ອັດວາລະປະຊຸມຄັ້ງທີ 10 ຂອງຄະນະປະຈຳສະພາແຫ່ງຊາດ ຫວຽດນາມ

ອັດວາລະປະຊຸມຄັ້ງທີ 10 ຂອງຄະນະປະຈຳສະພາແຫ່ງຊາດ ຫວຽດນາມ - ảnh 1
ທ່ານ Huynh Phong Tranh  ປະທານອົງການກວດກາລັດຖະບານ
ພາບ:internet



(vovworld) - ຕອນເຊົ້າວັນທີ 22/8, ຄະນະປະຈຳສະພາແຫ່ງຊາດ ໄດ້ດຳ​ເນີນ​ການຊັກຖາມທ່ານ Huynh Phong Tranh ປະທານອົງການກວດກາລັດຖະບານ. ວາລະຊັກຖາມ​ແມ່ນ​ສຸມ​ໃສ່ 2 ໝວດ​ບັນຫາ​ຄື: ວຽກ​ງານ​ແກ້​ໄຂ​ຄຳ​ຮ້ອງທຸກ, ກ່າວ​ຟ້ອງ ພ​ິ​ເສດ​ບັນຫາ​​​ຮ້ອນ​ເຮັ່ງ​ໃນ​ປະຊາຊົນ; ວຽກ​ງານ​ປ້ອງ​ກັນ ​ແລະ ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ ​ແລະ ປະສິດທິ​ຜົນ​​ແຫ່ງ​ການ​ກວດກາ. ທ່ານ Huynh Phong Tranh  ປະທານ​ອົງການ​ກວດກາ ລັດຖະບານ​ໃຫ້​ຮູ້​ວ່າ: ພາຍຫລັງ​ດຳ​ເນີນ​ການ​ກວດກາຢູ່ ກຸ່ມ​ບໍລິສັດ, ບໍລິສັດ 5 ​ແຫ່ງ ​ໄດ້​ພົບ​ເຫັນ​ການລະ​ເມີດ​ດ້ານ​ການ​ເງິນ ດ້ວຍ​ຈຳນວນ​​ເງິນຂຶ້ນ​ເຖິງ 3.900 ຕື້ ດົ່ງ ​ແລະ ປະຈຸ​ບັນ​ໄດ້​ເກັບ​ຄືນ​ກວ່າ 2.100 ຕື້ ດົ່ງ. ​

​ເມື່ອ​ສະຫລຸບວາລະ​ຊັກ​ຖາມ, ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ Uong Chu Luu ​ໄດ້​ຢືນຢັນ​ວ່າ: ວາລະ​ປະຊຸມ​ດຳ​ເນີນ​ໄປ​ຢ່າງ​ກົງ​ໄປ​ກົງ​ມາ ​ແລະ ມີ​ລັກສະນະ​ສ້າງສັນ​ຢ່າງ​ສູງ ​ແລະ ​ເນັ້ນ​ຫນັກ​​ວ່າ: ​ວຽກ​ງານ​ແກ້​ໄຂ​ການ​ຮ້ອງທຸກ, ກ່າວ​ຟ້ອງ, ການ​ປ້ອງ​ກັນ ​ແລະ ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ ​ໄດ້​ມີ​ການ​ຫັນປ່ຽນ​ຢ່າງ​ຕັ້ງຫນ້າ. ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ Uong Chu Luu ສະ​ເຫ​ນີຂະ​ແຫນງກວດກາ ​ແລະ ອົງການ​ກວດກາ​ລັດຖະບານ, ບັນດາ​ກະຊວງ​ຂະ​ແຫນງ​ການ ຈົ່ງ​ຊາບ​ຊືມ ​ແລະ ປະຕິບັດ​ບັນດາ​ຄຳ​ສັ່ງ, ມະຕິ​ຂອງ​ພັກ, ສະພາ​ແຫ່ງ​ຊາດ, ລັດຖະບານ ກ່ຽວ​ກັບ​ວຽກ​ງານ​ປ້ອງ​ກັນ ​ແລະ ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ​, ​ແກ້​ໄຂ​ຄຳ​ຮ້ອງທຸກ, ກ່າວ​ຟ້ອງຢ່າງ​ເຂັ້ມ​ງວດ.

 ກ່າວ​ຄຳ​ເຫັນ​ອັດ​ວາລະ​ປະຊຸມ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ Nguyen Sinh Hung ຊີ້​ແຈງວ່າ: ​ໃນ​ວາລະ​ປະຊຸມ, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ​ໄດ້​ໃຫ້​ຄຳ​ເຫັນ​ກ່ຽວ​ກັບ​ວຽກ​ງານ​ກໍ່ສ້າງ​ກົດໝາຍ, ມີ​ຮ່າງ​ກົດໝາຍ 10 ສະບັບ, ​ໃນ​ນັ້ນ ມີ 5 ສະບັບ ​ໄດ້​ຮັບ​ການ​ປຶກສາ​ຫາລື​ເປັນ​ຄັ້ງ​ທຳ​ອິດ​ຈາກ​ສະ​ໄຫມ​ປະຊຸມ​ຄັ້ງ​ທີ 3 ສະພາ​ແຫ່ງ​ຊາດຊຸດ​ທີ 13. ກ່ຽວ​ກັບ​ເນື້ອ​ໃນ​ຊັກ​ຖາມ​ໃນ​ວາລະ​ປະຊຸມ​ຄັ້ງ​ນີ້, ທ່ານ​ປະທານ​ສະພາ​​ແຫ່ງ​ຊາດ ​Nguyen Sinh Hung ໄດ້ເນັ້ນຫນັກວ່າ:

                “ພວກເຮົາດຳເນີນການເຄື່ອນໄຫວຕິດຕາມກວດກາ, ໃນນັ້ນ ໄດ້ສະຫງວນເວລາກ​ວ່າ​ມື້​ຫນຶ່ງ​ເພື່ອ​ຊັກ​ຖາມ​ລັດຖະມົນຕີ​ກະຊວງ​ແຮງ​ງານ​ ທະຫານ ​ເສຍ​ອົງຄະ ​ແລະ ສັງຄົມ, ຜູ້​ວ່າການ​ທະນາຄານ​ແຫ່ງ​ລັດ ​ແລະ ປະທານ​ອົງການ​ກວດກາ​ລັດຖະບານ.  ບັນດາ​ທ່ານ​ລັດຖະມົນຕີ ​ແລະ ຜູ້​ແທນ ​ໄດ້​ຜັນ​ຂະຫຍາຍ​ພາລະ​ຫນ້າ​ທີ່​ຂອງ​ຕົນ​ຢ່າງ​ຈະ​ແຈ້ງ​, ກົງ​ໄປ​ກົງ​ມາ.”

 

 

 

 

 

ຂ່າວ/ບົດ​ອື່ນ