອງ​ເອົາຈາກ​ສະພາ​ແຫ່ງ​ຊາດ​ໃນ​ຕອນ​ເຊົ້າ​ວັນ​ທີ 29/11 ດ້ວຍ​ຄະ​ແນນ​ສຽງ​ເຫັນ​ດີ 86,96%. ກົດໝາຍ​ໄດ້ຢືນຢັນວ່າ ທີ່ດິນ​ແມ່ນ​ຂຶ້ນ​ກັບ​ກຳມະສິດ​ຂອງ​ທົ່ວ​ປວງ​ຊົນ​ໂດຍ​ລັດ​ເປັນ​ຜູ້ຕາງໜ້າ​ເຈົ້າ​ຂອງ​ກຳມະສິດ ​ແລະ ​ເປັນ​ເອກະ​ພາບ​ກັນ​ໃນ​ການ​ຄຸ້ມ​ຄອງ. ລັດ​ມອບ​ສິດ​ນຳ​ໃຊ້​ທີ່​ດິນໃຫ້ແກ່ຜູ້ນຳ​ໃຊ້​ທີ່​ດິນຕາມລະບຽບ ກົດໝາຍ. ລັດຕົກລົງຖອນທີ່ດິນຄືນສຳລັບບັນດາກໍລະນີຄື: ຖອນທີ່ດິນຄືນເພື່ອ ຈຸດປະສົງປ້ອງ​ກັນຊາ​ດປ້ອງ​ກັນ​ຄວາມ​ສະຫງົບ; ພັດທະນາ​ເສດຖະກິດ-ສັງຄົມ​ເພື່ອ​ຜົນ​ປະ​ໂຫຍ​ດ​ແຫ່ງ​ຊາດ, ວົງ​ຄະນະ​ຍາດ; ການຖອນ ທີ່ດິນຄືນ​ຍ້ອນ​ການລະ​ເມີດ ກົດໝາຍ​ວ່າ​ດ້ວຍ​ທີ່​ດິນ; ການຖອນ ທີ່ດິນຄືນ ຍ້ອນ​ຢຸດຕິ​ການ ນຳ​ໃຊ້​ທີ່​ດິນຕາມກົດໝາຍ​, ຄວາມ​ສະໝັກ​ໃຈ, ​ເປັນໄພອັນຕະລາຍ​ນາບ​ຂູ່​ຊີວິດ​ມະນຸດ. ການ​ຊົດ​ເຊີຍ​ເມື່ອ​ລັດ ຖອນທີ່ດິນຄືນ ​ແມ່ນ​ໄດ້​ຮັບ​ການ​ປະຕິບັດ​ດ້ວຍ​ການ​ມອບ​ດິນ​ທີ່​ມີ​ຈຸດປະສົງ​ນຳ​ໃຊ້​ອັນ​ດຽວ​ກັນ​ສຳລັບ​ປະ​ເພດ​ທີ່​ດິນ​ຖືກຖອນຄືນ, ຖ້າ​ຫາກ​ບໍ່​ມີ​ດິນ​ເພື່ອ​ຊົດ​ເຊີຍ​ນັ້ນ ກໍ​ຈະ​ໄດ້​ຮັບ​ການ​ຊົດ​ເຊີຍ​ດ້ວຍ​ເງິນຕາ​ມລາຄາ​ດິນ​ລະອຽດ​ຂອງ ປະ​ເພດ​ທີ່​ດິນ​ຖືກຖອນຄືນ​ໂດຍ​ຄະນະ​ກຳມະການ​ປະຊາຊົນ​ຂັ້ນ​ແຂວງ, ນະຄອນ ຕົກລົງ​​ໃນ​ຈຸດ​ເວລາ​ດຳ​ເນີນ​ຖອນທີ່ດິນຄືນ. ລັດ​ຍັງ​ກຳນົດ​ຫຼັກການ,​ວິທີ​ການ​ກຳນົດ​ລາຄາ​ທີ່​ດິນ, ປະກາດ​ໃຊ້​ສາລາ​ບານ​ລາຄາ​ທີ່​ດິນ ​ແລະ ກຳນົດ​ລາຄາ​ທີ່​ດິນ​ລະອຽດ. ​ບັນດາ​ການ​ປ່ຽນ​ໃໝ່​ໃນກົດໝາຍ​ວ່າ​ດ້ວຍ​ທີ່​ດິນ​ສະບັບ​ປັບປຸງ ​ແມ່ນ​ໄດ້​ຮັບ​ຄວາມ​ເຫັນ​ດີ​ຈາກ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ໃນ​ທົ່ວ​ປະ​ເທດ. ລຸງ ບຸ​ຍດຶກ​ຈຽນ ຜູ້​ມີ​ສິດ​ເລືອກ​ຕັ້ງ ຢູ່​ນະຄອນ​ຫາຍ​ຟ່ອງ ​ໃຫ້​ຮູ້​ວ່າ :

    “ກົດໝາຍ​ວ່າ​ດ້ວຍ​ທີ່​ດິນ​ສະບັບ​ປັບປຸງຄັ້ງ​ນີ້, ​ໄດ້​ເຮັດ​ໃຫ້​ປະຊາ​ຊົນພາກພູມ​ໃຈ​ທີ່​ສຸດ, ພິ​ເສດ​ແມ່ນ​ສອດຄ່ອງ​ກັບ​ຄວາມ​ມຸ່ງ​ມາດ​ປາຖະໜາ​ຂອງ​ປະຊາຊົນ. ​ເລື່ອງ​ລັດ​ຖອນ​ທີ່​ດິນ​ຄືນ​ແມ່ນ​ມີ​ການ​ຊົດ​ເຊີຍ​ຢ່າງ​ເໝາະ​ສົມ. ລະຫວ່າງ​ລັດ ​ແລະ ປະຊາຊົນ​ນັ້ນ, ຕາມ​ຂ້າພະ​ເຈົ້າ​ແລ້ວ, ຕ້ອງ​ມີ​ການ​ກຳ​ນັດ​ລາຄາ​ຢ່າງ​ເປັນ​ເອກະ​ພາບ, ຫຼີກ​ລ້ຽງ​ສະພາບ​ການ​ຖອນ​ທີ່​ດິນ​ຄືນ​ແບບ​ກະ​ແຈກ​ກະຈາຍ, ຕ້ອງ​ຮັບ​ປະກັນ​ສິດຜົນປະ​ໂຫຍ​ດຂອງ​ປະຊາຊົນ” 

ຂ່າວ/ບົດ​ອື່ນ