ອັດຕາສ່ວນສິນຄ້າອຸດສາຫະກຳ, ຜະລິດຕະພັນກະເສດຂອງ ຫວຽດນາມ ສົ່ງອອກໄປຍັງຈີນເພີ່ມຂຶ້ນ

(VOVWORLD) - ໂຄງປະກອບສິນຄ້າສົ່ງອອກຂອງ ຫວຽດນາມ ໄປຍັງ ຈີນ ພວມມີບັນດາການຫັນປ່ຽນຕາມທິດຄ່ອຍໆເພີ່ມອັດຕາສິນຄ້າອຸດສາຫະກຳປະດິດສ້າງ ແລະ ກະສິກຳ, ເຄື່ອງປ່າຂອງດົງ, ສິນໃນນ້ຳ. 

ພ້ອມທັງ, ຫລຸດຜ່ອນອັດຕາສົ່ງອອກສິນຄ້າວັດຖຸດິບ, ເຊື້ອເພີງ ແລະ ຊັບພະຍາກອນໂລຫະ. ນີ້ແມ່ນຂໍ້ມູນຂ່າວໄດ້ຍົກອອກມາທີ່ເວທີປາໄສ “ການຮ່ວມມືເສດຖະກິດການຄ້າ ຫວຽດນາມ - ຈີນ 2018” ໂດຍຫ້ອງການການຄ້າ ແລະ ອຸດສາຫະກຳ ຫວຽດນາມ (VCCI) ສົມທົບກັບສະມາຄົມສົ່ງເສີມການຄ້າສາກົນ ຈີນ (CCPIT China) ຈັດຕັ້ງຢູ່ນະຄອນ ໂຮ່ຈີມິນ ໃນວັນທີ 05 ທັນວາ.

                ເວທີປາໄສ “ການຮ່ວມມືເສດຖະກິດການຄ້າ ຫວຽດນາມ - ຈີນ 2018” ແມ່ນການເຄື່ອນໄຫວບໍ່ນອນໃນເປົ້າໝາຍສ້າງເງື່ອນໄຂໃຫ້ປະຊາຄົມ 2 ປະເທດໄດ້ອັບເດັດຂໍ້ມູນຂ່າວກ່ຽວກັບການຄ້າ ແລະ ການລົງທຶນ. ພ້ອມທັງ, ພົບປະ ແລະ ຊອກຫາຄູ່ຮ່ວມມືຍາວນານ, ປະກອບສ່ວນຊຸກຍູ້ການພົວພັນການຄ້າ, ການລົງທຶນ…ລະຫວ່າງ ຫວຽດນາມ ແລະ ຈີນ ໃນໄລຍະຈະມາເຖິງ.

        ປັດຈຸບັນ, ຈີນ ແມ່ນຄູ່ຮ່ວມມືດ້ານການຄ້າໃຫຍ່ຂອງ ຫວຽດນາມ ແລະ ຫວຽດນາມ ກໍ່ແມ່ນຄູ່ຮ່ວມມືການຄ້າໃຫຍ່ຂອງ ຈີນ ໃນ ອາຊຽນ ແລະ ແມ່ນຄູ່ຮ່ວມມືການຄ້າໃຫຍ່ອັນດັບທີ 8 ຂອງ ຈີນ ໃນໂລກ. ຍອດວົງເງິນການຄ້າ 2 ສົ້ນລະຫວ່າງ ຫວຽດນາມ ແລະ ຈີນ ໃນ 10 ເດືອນຂອງປີ 2018 ບັນລຸເກືອບ 86,7 ຕື້ USD, ເພີ່ມຂຶ້ໜ 13,6% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2017.

ຕອບກັບ

ຂ່າວ/ບົດ​ອື່ນ