ອັດ​ວັນ​ບຸນ​ວັດ​ທະ​ນະ​ທຳ​ຊົນ​ເຜົ່າ​ຢ້າວທົ່ວ​ປະ​ເທດ​ຄັ້ງ​ທີ II

(VOVWORLD) -ກ່າວຄຳເຫັນສະຫຼຸບວັນບຸນ, ທ່ານນາງ ຫງວຽນທິຫ໋າຍຍຸງ, ຫົວໜ້າກົມວັດທະນະທຳຊົນເຜົ່າ, ກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ, ຮອງຫົວໜ້າຄະນະຈັດຕັ້ງວັນບຸນ ໄດ້ຕີລາຄາວ່າ: ວັນບຸນໄດ້ຕອບສະໜອງຄວາມມຸ່ງຫວັງລວມຂອງພໍ່ແມ່ປະຊາຊົນບັນດາເຜົ່າ, ພິເສດແມ່ນພໍ່ແມ່ປະຊາຊົນເຜົ່າຢ້າວ ໃນຄອບຄົວ 54 ຊົນເຜົ່າ ຫວຽດນາມ.
ອັດ​ວັນ​ບຸນ​ວັດ​ທະ​ນະ​ທຳ​ຊົນ​ເຜົ່າ​ຢ້າວທົ່ວ​ປະ​ເທດ​ຄັ້ງ​ທີ II - ảnh 1ພິທີອັດ ວັນບຸນວັດທະນະທຳຊົນເຜົ່າຢ້າວ ທົ່ວປະເທດຄັ້ງທີ II  (ພາບ: TTXVN)

ພາຍຫລັງ ດຳເນີນໄປດ້ວຍຫຼາຍການເຄື່ອນໄຫວສະແດງວັດທະນະທຳທີ່ພົ້ນເດັ່ນມາເປັນ 3 ວັນ, ວັນທີ 8 ຕຸລາ, ຢູ່ຫໍພິພິທະພັນວັດທະນະທຳບັນດາເຜົ່າ ຫວຽດນາມ (ນະຄອນທ໊າຍງວຽນ, ແຂວງ ທ໊າຍງວຽນ), ວັນບຸນວັດທະນະທຳຊົນເຜົ່າຢ້າວ ທົ່ວປະເທດຄັ້ງທີ II ດ້ວຍຫົວຂໍ້ “ອະນຸລັກຮັກສາ, ເສີມຂະຫຍາຍສີສັນ ວັດທະນະທຳຊົນເຜົ່າຢ້າວ - ສະເໝີພາບ, ສາມັກຄີ, ເຊື່ອມໂຍງ ແລະ ພັດທະນາ” ໄດ້ອັດລົງ.

ກ່າວຄຳເຫັນສະຫຼຸບວັນບຸນ, ທ່ານນາງ ຫງວຽນທິຫ໋າຍຍຸງ, ຫົວໜ້າກົມວັດທະນະທຳຊົນເຜົ່າ, ກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ, ຮອງຫົວໜ້າຄະນະຈັດຕັ້ງວັນບຸນ ໄດ້ຕີລາຄາວ່າ: ວັນບຸນໄດ້ຕອບສະໜອງຄວາມມຸ່ງຫວັງລວມຂອງພໍ່ແມ່ປະຊາຊົນບັນດາເຜົ່າ, ພິເສດແມ່ນພໍ່ແມ່ປະຊາຊົນເຜົ່າຢ້າວ ໃນຄອບຄົວ 54 ຊົນເຜົ່າ ຫວຽດນາມ. ຜ່ານນັ້ນ, ຍົກສູງຕື່ມອີກຄວາມຮູ້ ແລະ ສະຕິຄວາມຮັບຜິດຊອບຂອງພໍ່ແມ່ປະຊາຊົນບັນດາເຜົ່າໃນທົ່ວປະເທດ ຕໍ່ການອະນຸລັກຮັກສາມໍລະດົກວັດທະນະທຳຂອງ ຊາດ.

ບັນດາການເຄື່ອນໄຫວຢູ່ວັນບຸນໄດ້ດຳເນີນຢ່າງຟົດຟື້ນ, ເຕັມໄປດ້ວຍສີສັນວັດທະນະທຳຂອງຊົນເຜົ່າຢ້າວ, ວາດພາບຄືນບັນດາຄຸນຄ່າວັດທະນະທຳຊົນຊາດ ທີ່ຍັງຊ້ອນແຝງໃນການດຳລົງຊີວິດຂອງພໍ່ແມ່ປະຊາຊົນ. ຈາກນັ້ນ, ຢັ້ງຢືນກຳລັງຊີວິດຢ່າງແຮງຂອງວັດທະນະທຳຊົນເຜົ່າຢ້າວ ໃນການພົວພັນແລກປ່ຽນ ແລະ ຫັນປ່ຽນ, ໃນທ່າອ່ຽງເຊື່ອມໂຍງ.

ຢູ່ພິທີອັດ, ຄະນະຈັດຕັ້ງວັນບຸນໄດ້ປະກາດບັນດາທິມຍາດລາງວັນຢູ່ບາງເນື້ອໃນຫຼັກໃນວັນບຸນ, ມອບທຸງເຈົ້າພາບຈັດຕັ້ງວັນບຸນວັດທະນະທຳຊົນເຜົ່າຢ້າວທົ່ວປະເທດຄັ້ງທີ III ໃນປີ 2027 ໃຫ້ແກ່ແຂວງລາວກາຍ.

ຕອບກັບ

ຂ່າວ/ບົດ​ອື່ນ