ອົດສະຕາລີສະເຫນີສ້າງຕັ້ງອາຊຽນ+6

(VOVWORLD) -ອາຊຽນ +6 ລວມມີ ອາຊຽນ ແລະ 6 ປະເທດ ຄູ່ຮ່ວມມື ນັ້ນແມ່ນ ອົດສະຕາລີ, ຈີນ, ຍີ່ປຸ່ນ, ນິວເຊີແລນ, ສເກົາຫລີ ແລະ ອາດຈະແມ່ນ ອິນເດຍ  

ຕາມຍຸດທະສາດຟື້ນຟູ ແລະ ສ້າງໂຄງປະກອບອາຊີ ຄືນໃຫມ່ ຊຶ່ງບັນດານັກຄົ້ນຄ້ວາ ອົດສະຕາລີ ຫາກໍ່ປະກາດ, ອາຊຽນ +6 ລວມມີ ອາຊຽນ ແລະ 6 ປະເທດ ຄູ່ຮ່ວມມື ນັ້ນແມ່ນ ອົດສະຕາລີ, ຈີນ, ຍີ່ປຸ່ນ, ນິວເຊີແລນ, ສເກົາຫລີ ແລະ ອາດຈະແມ່ນ ອິນເດຍ  ຄວນສວມບົດບາດເປັນເຈົ້າການສົມທົບກັນໃນບັນດານະໂຍບາຍກ່ຽວກັບດ້ານການເງິນ, ການຄ້າ,ສຸຂະພາບວົງຄະນາຍາດ ແລະ ຄ້ຳປະກັນດ້ານສະບຽງອາຫານ ເພື່ອນຳໂລກຫລຸດພົ້ນອອກຈາກສະພາບການເສດຖະກິດຖືກອຶກອັກຊັກຖ້າຍ້ອນໂລກລະບາດໂຄວິດ 19.

ຕາມບັນດານັກວິທະຍາສາດ ອົດສະຕາລີ ແລ້ວ, ບັນດາປະເທດນີ້ ມີບົດບາດຫລັກແຫລ່ງໃນການຟື້ນຟູພື້ນຖານເສດຖະກິດທົ່ວໂລກ ຍ້ອນບັນດາປະເທດສະມາຊິກ ອາຊຽນ ແລະ 6 ປະເທດດັ່ງກ່າວສ່ວນຫລາຍຖືກຜົນກະທົບຈາກໂລກລະບາດໂຄວິດ 19 ໄວກວ່າ ແລະ ກໍ່ມີການຟື້ນຟູໂດຍໄວ.

ຫວຽດງາ ນັກຂ່າວ VOV ປະຈຳອົດສະຕາລີ

ຕອບກັບ

ຂ່າວ/ບົດ​ອື່ນ