ອົດ​ສະ​ຕາ​ລີ ໜູນ​ຊ່ວຍ​ເຄື່ອງ​ອຸ​ປະ​ກອນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ຮັກ​ສາ​ສັນ​ຕິ​ພາບ ສ​ປ​ຊ ຫວຽດ​ນາມ

(VOVWORLD) -ກະຊວງປ້ອງກັນປະເທດ ອົດສະຕາລີ ຊ່ວຍເຫຼືອເຄື່ອງອຸປະກອນເພື່ອຮັບໃຊ້ການຝຶກຊ້ອມ ແລະ ຍົກສູງກຳລັງຄວາມສາມາດໃຫ້ແກ່ກົມຮັກສາສັນຕິພາບ ຫວຽດນາມ.
ອົດ​ສະ​ຕາ​ລີ ໜູນ​ຊ່ວຍ​ເຄື່ອງ​ອຸ​ປະ​ກອນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ຮັກ​ສາ​ສັນ​ຕິ​ພາບ ສ​ປ​ຊ ຫວຽດ​ນາມ - ảnh 1ພິທີມອບ-ຮັບເຄື່ອງອຸປະກອນ (່ພາບ: qdnd.vn)

ຕອນບ່າຍວັນທີ 14 ທັນວາ, ຢູ່ ຮ່າໂນ້ຍ ໄດ້ດຳເນີນພິທີມອບ-ຮັບເຄື່ອງອຸປະກອນເພື່ອຮັບໃຊ້ການຝຶກຊ້ອມ ແລະ ຍົກສູງກຳລັງຄວາມສາມາດໃຫ້ແກ່ກົມຮັກສາສັນຕິພາບ ຫວຽດນາມ ໂດຍກະຊວງປ້ອງກັນປະເທດ ອົດສະຕາລີ ຊ່ວຍເຫຼືອ.

ເຄື່ອງອຸປະກອນເຫຼົ່ານັ້ນຈະນຳໃຊ້ເຂົ້າໃນການຈັດຕັ້ງກອງປະຊຸມ, ກອງປະຊຸມສຳມະນາສາກົນຂອງກົມຮັກສາສັນຕິພາບ ຫວຽດນາມ ແລະ ນຳໃຊ້ເຂົ້າໃນການຝຶກຊ້ອມຍົກສູງກຳລັງຄວາມສາມາດໃຫ້ແກ່ພະນັກງານ, ພາລະກອນ ໂຮງໝໍກາງສະໜາມ ຂັ້ນ 2 ເລກ 4 ແລະ ກອງທະຫານຊ່າງແສງເລກ 1 ກໍຄືບັນດາເປົ້າໝາຍຝຶກຊ້ອມອື່ນຂອງກົມຮັກສາສັນຕິພາບ ຫວຽດນາມ ໃນຕໍ່ໜ້າ.


ຕອບກັບ

ຂ່າວ/ບົດ​ອື່ນ