ອັດງານມະຫາກຳກິລາການທະຫານສາກົນ Army Games 2021 ຢູ່ຫວຽດນາມ: ຫວຽດນາມຄ້ວາໄດ້ 1 ຫຼຽນຄຳ ແລະ 1 ຫຼຽນ ເງິນ

(VOVWORLD) -ຕອນເຊົ້າວັນທີ 4 ກັນຍາ, ພິທີອັດງານມະຫາກຳກິລາການທະຫານສາກົນ Army Games 2021 ໄດ້ ຖືກຈັດຂຶ້ນຢູ່ສູນຝຶກແອບການທະຫານແຫ່ງຊາດເລກ 4 ຮ່າໂນ້ຍ
ອັດງານມະຫາກຳກິລາການທະຫານສາກົນ Army Games 2021 ຢູ່ຫວຽດນາມ: ຫວຽດນາມຄ້ວາໄດ້ 1 ຫຼຽນຄຳ ແລະ 1 ຫຼຽນ ເງິນ - ảnh 1ພິທີຊັກທຸງສຳລັບບັນດາທິມຊາດໄດ້ຮັບຜົນງານສູງໃນການແຂ່ງຂັນ “ນັກຍິງ ບັນທອນ” 

    ພາຍຫຼັງແຂ່ງຂັນມາເປັນເວລາ 4 ວັນ, ການແຂ່ງຂັນ “ ເຂດອຸປະຕິເຫດ” ແລະ “ນັກຍິງ ບັນທອນ” ໃນຂອບເຂດ ງານມະຫາກຳກິລາການທະຫານສາກົນ Army Games 2021 ຢູ່ຫວຽດນາມ ໄດ້ອັດລົງ.

   ຄະນະຈັດຕັ້ງໄດ້ມອບຂັນ ແລະ ຫຼຽນຄຳສຳລັບການແຂ່ງຂັນ “ນັກຍິງ ບັນທອນ” ໃຫ້ແກ່ທິມຊາດຫວຽດນາມ, ມອບຫຼຽນເງິນໃຫ້ແກ່ ທິມຊາດ ອູເຢີເບກິສຖານ ແລະ ຫຼຽນທອງໃຫ່ແກ່ທິມຊາດສະຫະພັນລັດເຊຍ.

       ຄະນະຈັດຕັ້ງຍັງໄດ້ມອບຂັນ ແລະ ຫຼຽນຄຳສຳລັບການແຂ່ງຂັນ “ເຂດອຸປະຕິເຫດ” ໃຫ້ແກ່ທິມຊາດຫວຽດນາມ, ມອບຫຼຽນເງິນໃຫ້ແກ່ ທິມຊາດຫວຽດນາມ ແລະ ຫຼຽນທອງໃຫ້ແກ່ທິມຊາດເບລາຣຸດ.

ຕອບກັບ

ຂ່າວ/ບົດ​ອື່ນ