ອັດງານພົບປະແລກປ່ຽນມິດຕະພາບຊາວໜຸ່ມຫວຽດນາມ-ລາວ ປີ 2017

(VOVWORLD) -ພາຍຫຼັງ 5 ວັນ(ແຕ່ 05 – 09 ກັນຍາ) ທີ່ມາຢ້ຽມຢາມ, ພົບປະ ແລະ ເຮັດວຽກ, ແລກປ່ຽນບົດຮຽນ, ຕອນຄ່ຳວັນທີ 09 ກັນຍາ, ຢູ່ ເທດສະບານເມືອງ ເກືອລໍ່, ແຂວງ ເງ້ະອານ

ອັດງານພົບປະແລກປ່ຽນມິດຕະພາບຊາວໜຸ່ມຫວຽດນາມ-ລາວ ປີ 2017 - ảnh 1 ອັດງານພົບປະແລກປ່ຽນມິດຕະພາບຊາວໜຸ່ມຫວຽດນາມ-ລາວ ປີ 2017

(ພາບ: tuoitre.vn)

ສູນກາງຊາວໜຸ່ມກອມມມູນິດໂຮ່ຈິມິນ ໄດ້ສົມທົບກັບສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ຈັດພິທີອັດງານພົບປະແລກປ່ຽນຊາວໜຸ່ມຫວຽດນາມ - ລາວ ປີ 2017. ກ່າວຄຳເຫັນທີ່ພິທີອັດ, ທ່ານເລຂາສູນກາງຊາວໜຸ່ມກອມມູນິດໂຮ່ຈິນມິນ ຫງວຽນແອນຕ໋ວນ ຢືນຢັນ, ຜົນສຳເລັດຂອງລາຍການ ໄດ້ປະກອບສ່ວນເພີ່ມທະວີສາຍພົວພັນທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງຫວຽດນາມ - ລາວ ກວ່າອີກ. ທ່ານຮອງຫົວໜ້າຫ້ອງການສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ນວນທອງ ສຸວັນວິໄຊ ຊີ້ແຈ້ງວ່າ, ຄະນະຊາວໜຸ່ມລາວ ຈະມານະພະຍາຍາມຢ່າງບໍ່ຢຸດຢັ້ງ, ສູ້ຊົນຜັນຂະຫຍາຍບັນດາໂຄງການຮ່ວມມືສຳຄັນ, ມີປະສິດທິຜົນ, ປະກອບສ່ວນໃຫ້ແກ່ການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານລະຫວ່າງ 2 ຊາດ.

        ໃນໄລຍະຢູ່ຢ້ຽມຢາມຫວຽດນາມ, ຄະນະຜູ້ແທນຊາວໜຸ່ມປະຊາຊົນປະຕິວັດລາວ ໄດ້ໄປຢ້ຽມຢາມ, ຊອກຮູ້ບາງຮູບແບບການເຄື່ອນໄຫວຂອງຄະນະຊາວໜຸ່ມກອມມູນິດໂຮ່ຈິມິນຢູ່ກຸ່ມບໍລິສັດໂທລະຄົມມະນາຄົມກອງທັບ Viettel, ມະຫາວິທະຍາໄລ FPT, ຖະຫວາຍທູບທຽນຢູ່ສຸສານນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດສາກົນຫວຽດນາມ - ລາວ…

ຕອບກັບ

ຂ່າວ/ບົດ​ອື່ນ