ອັດງານ​ມະ​ຫາ​ກຳ​ກິ​ລາ​ອາ​ຊີ ຄັ້ງ​ທີ 19

(VOVWORLD) - ທ່ານນາຍົກລັດຖະມົນຕີ ຈີນ ຫຼີສຽງ ແລະ ທ່ານ Raja Randhir Singh, ຜູ້ຮັກສາການປະທານສະພາ Olympic ອາຊີ ພ້ອມກັບການນຳບາງປະເທດ, ເຂດແຄ້ວນ, ນັກກິລານັບພັນຄົນ, ຜູ້ຊົມ
ອັດງານ​ມະ​ຫາ​ກຳ​ກິ​ລາ​ອາ​ຊີ ຄັ້ງ​ທີ 19 - ảnh 1ພິທີອັດງານມະຫາກຳກິລາ ອາຊີ ຄັ້ງທີ 19 (ASIAD 19)

ພິທີອັດງານມະຫາກຳກິລາ ອາຊີ ຄັ້ງທີ 19 (ASIAD 19) ໄດ້ຈັດຂຶ້ນໃນຕອນຄ່ຳວັນທີ 8 ຕຸລາ, ຢູ່ສະໜາມກິລາ ສູນກິລາ Olympic ທີ່ນະຄອນ ຫາງເຈົາ, ປະເທດຈີນ. ທ່ານນາຍົກລັດຖະມົນຕີ ຈີນ ຫຼີສຽງ ແລະ ທ່ານ Raja Randhir Singh, ຜູ້ຮັກສາການປະທານສະພາ Olympic ອາຊີ ພ້ອມກັບການນຳບາງປະເທດ, ເຂດແຄ້ວນ, ນັກກິລານັບພັນຄົນ, ຜູ້ຊົມ, ຜູ້ນິຍົມກິລານັບໝື່ນຄົນທີ່ມາຈາກບັນດາປະເທດເຂົ້າຮ່ວມພິທີອັດ.

        ກ່າວຄຳເຫັນທີ່ພິທີອັດ, ທ່ານ ກາວຈື໋ຕານ, ປະທານຄະນະຈັດຕັ້ງງານມະຫາກຳກິລາ ອາຊີ ຄັ້ງທີ 19, ພ້ອມທັງເປັນປະທານຄະນະກຳມະການ Olympic ຈີນ ຢັ້ງຢືນວ່າ: ຈີນໄດ້ຈັດຕັ້ງງານບຸນ ASIAD ດ້ວຍສີສັນທີ່ຈີນ ແລະ ມີຄຸບລັກສະນະ ອາຊີ.

        ຄະນະນັກກິລາ ຫວຽດນາມ ໄດ້ເຂົ້າຮ່ວມ ASIAD 19 ແລະ ຢືນອັນດັບ 21 ໃນຕາຕະລາງຈັດອັນດັບຫຼຽນ ດ້ວຍຜົນງານ ຫຼຽນຄຳ 3 ຫຼຽນ, ຫຼຽນເງິນ 5 ຫຼຽນ ແລະ ຫຼຽນທອງ 19 ຫຼຽນ.

        ງານມະຫາກຳກິລາ ອາຊີ ຄັ້ງທີ 20 (ASIAD 20) ຈະຈັດຂຶ້ນຢູ່ນະຄອນ Nagoya, ປະເທດ ຍີ່ປຸ່ນ ໃນປີ 2026.

ຕອບກັບ

ຂ່າວ/ບົດ​ອື່ນ