ອັດວາລະປະຊຸມຄັ້ງທີ 18 ຄະນະປະຈຳສະພາ ແຫ່ງຊາດ

ອັດວາລະປະຊຸມຄັ້ງທີ 18 ຄະນະປະຈຳສະພາ ແຫ່ງຊາດ - ảnh 1
(ພາບ:
baomoi.com)

(vovworld)- ຕອນບ່າຍວັນ​ທີ 16/5,  ວາລະປະຊຸມຄັ້ງທີ 18, ຄະນະ​ປະຈຳ​ສະພາແຫ່ງຊາດ ຫວຽດນາມ ​ໄດ້​ອັດ​ລົງຢູ່​ຮ່າ​ໂນ້ຍ, ​ໃນ​ວາລະ​ອັດ​ກອງ​ປະຊຸມ,  ​ຄະນະ​ປະຈຳ​ສະພາແຫ່ງຊາດ ​ໄດ້​ຮັບ​ຟັງການ​ລາຍ​ງານກ່ຽວ​ກັບ​ສະພາບ​ການ​ກະກຽມ​ເອົາ​ບັດ​ໄວ້​ວາງ​ໃຈ, ປ່ອນ​ບັດ​ໄວ້​ວາງ​ໃຈ​ທີ່​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 5 ສະພາ​ແຫ່ງ​ຊາດ​ຊຸດ​ທີ 13 ​ແລະ ​ໃຫ້​ຄຳເຫັນ​ກ່ຽວ​ກັບຮ່າງ​ລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງ. ຫຼາຍ​ເນື້ອ​ໃນ​ສຳຄັນ​ໄດ້​ຮັບ​ການ​ປຶກສາ​ຫາລື​ໃຫ້​ຄຳ​ເຫັນ​ໃນ​ວາລະ​ປະຊຸມ​ຄັ້ງນີ້. ​ໃນ​ຕອນ​ເຊົ້າຂອງ​ວັນ​ດຽວ​ກັນ, ຄະນະ​ປະຈຳ​ສະພາແຫ່ງຊາດ ຫວຽດນາມື ຮັບຟັງການລາຍງານກ່ຽວກັບການສ້າງຊ່ອງໂທລະພາບ ສະພາແຫ່ງຊາດ. ພາຍຫຼັງຮັບ​ຟັງ​ໃບ​ຍື່ນ​ສະ​ເໜີ ​ແລະ ການ​ລາຍ​ງານ​ຂອງ​ບັນດາຄະນະ, ​ຂະ​ແໜງ​ການທີ່​ກ່ຽວ​ຂ້ອງ, ທ່ານ​ປະທານສະພາ​ແຫ່ງ​ຊາດຫງວຽນ​ຊິງ​ຮຸ່ງ ຕົກລົງ​ມອບ​ໃຫ້ວິທະຍຸ​ກະຈາຍສຽງ​ຫວຽດນາມ ສົມທົບ​ກັບ​ຫ້ອງວ່າການ​ສະພາ​ແຫ່ງ​ຊາດນຳຊ່ອງໂທລະພາບ ສະພາແຫ່ງຊາດ​ເຂົ້າ​ເຄື່ອນ​ໄຫວ:

   “ຕ້ອງ​ຈັດຕັ້ງການ​ສ່ອງ​​ແສງ​ການ​ເຄື່ອນ​ໄຫວ​ຂອງ​ສະພາ​ແຫ່ງ​ຊາດ​ ​ແລະ ສະພາ​ປະຊາຊົນ​ຂັ້ນຕ່າງໆໃຫ້​ເປັນ​ຢ່າງ​ດີ. ວິທະຍຸ​ກະຈາຍສຽງ​ຫວຽດນາມ​ເປັນ​​ເຈົ້າຂອງ, ຫ້ອງ​ວ່າ​ການ​ສະພາ​ແຫ່ງ​ຊາດ​​ເປັນ​ຫົວໜ່ວຍ​ຄຸ້ມ​ຄອງ​ໂດຍ​ກົງ​ຊ່ອງ​ໂທລະພາບ​ສະພາ​ແຫ່ງ​ຊາດ ຫ້ອງ​ວ່າ​ການ​ສະພາ​ແຫ່ງ​ຊາດມີໜ້າ​ທີ່​ຕິດ​ຕາມ​ກວດກາ, ຄຸ້ມ​ຄອງ, ສະໜອງ​ຂໍ້​ມູນ​ຂ່າ​ວສານ. ຕ້ອງ​ກະກຽມ​ຢ່າ​ງລອບ​ຄອບ​ຖີ່​ຖ້ວນ, ຮີບດ່ວນ ​ແຕ່​ມີ​ຄຸນ​ນະພາ​ບ, ກະກຽມ​ຢ່າ​ງລະອຽດ​ກ່ອນ​ທີ່​ຈະ​ອອກ​ອາກາດ

   ທ່ານ​ປະທານສະພາ​ແຫ່ງ​ຊາດຫງວຽນ​ຊິງ​ຮຸ່ງ ​ໃສ່​ໃຈ​ວ່າ: ​ເຖິງ​ວ່າ, ຊ່ອງໂທລະພາບສະພາແຫ່ງຊາດ​ໄດ້​ຮັບ​ການ​ສ້າງຕັ້ງຂຶ້ນ ​ແຕ່ບັນດາ​ຊ່ອງ​ໂທລະພາບ​ສູນ​ກາງ, ທ້ອງ​ຖິ່ນ​ຍັງ​ຕ້ອງ​ເພີ່ມ​ເວລາ​ອອກ​ອາກາດການ​ໂຄສະນາການ​ເຄື່ອນ​ໄຫວ​ຕ່າງໆ​ຂອງ​ສະພາ​ແຫ່ງ​ຊາດ ​ແລະ ສະພາ​ປະຊາຊົນ​ຂັ້ນຕ່າງໆ. ​

 

ຂ່າວ/ບົດ​ອື່ນ