ອົດສະຕາລີ ສືບຕໍ່ເພີ່ມທຶນ ODA ໃຫ້ແກ່ ຫວຽດນາມ

(VOVWORLD) - ຍອດທຶນ ODA ເຊິ່ງ ອົດສະຕາລີ ໃຫ້ຄຳໝັ້ນສັນຍາໃຫ້ແກ່ປີການເງິນ 2024 – 2025 ແມ່ນ 63,6 ລ້ານ USD, ເພີ່ມຂຶ້ນເກືອບ 4 ຕື້ USD ເມື່ອທຽບໃສ່ປີການເງິນກ່ອນນັ້ນ.
ອົດສະຕາລີ ສືບຕໍ່ເພີ່ມທຶນ ODA ໃຫ້ແກ່ ຫວຽດນາມ - ảnh 1(ທ່ານນາຍົກລັດຖະມົນຕີ Anthony Albanese ແລະ ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ທີ່ກອງປະຊຸມຂັ້ນສູງພິເສດ ອົດສະຕາລີ - ອາຊຽນ ປີ 2024)

        ວັນທີ 14 ພຶດສະພາ, ລັດຖະບານ ອົດສະຕາລີ ໄດ້ປະກາດແຜນງົບປະມານໃຫ້ແກ່ປີການເງິນ 2024 – 2025, ໃນນັ້ນ, ໄດ້ໃຫ້ຄຳໝັ້ນສັນຍາເພີ່ມທຶນຊ່ວຍເຫຼືອ ພັດທະນາເປັນທາງການ (ODA) ໃຫ້ແກ່ຫຼາຍພາກພື້ນ ແລະ ປະເທດ, ໃນນັ້ນມີ ຫວຽດນາມ.

        ລະອຽດແມ່ນ, ສະເພາະພາກພື້ນ ອາຊີຕາເວັນອອກສ່ຽງໃຕ້, ອົດສະຕາລີ ໃຫ້ຄຳໝັ້ນສັນຍາສະຫງວນຈຳນວນເງິນ 860 ລ້ານ USD ເພື່ອໜູນຊ່ວຍພາກພື້ນນີ້, ສຸມໃສ່ບັນດາຄວາມມານະພະຍາຍາມເພື່ອຊ່ວຍພາກພື້ນຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ພັດທະນາແບບຍືນຍົງ, ຄວາມສະເໝີພາບລະຫວ່າງຍິງ - ຊາຍ, ໜູນຊ່ວຍຄົນພິການ, ປະຊາຄົມທີ່ມີຄວາມສ່ຽງສູງ. ສິ່ງທີ່ໜ້າສົນໃຈແມ່ນ, ອົດສະຕາລີ ໃຫ້ຄຳໝັ້ນສັນຍາສະຫງວນປ້ວງເງິນ 148 ລ້ານ USD ເພື່ອເພີ່ມທະວີຄວາມສາມາດຟື້ນຟູ ແລະ ຊຸກຍູ້ຄວາມວັດທະນາຖາວອນຢູ່ເຂດອະນຸພາກພື້ນແມ່ນ້ຳຂອງ.

        ສຳລັບ ຫວຽດນາມ, ຍອດທຶນ ODA ເຊິ່ງ ອົດສະຕາລີ ໃຫ້ຄຳໝັ້ນສັນຍາໃຫ້ແກ່ປີການເງິນ 2024 – 2025 ແມ່ນ 63,6 ລ້ານ USD, ເພີ່ມຂຶ້ນເກືອບ 4 ຕື້ USD ເມື່ອທຽບໃສ່ປີການເງິນກ່ອນນັ້ນ. ກ່ຽວກັບຂົງເຂດໜູນຊ່ວຍ, ນອກຈາກເສົາຄ້ຳຫຼັກແມ່ນຄວາມໝັ້ນຄົງ, ສາທາລະນະສຸກ, ຄວາມສະຖຽນລະພາບ ແລະ ການຟື້ນຟູເສດຖະກິດແລ້ວ, ອົດສະຕາລີ ກໍ່ສະໜັບສະໜູນບັນດາຂໍ້ລິເລີ່ມກ່ຽວກັບດິນຟ້າອາກາດຢູ່ ຫວຽດນາມ ຜ່ານໂຄງການ Aus4Adaptation.

ຕອບກັບ

ຂ່າວ/ບົດ​ອື່ນ