ອົດ​ສະ​ຕາ​ລີ ໃຫ້​ຄຳ​ໝັ້ນ​ສັນ​ຍາຢ່າງ​ເປັນ​ທາງ​ການ​ກ່ຽວ​ກັບການ​ປ່ອຍ​ອາຍ​ພິດ​ສຸດທິ​ໃຫ້​​ເປັນ​ສູນ​ໃນ​ປີ 2050

(VOVWORLD) -ທ່ານນາຍົກລັດຖະມົນຕີ ອົດສະຕາລີ Scott Morrison ປະກາດແຜນການຕ້ານການປ່ຽນແປງຂອງດິນຟ້າອາກາດໃໝ່ ດ້ວຍເປົ້າໝາຍປ່ອຍອາຍພິດສຸດທິໃຫ້ເປັນສູນໃນປີ 2050.
ອົດ​ສະ​ຕາ​ລີ ໃຫ້​ຄຳ​ໝັ້ນ​ສັນ​ຍາຢ່າງ​ເປັນ​ທາງ​ການ​ກ່ຽວ​ກັບການ​ປ່ອຍ​ອາຍ​ພິດ​ສຸດທິ​ໃຫ້​​ເປັນ​ສູນ​ໃນ​ປີ 2050 - ảnh 1ທ່ານນາຍົກລັດຖະມົນຕີ ອົດສະຕາລີ Scott Morrison (ພາບ: AFP/TTXVN)

ວັນທີ 26 ຕຸລາ, ທ່ານນາຍົກລັດຖະມົນຕີ ອົດສະຕາລີ Scott Morrison ປະກາດແຜນການຕ້ານການປ່ຽນແປງຂອງດິນຟ້າອາກາດໃໝ່ ດ້ວຍເປົ້າໝາຍປ່ອຍອາຍພິດສຸດທິໃຫ້ເປັນສູນໃນປີ 2050. ການກະທຳດັ່ງກ່າວ ໄດ້ສ້າງຂີດໝາຍຢ່າງເປັນທາງການໃຫ້ ອົດສະຕາລີ ຍົກອອກຄຳໝັ້ນສັນຍາຢ່າງລະອຽດກ່ຽວກັບຂະບວນການປ່ອຍອາຍພິດສຸດທິໃຫ້ມາສູນ ພາຍຫຼັງທີ່ໄດ້ໂຈະໄວ້ມາຫຼາຍຄັ້ງ.

        ລັດຖະບານ ອົດສະຕາລີ ຈະລົງທຶນໃສ່ເຕັກໂນໂລຢີປ່ອຍອາຍພິດຕ່ຳ” ໃນປີ 2030 ເປັນເງິນປະມານ 14 ຕື້ USD ເພື່ອປະກອບສ່ວນເຂົ້າໃນການປະຕິບັດແຜນການນີ້.

        ທ່ານ Morrison ຢັ້ງຢືນວ່າ ແຜນການໃໝ່ນີ້ ຍັງຮັບປະກັນຄວາມດຸ່ນດ່ຽງລະຫວ່າງເປົ້າໝາຍຮັບປະກັນວຽກເຮັດງານທຳ ແລະ ປົກປ້ອງຂະແໜງອຸດສາຫະກຳໃນວິວັດການຜັນປ່ຽນພະລັງງານ, ດ້ວຍການຄາດຄະເນ ຈະສ້າງວຽກເຮັດງານທຳປະມານ 62.000 ວຽກໃນຂະແໜງຂຸດຄົ້ນແຮ່ທາດ ແລະ ອຸດສາຫະກຳໜັກຢູ່ເຂດຊົນນະບົດ. 


ຕອບກັບ

ຂ່າວ/ບົດ​ອື່ນ