ອັດກອງປະຊຸມສະໄໝສາມັນເທື່ອທີ8ສະພາແຫ່ງຊາດຫວຽດນາມຊຸດທີ13

(vovworld) - ວາລະອັດ​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 8 ສະພາ​ແຫ່ງ​ຊາດ​ຫວຽດນາມ​ຊຸດ​ທີ 13 ​ໄດ້​ຈັດ​ຕັ້ງ​ໃນ​ຕອນ​ບ່າຍ​ວັນ​ທີ 28/11, ພາຍຫຼັງ​ດຳ​ເນີນ​ມາ​ເປັນ​ເວລາກວ່າ 1 ​ເດືອນ. ກ່າວ​ຄຳ​ເຫັນ​ອັດ​ກອງ​ປະຊຸມ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ​ໄດ້​ສຳ​ຫຼວດກວດຄືນ​ບາງ​ເນື້ອ​ໃນ​ຕົ້ນຕໍ​ຂອງ​ກອງ​ປະຊຸມ. ຕາມ​ນັ້ນ​ແລ້ວ, ສະພາ​ແຫ່ງ​ຊາດ​ໄດ້​ສະຫງວນ​ເວລາ​ສ່ວນ​ຫຼາຍ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ສະພາບ​ເສດຖະກິດ - ສັງຄົມ ​ເພື່ອ​ມີ​ບັນດາ​ລັດຖະນະ​ໂຍບາຍ​ທີ່​ຖືກຕ້ອງ​ເພື່ອ​ພັດທະນາ​ເສດຖະກິດ.

        “ປີ 2015 ​ແມ່ນ​ປີ​ທີ່​ມີ​ຄວາມ​ໝາຍ​ສຳຄັນ​ພິ​ເສດ ​ໃນ​ການ​ປະຕິບັດ​ບັນດາ​ຕົວ​ເລກ​ຄາດໝາຍ​ເຊິ່ງກອງ​ປະຊຸມ​ໃຫຍ່​ພັກ​ທົ່ວ​ປະ​ເທດ​ຊຸດ​ທີ 11 ​ແລະ ສະພາ​ແຫ່ງ​ຊາດ​ຊຸດ​ທີ 13 ​ໄດ້​ຕົກລົງ. ​ໃນ​ສະພາບ​ການ​ນັ້ນ, ສະພາ​ແຫ່ງ​ຊາດ​ຮຽກຮ້ອງ​ຮັກສາ​ເສດຖະກິດ​ມະຫາ​ພາກ​ໃຫ້​ມີ​ຄວາມ​ໝັ້ນ​ທ່ຽງ, ຜັນ​ຂະຫຍາຍ​ບັນດາ​ບຸກທະລຸ​ຍຸດ​ທະ​ສາດ ຢ່າງ​ມີ​ປະສິດທິ​ຜົນ, ຍົກ​ສູງ​ປະສິດທິ​ຜົນ​ການ​ລົງທຶນ​ຂອງ​ລັດ, ຍູ້​ແຮງ​ການ​ປະຕິ​ຮູບ​ດ້ານ​ການ​ບໍລິຫານ, ​ເພີ່ມ​ທະວີ​ກຳລັງ​ຄວາມ​ສາມາດ​ດ້ານ​ປ້ອງ​ກັນຊາ​ດ, ປ້ອງ​ກັນ​ຄວາມ​ສະຫງົບ​ຂອງ​ປະ​ເທດ​ຊາດ, ປົກ​ປັກ​ຮັກສາ​ເອກະລາດ, ອະທິປະ​ໄຕ​ແຫ່ງ​ຊາດ​ “.

ອັດກອງປະຊຸມສະໄໝສາມັນເທື່ອທີ8ສະພາແຫ່ງຊາດຫວຽດນາມຊຸດທີ13 - ảnh 1
ພາບ​ປະ​ກອບ

        ທີ່​ກອງ​ປະຊຸມ​ຄັ້ງ​ນີ້, ສະພາ​ແຫ່ງ​ຊາດ​ໄດ້​ຮັບຮອງ​ເອົາ​ກົດໝາຍ 18 ສະບັບ, ມະຕິ 11 ສະບັບ ​ແລະ ​ໃຫ້​ຄວາມ​ເຫັນ​ແ​ກ່ຮ່າງ​ກົດໝາຍ​ອື່ນ 12 ສະບັບ. ກ່ຽວ​ກັບ​ການ​ຕິດຕາມ​ກວດກາ, ສະພາ​ແຫ່ງ​ຊາດ​ດຳ​ເນີນ​ການ​ຕິດຕາມ​ກວດກາ​ສູງ​ສຸດ​ຕາມ​ຫົວ​ເລື່ອງ​ກ່ຽວ​ກັບ​ການ​ສ້າງ​ໂຄງ​ປະກອບ​ເສດຖະກິດ​ໃນ​ຂົງ​ເຂດ​ລົງທຶນ​ຂອງ​ລັດ, ລັດວິ​ສາ​ຫະກິດ ​ແລະ ລະບົບ​ທະນາຄານ.

        ສະພາ​ແຫ່ງ​ຊາດ​ດຳ​ເນີນ​ການ​ລົງ​ຄະ​ແນນ​ສຽງ​ໄວ້​ວາງ​ໃຈ​ສຳລັບ 50 ຕຳ​ແໜ່​ງ​ໂດຍ​ສະພາ​ແຫ່ງ​ຊາດ​ເລືອກ​ຕັ້ງ ​ຫຼື​ ໃຫ້​ສັດຕະຍາບັນ. ຕີ​ລາຄາ​ສັງ​ລວມກ່ຽວ​ກັບ​ກອງ​ປະຊຸມ​ຄັ້ງ​ນີ້, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ​ຊີ້​ແຈ້ງວ່າ:

        “ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 8 ສະພາ​ແຫ່ງ​ຊາດ​ຊຸດ​ທີ 13 ປະສົບ​ຜົນສຳ​ເລັດ, ສ້າງ​ຄວາມ​ປະ​ທັບ​ໃຈ​ອັນ​ດີ​ງາມ​ກ່ຽວ​ກັບ​ຄວາມ​ສາມັກຄີ, ການ​ເຮັດ​ວຽກ​ປະຊາ​ທີ​ປະ​ໄຕ, ຄວາມ​ເຄັ່ງ​ຄັດ​ໃນ​ການ​ຮັບ​ເອົາ​ຄວາມ​ເຫັນ​ປະກອບ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ, ຂອງບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ. ສະພາ​ແຫ່ງ​ຊາດ​ສະ​ເໜີ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ, ລັດຖະບານ ​ແລະ ຂະ​ແໜງ​ການທຸກ​ຂັ້ນ, ສ້າງ​ລາຍ​ການ, ​ແຜນການ​ຜັນ​ຂະຫຍາຍ​ບັນດາ​ມະຕິ​ທີ່​ກອງ​ປະຊຸມ​ຄັ້ງ​ນີ້​ຢ່າງ​ມີ​ປະສິດທິ​ຜົນ. ປີ 2015 ​ແລະ ຊຸມ​ປີ​ຕໍ່ໜ້າ, ປະ​ເທດ​ຊາດ​ຈະ​ມີ​ບັນດາ​ກາລະ​ໂອກາດ​ໃໝ່. ດ້ວຍ​ຄວາມ​ເປັນ​ຈິດ​ໜຶ່ງ​ໃຈ​ດຽວ​ຂອງ​ທົ່ວ​ພັກ, ທົ່ວ​ປວງ​ຊົນ, ທົ່ວ​ກອງທັບ, ຂ້າພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ, ພວກ​ເຮົາ​ຈະ​ປະຕິບັດ​ສຳ​ເລັດ​ບັນດາ​ຄາດໝາຍ​ທີ່​ໄດ້​ວາງ​ອອກ ​ເພື່ອ​ໃຫ້​ປະ​ເທດ​ຊາດ​ພັດທະນາ​ຢ່າງ​ໄວ ​ແລະ ໝັ້ນຄົງ“.

        ​ແລະ ກໍ່​ໃນ​ຕອນ​ບ່າຍ​ວັນ​ທີ 28/11, ສະພາ​ແຫ່ງ​ຊາດ​ລົງມະຕິ​ຮັບຮອງ​ເອົາ​ມະຕິ​ສືບ​ຕໍ່​ຍົກ​ສູງ​ປະສິດທິ​ຜົນ​ກ່ຽວ​ກັບ​ການ​ສ້າງ​ໂຄງ​ປະ​ກອບ​ເສດຖະກິດ​ໃນ​ຂົງ​ເຂດ​ລົງທຶນ​ຂອງ​ລັດ, ລັດ​ວິ​ສາ​ຫະກິດ ​ແລະ ລະບົບ​ທະນາຄານ; ມະຕິ​ກ່ຽວ​ກັບ​ການ​ຊັກ​ຖາມ ​ແລະ ຕອບ​ຄຳ​ຊັກ​ຖາມ; ມະຕິ​ກ່ຽວ​ກັບ​ການ​ປ່ຽນ​ໃໝ່​ລາຍການ, ປື້​ມຕຳລາ​ສຶກສາ​ສາມັນ. ​ແລະ ຫ້ອງ​ວ່າການ​ສະພາ​ແຫ່ງ​ຊາດ​ຈັດ​ຕັ້ງ​ການ​ປະຊຸມ​ຂ່າວ​ສາກົນ ​ເພື່ອ​ແຈ້ງ​ໝາກຜົນ ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 8 ສະພາ​ແຫ່ງ​ຊາດ​ຫວຽດນາມ​ຊຸດ​ທີ 13 ​.

 

ຂ່າວ/ບົດ​ອື່ນ